ລົດຈັກເປັນພາຫະນະທີ່ຄົນມັກນໍາໃຊ້ ເພາະມີຄວາມສະດວກໃນການເດີນທາງໄປ-ມາ ເຮັດກິດຈະກໍາຕ່າງໆ ແລະ ຫາບ່ອນຈອດງ່າຍ. ແຕ່ວ່າລົດຈັກກໍມີຄວາມສ່ຽງທີ່ຈະເກີດອຸບັດຕິເຫດຕາມທ້ອງຖະໜົນ. ນອກຈາກນີ້, ລົດຈັກກໍ ຕົກເປັນເປົ້າໝາຍລັກຊັບຂອງກຸ່ມຄົນບໍ່ດີທີ່ເຄື່ອນໄຫວລັກເອົາລົດໄປຂາຍ; ໃນໄລຍະຜ່ານມາ, ສະພາບລົດຈັກ ເສຍຢູ່ໃນນະຄອນຫຼວງວຽງຈັນ ເປັນບັນຫາໜຶ່ງທີ່ເກີດຂຶ້ນຫຼາຍສົມຄວນ, ເຊິ່ງແຕ່ລະເດືອນຈະມີລົດຈັກເສຍຫຼາຍ ສິບຄັນ ບັນຫານີ້ສ້າງຄວາມບໍ່ສະຫງົບ ແລະ ເປັນລະບຽບໃນສັງຄົມ.

ບັນຫາດັ່ງກ່າວໃນໄລຍະຜ່ານມາ, ເຈົ້າໜ້າທີ່ ປກສ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ໄດ້ສຸມໃສ່ແກ້ໄຂຢ່າງ ຕັ້ງໜ້າ ແລະ ສາມາດຕິດຕາມຈັບກຸ່ມຄົນບໍ່ດີເຫຼົ່ານັ້ນໄປດຳເນີນຄະດີເປັນຈຳນວນຫຼາຍສົມຄວນ ແຕ່ກໍບໍ່ມີທ່າທີ ຈະຫຼຸດລົງ ຍິ່ງໄປກວ່ານັ້ນຍັງມີລັກສະນະເພີ່ມຂຶ້ນ ແລະ ມີລັກສະນະຮຸນແຮງກວ່າເກົ່າ. ຫ້ອງຕໍາຫຼວດກອງບັນຊາ ການ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ສະພາບປະກົດການຫຍໍ້ທໍ້ຢູ່ນະຄອນຫຼວງວຽຈັນ ນັບແຕ່ວັນທີ 8-21 ພຶດສະພາ 2018 ເກີດຂຶ້ນທັງໝົດ 108 ເລື່ອງ. ໃນນັ້ນ, ພົ້ນເດັ່ນ ຍັງແມ່ນຄະດີລັກຊັບພົນລະເມືອງ ກວມເອົາ 64 ເລື່ອງ ສ່ວນຫຼາຍແມ່ນລັກລົດຈັກ, ເຊິ່ງມີລົດຈັກຂອງປະຊາຊົນເສຍຫາຍ 57 ຄັນ. ຈາກສະພາບ ທີ່ເກີດຂຶ້ນທັງໝົດນັ້ນເຮົາຈະເຫັນໄດ້ວ່າ: ສ່ວນໜຶ່ງແມ່ນເກີດມາຈາກຄວາມເຫັນແກ່ໂຕ, ຄວາມມັກງ່າຍຂອງ ກຸ່ມຄົນບໍດີຊອກລັກເອົາຊັບຂອງຄົນອື່ນ, ອີກສ່ວນໜຶ່ງແມ່ນຍ້ອນສະຕິຂອງຜູ້ເປັນເຈົ້າຂອງຊັບ ຍັງບໍ່ທັນສູງໃນ ການຮັກສາຊັບສິນທີ່ມີຄ່າຂອງຕົນເອງ ເຮັດໃຫ້ເກີດມີຊ່ອງວ່າງໃຫ້ແກ່ກຸ່ມຄົນບໍ່ດີໄດ້ງ່າຍ ເຊັ່ນ: ວັນທີ 10 ພຶດ ສະພາ 2018 ໄດ້ມີຄົນຮ້າຍບໍ່ຮູ້ຈໍານວນ, ເຂົ້າໄປລັກເອົາລົດຈັກຮອນດ້າເວບ 100 ສີຟ້າດໍາ ໝາຍເລກທະບຽນ ຈຈ 4386 ກໍາແພງນະຄອນ ຂອງນາງ ສຸກພາພອນ ອາຍຸ 23 ປີ ພັກເຊົາຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ, ເຊິ່ງ ຈອດລົດຈັກໄວ້ຢູ່ໜ້າຮ້ານເລີມສວຍບ້ານດັ່ງກ່າວໜີ ໄປ. ນາງ ລູດໍາ ອາຍຸ 29 ປີ ຢູ່ບ້ານຮ່ອງແຊງ ເມືອງຈັນທະບູລີ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ: ມີຄົນຮ້າຍເຂົ້າໄປລັກ ເອົາລົດຈັກເວບ 100 ສີແດງ-ດໍາ ປ້າຍທະ ບຽນ ດຜ 4340 ກໍາແພງນະຄອນ, ເຊິ່ງ ຈອດໄວ້ຢູ່ໜ້າຫ້ອງເຊົ່າ. ວັນທີ 19 ພຶດສະພາ ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ນະ ຄອນຫຼວງວຽງຈັນ ໄດ້ລົງ ກວດກາສະຖານທີ່ເກີດເຫດຄົນຮ້າຍງັດແງະ-ລັກຊັບຮ້ານຂາຍເຄື່ອງຂອງ ນາງ ສົມພອນ ອາຍ 47 ປີ ຢູ່ບ້ານພະຂາວ ເມືອງໄຊທານີ. ຜ່ານການກວດກາຄົນຮ້າຍໄດ້ງັດປະຕູເຂົ້າໄປ, ເຊິ່ງໃນຮ້ານມີເຄື່ອງເສຍຫາຍບັດເຕີມເງິນມູນຄ່າ 10 ລ້ານກີບ, ເງິນ 500.000 ກີບ ແລະ ຂອງມີຄ່າຈໍານວນໜຶ່ງ. ສ່ວນຄະດີນີ້ເກີດຂຶ້ນໃນວັນ ທີ 21 ພຶດສະພາ ຜ່ານ ມາ, ມີຄົນຮ້າຍບ່ໍຮູ້ຈໍານວນເຂົາໄປລັກເອົາລົດຈັກ ຮອນດາຄິກ ສີຟ້າດໍາ ໝາຍເລກທະບຽນ ດດ 9673 ກໍາແພງນະ ຄອນ ຂອງ ທ້າວ ອັບດູ ອາຍຸ 44 ປີ, ສັນຊາດປາກິສະຖານ ພັກເຊົາຢູ່ບ້ານໜອງດ້ວງ ເມືອງສີໂຄດຕະບອງ, ຈອດໄວ້ຢູ່ໜ້າຫ້ອງຂອງຜູ້ກ່ຽວ.

ເຈົ້າໜ້າທີ່ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ກໍາລັງວິຊາສະເພາະແຕ່ລະເມືອງເພີ່ມທະວີໃນ ການສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ນີ້ ເປັນເຈົ້າການໃນການເຄື່ອນໄຫວປະຕິບັດວຽກງານ, ປະສານສົມທົບ ເພື່ອເກັບກຳຂໍ້ມູນ ແລະ ກຸ່ມເປົ້າໝາຍ ພາຍໃນເມືອງຢ່າງລະອຽດ ແລ້ວຂຶ້ນແຜນແກ້ໄຂຕາມວິຊາສະເພາະ, ສິ່ງທີ່ເລັ່ງດ່ວນແມ່ນຕ້ອງຍູ້ແຮງກຳລັງ ປກສ ບ້ານ-ກຸ່ມບ້ານ ເຮັດໜ້າທີ່ເຄື່ອນໄຫວກວດກາພົນລະເມືອງຂອງຕົນ ແລະ ເວນຍາມຢ່າງເອົາຈິງເອົາຈັງຕາມພື້ນທີ່ຈຸດຫຼ່ໍແຫຼມ ເພື່ອສະກັດກັ້ນບໍ່ໃຫ້ກຸ່ມຄົນບໍ່ດີມາເຄື່ອນໄຫວຢູ່ໃນເຂດ ຕົນຮັບຜິດຊອບ ແລະ ທຸກພາກສ່ວນໃນສັງຄົມຕ້ອງມີສະຕິໃນການໄປມາເດິກດື່ນ ແລະ ເອົາໃຈໃສ່ຮັກສາຊັບ ສິນຂອງຕົນ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດ ແລະ ພ້ອມກັນນັ້ນສະຖາບັນຄອບຄົວ ແລະ ການສຶກສາກໍຕ້ອງ ໄດ້ຮ່ວມຍູ້ແຮງໃນການອົບຮົມຕັກເຕືອນລູກຫຼານຂອງຕົນ ເພື່ອບໍ່ໃຫ້ໄປກະທຳໃນສິ່ງທີ່ຜິດຕໍ່ລະບຽບກົດໝາຍ ບ້ານເມືອງ.