ແຂວງຄຳມ່ວນ ໄດ້ຈັດພິທີປາຖະກະຖາລະນຶກຄືນວັນວັນເກີດ ປະທານ ສຸພານຸວົງ ຄົບຮອບ 109 ປີ (13 ກໍ ລະກົດ 1909-13 ກໍລະກົດ 2018), ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 41 ປີ (18 ກໍລະກົດ 1977-19 ກໍລະກົດ 2018) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງລາວ-ຫວຽດນາມ ຄົບຮອບ 56 ປີ (5 ກັນຍາ 1962-5 ກັນຍາ 2018) ໃນວັນທີ 12 ກໍລະກົດ 2018 ປາຖະກະຖາໂດຍ ທ່ານ ສຸກສະຫວາດ ລັດຖະຈັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະນໍາກອງບັນຊາການ ປກຊ-ປກສ ແຂວງ, ບັນດາພະແນກການອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານການນຳຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ສຸກສະຫວາດ ລັດຖະຈັກ ກ່າວວ່າ: ການປາຖະກາຖາໃນຄັ້ງນີ້ເປັນການໂຄສະນາ-ສຶກສາອົບຮົມສະມາຊິກ ພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃຫ້ມີຄວາມຮັບຮູ້-ເຂົ້າໃຈກ່ຽວກັບມູນເຊື້ອແຫ່ງການ ພົວພັນມິດຕະພາບ, ຄວາມສາມາຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ ໃຫ້ເລິກເຊິ່ງ ພ້ອມກັນເປັນເຈົ້າການຖະນຸຖະໝອມ, ເພີ່ມພູນຄູນສ້າງມູນເຊື້ອໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ສືບຕໍ່ເສີມ ຂະຫຍາຍມູນເຊື້ອດັ່ງກ່າວໃນເງື່ອນໄຂໃໝ່ຢ່າງມີປະສິດທິຜົນ ເພື່ອໃຫ້ພະນັກງານທຸກພາກສ່ວນຮັບຮູ້ເຂົ້າໃຈເຖິ່ງຄຸນ ງາມຄວາມດີຂອງ ປະທານ ສຸພານຸວົງ ທີ່ໄດ້ອຸທິດຕົນເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ພ້ອມດຽວກັນນັ້ນ ກໍໄດ້ປຸກລະດົມໃຫ້ປະຊາຊົນບັນດາຊັ້ນຄົນທົ່ວແຂວງເປັນເຈົ້າການຄົ້ນຄ້ວາຮໍ່າຮຽນເອົາຄຸນງາມຄວາມດີ, ນໍ້າໃຈເສຍສະຫຼະອັນຍິ່ງໃຫຍ່ຂອງເພິ່ນ ເພື່ອມາປັບປຸງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ມີຄວາມໜັກແໜ້ນ, ບໍລິສຸດປອດໃສ.

ປະທານ ສຸພານຸວົງ ເກີດເມື່ອວັນ ທີ 13 ກໍລະກົດ 1909 ທີ່ແຂວງຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ ເປັນໂອ ລົດຂອງເຈົ້າມະຫາອຸປະຣາດບຸນຄົງ ແລະ ໝ່ອມຄຳອ້ວມ, ໃນໄລຍະການຕໍ່ສູ້ກູ້ຊາດ ປະທານ ສຸພານຸວົງ ແມ່ນໄດ້ສຸມທຸກສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອຊີ້ນຳ-ນຳພາຂະບວນການປະຕິວັດລາວ, ຍາດເອົາໄຊະນະອັນຍິ່ງໃຫຍ່ມາໃຫ້ແກ່ປະເທດຊາດ, ທ່ານໄດ້ເປັນນັກຮົບຮັກຊາດຮຸ່ນທໍາອິດທີ່ໄດ້ເອົາຊິວິດຂອງຕົນຜູກພັນກັບການປະຕິວັດຕະຫຼອດມາ ຍາມໃດກໍຕໍ່ສູ້ເພື່ອຄວາມເປັນເອກະ ລາດ ແລະ ຄວາມວັດທະນາຖາວອນມາສູ້ປະເທດຊາດ ເພື່ອເຮັດໃຫ້ປະເທດຊາດມີອິດສະຫຼະພາບ ແລະ ຄວາມຢູ່ດີກິນດີມາສູ້ປະຊາຊົນບັນດາເຜົ່າໃຫ້ມີຄວາມຮັ່ງມີຜາສຸກ ສັງຄົມຍຸດຕິທຳ ແລະ ສີວິໄລ.

ໃນວັນທີ 18 ກໍລະກົດ 1977 ລາວ ແລະ ຫວຽດນາມ ໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຢ່າງຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ນຳໂດຍປະທານ ໄກສອນ ພົມວິຫານ ໃນເວລານັ້ນທ່ານໄດ້ເປັນປະທານສະພາລັດຖະມົນຕີ ແລະ ທ່ານ ຟ້າມ ວັນດົງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເປັນຜູ້ລົງນາມຮ່ວມກັນນັບ; ຕັ້ງແຕ່ນັ້ນມາ, ການຮ່ວມມືແມ່ນໄດ້ຂະຫຍາຍຕົວຢ່າງຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ເລີ່ມຕົ້ນສັກກະລາດໃໝ່ໃນເງື່ອນໄຂໃໝ່ທີ່ຖືກຕ້ອງ ແລະ ສອດຄ່ອງນັບແຕ່ປີ 1986 ລາວ-ຫວຽດນາມ ໄດ້ດຳເນີນການປ່ຽນແປງໃໝ່ຢ່າງຮອບດ້ານໂດຍທັງສອງພັກ ທັງສອງລັດໄດ້ຮ່ວມກັນປຶກສາຫາລື ແລະ ປະສານສົມທົບກັນຢ່າງສະໜິດແໜ້ນໃນການວາງແຜນທາງນະໂຍບາຍ ແລະ ທັດສະນະຕ່າງໆມີການຖອດຖອນບົດຮຽນ ນຳກັນ ພ້ອມທັງໃຫ້ການຊ່ວຍເຫຼືອເຊິ່ງ ກັນແລະກັນໃນຕົວຈິງຕະຫຼອດມາ.

ໃນປັດຈຸບັນ, ພວກເຮົາສອງພັກ-ສອງລັດ ກໍຄືສອງປະເທດລາວ-ຫວຽດນາມ ແມ່ນໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນຄວາມສາມາຄີພິເສດ ແລະ ການຮ່ວມມືຮອບດ້ານນຳກັນທັງທາງກ້ວາງ ແລະ ທາງເລິກ ທັງລະດັບສູນກາງ ແລະ ທ້ອງຖິ່ນ ເພື່ອນຳເອົາຜົນປະໂຫຍດ ແລະ ຄວາມອຸດົມຮັ່ງມີມາສູ້ປະຊາຊົນທັງສອງຊາດໃຫ້ມີຄວາມສີວິໄລຂຶ້ນໄປເລື້ອຍໆ.