ກອງບັນຊາການທະຫານ (ປກຊ) ແລະ ກອງບັນຊາການ ປກສ (ປກສ) ແຂວງຄຳມ່ວນ ສປປ ລາວ ຮ່ວມກັບກອງບັນຊາການທະຫານຊາຍແດນ ແຂວງຮ່າຕີ້ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນວັນທີ 30 ພຶດສະພາ 2018 ຢູ່ໂຮງແຮມຫວຽດ-ລາວ, ຄະນະຜູ້ແທນຝ່າຍລາວນຳໂດຍ ພັອ ຄຳພາ ຕາງຊາຍຸດ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງຄຳມ່ວນ ແລະ ພັອ ບຸນໄມ ຈັນທະວົງໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ພ້ອມຄະນະ ແລະ ຝ່າຍ ສສ ຫວຽດນາມນໍາໂດຍ ພັອ ຫວໍ ຈັ໋ອງ ຫ໋າຍ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງຮ່າຕີ້ງ ສສ ຫວຽດນາມ ພ້ອມຄະນະເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຕ່າງໆ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຂວງໃນໄລຍະຜ່ານມາ ໃຫ້ຕ່າງຝ່າຍຮັບຮູ້ ໂດຍສະເພາະແມ່ນສະພາບບັນຫາຢາເສບຕິດ, ຄ້າຂາຍເຖື່ອນ, ການລັກລອບເຂົ້າ-ອອກເມືອງຂອງປະຊາຊົນພາຍໃນຂອບເຂດ ຕາມຊາຍແດນລະຫວ່າງສອງແຂວງທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ບໍລິເວນຊາຍແດນ, ທັງສອງປະເທດທີ່ສົ່ງຜົນກະທົບຕໍ່ສອງຝ່າຍ ເວົ້າລວມ, ເວົ້າສະເພາະກໍຄືຂອບເຂດຊາຍແດນສອງ ແຂວງຄຳມ່ວນ-ແຂວງຮ່າຕີ້ງ.

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍໄດ້ພ້ອມກັນລົງນາມເຊັນບົດບັນທຶກຊ່ວຍຈຳໃນການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ; ເຊິ່ງທັງສອງຝ່າຍເຫັນດີເພີ່ມທະວີຮັດແໜ້ນສາຍພົວພັນແລກປ່ຽນບົດຮຽນປະສານສົມທົບຢ່າງສະໜິດແໜ້ນພາຍໃນວຽກງານ ປກຊ-ປກສ ຂອງສອງປະເທດ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ຈັດຕັ້ງຜັນຂະຫຍາຍສາຍພົວພັນແບບພິເສດຂອງສອງພັກ-ສອງລັດເຂົ້າໃນການຮ່ວມມື ເພື່ອປ້ອງກັນ ແລະ ສະກັດກັ້ນສະພາບການຕ່າງໆທີ່ອາດຈະເກີດຂຶ້ນໃນຂອບເຂດຊາຍແດນຂອງສອງປະເທດ, ເພີ່ມທະວີວຽກງານໂຄສະນາສຶກສາອົບ ຮົມໃຫ້ພົນລະເມືອງຂອງສອງປະເທດທີ່ຢູ່ລຽບຕາມຂອບເຂດຊາຍແດນໃຫ້ເຄົາລົບປະຕິບັດລະບຽບກົດໝາຍ ແລະ ຮີດຄອງປະເພນີຂອງແຕ່ລະປະເທດໃຫ້ເລິກເຊິ່ງ ໂດຍສະເພາະການປະຕິບັດລະບຽບການເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ທັງສອງປະເທດມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມຊາຍແດນ ບົນຈິດໃຈແຫ່ງຄວາມຊື່ສັດ, ເຊື່ອໝັ້ນ, ຄວາມສາມັກຄີມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງແຂວງຄຳມ່ວນ ແລະ ແຂວງຮ່າຕີ້ງກາຍ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບໝັ້ນຄົງຕະຫຼອດໄປ.

ໃນຕອນບ່າຍວັນດຽວກັນ, ຄະນະຜູ້ແທນທັງສອງແຂວງ ໄດ້ເດີນທາງໄປທ່ຽວຊົມສາມແຍກດົ່ງລົກ ທີ່ເປັນສະຖານທີ່ທາງດ້ານປະຫວັດສາດໃນສະໄໝສົງຄາມ ທີ່ມີການຕໍ່ສູ້ເພື່ອປົດປ່ອຍປະເທດຊາດຂອງອ້າຍນ້ອງຊາວຫວຽດນາມ ໂດຍສະເພາະແມ່ນພໍ່-ແມ່ປະຊາຊົນແຂວງຮ່າຕີ້ງ ທີ່ໄດ້ເສຍສະລະຊີວິດຕໍ່ສູ້ເພື່ອປະເທດຊາດ; ຈາກນັ້ນ, ຄະນະຜູ້ແທນໄດ້ພ້ອມກັນວາງພວງມາລາ, ຈູດທູບເພື່ອລະນຶກເຖິງຄຸນງາມຄວາມດີຂອງພະນັກງານ-ນັກຮົບ ແລະ ທັງເປັນບັນພະບູລຸດຂອງປະຊາຊົນຊາວ ສສ ຫວຽດນາມ.