ໂຮງຮຽນອິດສະເຕິນສະຕາ ໄດ້ຈັດພິທີສະຫຼຸບປິດສົກຮຽນປີ 2017-2018 ຊັ້ນອະນຸບານ ພ້ອມທັງມອບໃບປະກາສະນີຍະບັດໃຫ້ນັກຮຽນຈົບຊັ້ນອະນຸບານ 3 ໃນວັນທີ 30 ພຶດສະພາ 2018 ທີ່ໂຮງແຮມເມືອງແທັງ ໂດຍມີທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລານະຄອນຫຼວງ, ພະແນກສຶກສາທິການ ແລະ ກິລາເມືອງໄຊເສດຖາ, ແຂກຮັບເຊີນ, ຄູ-ອາຈານ ພ້ອມດ້ວຍຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມ.

ທ່ານ ປະເສີດ ໄຊຍະມົງຄົນ ອຳນວຍການໂຮງຮຽນອິດສະເຕິນສະຕາ (ຝ່າຍລາວ) ໄດ້ກ່າວວ່າ: ໂຮງຮຽນອິດສະເຕິນສະຕາ ສ້າງຕັ້ງຂຶ້ນໃນປີ 2006 ສະຖານທີ່ຕັ້ງຢູ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນໂຮງຮຽນສາມັນສຶກສາທີ່ໃຊ້ຫຼັກສູດການຮຽນ-ການສອນປະສົມປະສານລະຫວ່າງຫຼັກສູດແຫ່ງຊາດຂອງກະຊວງສຶກສາທິການ ແລະ ກິລາ ແລະ ນຳໃຊ້ຫຼັກສູດນາໆຊາດ ເຊິ່ງເປັນຫຼັກສູດແຄັມບຼິກ (Cambridge) ຈາກປະເທດອັງກິດ; ລະດັບການສຶກສາມີຊັ້ນອະນຸບານ, ປະຖົມສົມບູນ ແລະ ມັດທະຍົມສົມບູນ, ຄູ-ອາຈານສ່ວນຫຼາຍຈະແມ່ນຄົນຕ່າງປະເທດ ແລະ ປັດຈຸບັນນີ້ ໂຮງຮຽນໄດ້ຂະຫຍາຍມີ 2 ສາຂາ ຄື: ສາຂາທີ 1 ຕັ້ງຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ສາຂາທີ 2 ຕັ້ງຢູ່ບ້ານສາງນໍ້າມັນ ເມືອງປາກເຊ ແຂວງຈຳປາສັກ; ໃນນີ້, ມີນັກຮຽນຊັ້ນອະນຸບານທັງໝົດ 104 ຄົນ ຍິງ 42 ຄົນ ແລະ ມີນັກຮຽນຕ່າງປະເທດ ຈໍານວນ 24 ຄົນ ແລະ ໄດ້ມອບໃບປະກາສະນີຍະບັດໃຫ້ນ້ອງນັກຮຽນທີ່ສຳເລັດການຮໍ່າຮຽນຊັ້ນອະນຸບານ 3 ຈໍານວນ 54 ຄົນ ໃນນີ້ມີສາຂາໜອງບອນ 46 ຄົນ ແລະ ສາຂາທົ່ງກາງ 8 ຄົນ; ມອບໂດຍທ່ານ ນາງ ສີພາ ພອນມະນີວັນ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ.

ໂອກາດດຽວກັນ, ຍັງໄດ້ມີການມອບໃບຍ້ອງຍໍໃຫ້ພະນັກງານ-ຄູອາຈານ ຈຳນວນ 8 ທ່ານ ທີ່ມີຜົນງານດີເດັ່ນໃນການສິດສອນຕະຫຼອດໄລຍະຜ່ານມາ ແລະ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີຂອງນ້ອງໆນັກຮຽນຊັ້ນອະນຸບານຂອງທັງສອງສາຂາໂຮງຮຽນອິດສະເຕິນສະຕາ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ສ້າງຄວາມປະທັບໃຈໃຫ້ຜູ້ຊົມຢ່າງຫຼວງຫຼາຍ.