ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ 5 ມິຖຸນາ 1972-2018 ຄົບຮອບ 46 ປີ ພາຍໃຕ້ຄຳຂວັນ: “ຫຼຸດຜ່ອນປຼາສະຕິກ ຫຼຸດຜ່ອນມົນລະພິດ” ແລະ ວັນນໍ້າໂລກ 22 ມີນາ 2018 ພາຍໃຕ້ຄຳຂວັນ: “ຈົ່ງພ້ອມກັນປົກປັກຮັກສາທຳມະຊາດ ເພື່ອແຫຼ່ງນໍ້າ” ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຂຶ້ນໃນວັນທີ 2 ມິຖຸນາ 2018 ທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍໄດ້ຈັດໃຫ້ມີກິດຈະກຳປູກໄມ້ດູ່ຈຳນວນ 10 ຕົ້ນ, ຍ່າງເພື່ອສຸຂະພາບ ແລະ ກິດຈະກຳຖາມ-ຕອບສ້າງຈິດສຳນຶກດ້ານສິ່ງແວດລ້ອມ, ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກຊສ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມ.

ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກຊສ ກ່າວວ່າ: ” ການສະເຫຼີມສະຫຼອງທັງ 3 ວັນສຳຄັນດັ່ງກ່າວປີນີ້, ທາງກະຊວງໄດ້ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງທັງໃນສູນກາງ ແລະ ທ້ອງຖິ່ນດຳເນີນກິດຈະກຳຕ່າງໆ ເພື່ອພ້ອມກັນສ້າງຂະບວນການຢ່າງຟົດຟື້ນ ໂດຍສະເພາະສ້າງຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ໂດຍນຳໃຊ້ສື່ຕ່າງໆ ເຊັ່ນ: ໂທລະພາບ, ໜັງສືພິມ, ເວັບໄຊ ເພື່ອອອກຂ່າວລະດົມທົ່ວສັງຄົມໃນທົ່ວປະເທດ ໃຫ້ເປັນເຈົ້າການໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງໄດ້ສ້າງຂະບວນການຮ່ວມກັບນະຄອນຫຼວງວຽງຈັນ ອະນາໄມຕາມແຄມທາງຕັດໃໝ່ດົງນາໂຊກ-ໜອງບຶກ ເນື່ອງໃນໂອກາດເປີດສັບປະດາວຽງຈັນສະອາດ”.

ຈາກນັ້ນ, ໃນພິທີ, ທ່ານ ສົມມາດ ພົລເສນາ ກໍໄດ້ຂຶ້ນອ່ານສານຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນວັນສິ່ງແວດລ້ອມໂລກ 5 ມິຖຸນາ 2018 ໃຫ້ບັນດາທ່ານທີ່ເຂົ້າຮ່ວມໄດ້ຟັງ ເຊິ່ງມີບາງເນື້ອໃນສໍາຄັນວ່າ: “ເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນດັ່ງກ່າວປີນີ້, ສຳລັບ ສປປ ລາວ ຂໍໃຫ້ຖືເອົາໂອກາດທີ່ມີຄວາມໝາຍຄວາມສຳຄັນດຳເນີນການໂຄສະນາ, ປູກຈິດສຳນຶກ ແລະ ສ້າງຂະບວນການຕ່າງໆໃຫ້ສອດຄ່ອງຕາມຄໍາຂວັນສະເພາະປີນີ້ ແລະ ພ້ອມກັັນຫັນປ່ຽນຈິນຕະນາການໄປພ້ອມໆກັບການເພີ່ມທະວີການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດໃຫ້ບັນລຸຕາມວິໄສທັດ, ຕາມຍຸດທະສາດ ແລະ ແຜນການ 5 ປີ ຂອງຂະແໜງການ ປະກອບສ່ວນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງ. ສະເພາະໃນປີນີ້, ໄດ້ມີການສົ່ງເສີມຂະບວນການອະນາໄມຕົວເມືອງ, ອະນາໄມຮ່ອງລະບາຍນ້ຳ, ປູກຕົ້ນໄມ້, ການແຍກສິ່ງເສດເຫຼືອ, ການກຳຈັດຂີ້ເຫຍື້ອ, ການຫຼຸດຜ່ອນການນຳໃຊ້ຖົງຢາງປຼາສະຕິກ ກ້າວໄປເຖິງການນຳໃຊ້ວັດສະດຸທີ່ຍ່ອຍສະຫຼາຍໄດ້ງ່າຍ ທັງໝົດນີ້ກໍເພື່ອສ້າງປະເທດລາວ “ຂຽວສະອາດງາມຕາ”.