ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ມິຖຸນານີ້ ວ່າ: ທ່ານ ມັດເຕໂອ ຊັນວິນີ ຮອງນາຍົກລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ອີຕາລີ ໄດ້ກ່າວລະຫວ່າງລົງພື້ນທີ່ເກາະຊິຊິລີ ທາງໃຕ້ຂອງປະເທດ ວ່າ ຕະຫຼອດໄລຍະເວລາທີ່ຜ່ານມາ, ລັດຖະບານໂຣມ ສູນເສຍງົບປະມານກັບວິກິດຜູ້ອົບພະຍົບ ໄປຫຼາຍແລ້ວ ທັ້ງທີ່ເງິນສ່ວນນີ້ສາມາດ ສ້າງອະນາຄົດທີ່ດີກວ່າ ໃຫ້ກັບຜູ້ອົບພະຍົບໃນການກັບໄປໃຊ້ຊີວິດໃນບ້ານເກີດຂອງຕົນເອງ; ສະນັ້ນ, ນັບຈາກນີ້ ອີຕາລີ ແລະ ເກາະຊິຊິລີ ຈະບໍ່ເປັນຄ້າຍຜູ້ລີ້ໄພແຫ່ງເອີຣົບອີກຕໍ່ໄປ.

ເກາະຊິຊິລີ ກາຍເປັນໜຶ່ງໃນດ່ານທຳອິດຂອງການຮັບຜູ້ລີ້ໄພ ນັບຕັ້ງແຕ່ວິກິດການຜູ້ຍ້າຍຖິ່ນຖານທາງທະເລ ເກີດຂຶ້ນໃນປີ 2015.

ທ່ານ ຊັນວິນີ ໄດ້ລະບຸວ່າ: ທ່ານຈະບໍ່ໄປເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຂອງສະຫະພາບເອີຣົບ (EU) ທີ່ນະຄອນຫຼວງບຣູກແຊນ ຂອງ ແບນຊິກ ໃນວັນທີ 5 ມິຖຸນາ ເນື່ອງຈາກທ່ານບໍ່ເຫັນດີກັບ “ກົດລະບຽບດັບລິນ” ທີ່ເປັນການກຳນົດສັດສ່ວນຜູ້ອົບພະຍົບ, ອະນຸຍາດໃຫ້ປະເທດສະມາຊິກອີຢູ ສາມາດຂັບຜູ້ອົບພະຍົບກັບໄປຍັງປະເທດທຳອິດ ທີ່ຮັບໃຫ້ຄວາມຊ່ວຍເຫຼືອ ໄດ້.