ບີບີຊີ ລາຍງານຂ່າວ ໃນວັນທີ 6 ສິງຫານີ້າ ວ່າ: ປັອກຕຸຍການ ປະເຊີນກັບອາກາດທີ່ຮ້ອນຈັດໃນທ້າຍອາທິດຜ່ານມາ ໂດຍມີອຸນຫະພູມສູງສຸດ 46 ອົງສາເຊ ໃນຫຼາຍພື້ນທີ່ ໃກ້ຄຽງກັບສະຖິຕິສູງສຸດຂອງປະເທດ ທີ່ 47,4 ອົງສາເຊ ແລະ ຍັງເກີດເຫດໄຟໄໝ້ປ່າຄັ້ງໃຫຍ່ ໃນເມືອງມອນຊິກ ແຂວງອາກາບ ກິນພື້ນທີ່ປ່າຫຼາຍກວ່າ 10 ຕາລາງກິໂລແມັດ ເຮັດໃຫ້ຕ້ອງອົບພະຍົບປະຊາຊົນ 1 ໝູ່ບ້ານ ໃນພື້ນທີ່ໃກ້ຄຽງ ແລະ ຕ້ອງໃຊ້ກຳລັງເຈົ້າໜ້າທີ່ຫຼາຍກວ່າ 700 ຄົນ ສຳລັບການຄວບຄຸມໄຟ.

ດ້ານສຳນັກງານຄຸ້ມຄອງພົນລະເຮືອນປັອກຕຸຍການ ໄດ້ສົ່ງຂໍ້ຄວາມທາງມືຖືແຈ້ງເຕືອນ ປະຊາຊົນ ໃຫ້ລະວັງໄຟໄໝ້ປ່າໃນຫຼາຍພື້ນທີ່ ຫຼັງເກີດເຫດໄຟໄໝ້ປ່າ 2 ຄັ້ງໃຫຍ່ ໃນປີທີ່ຜ່ານມາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຫຼາຍຄົນ.

ຂະນະທີ່, ແອັດສະປາຍ ທາງການໄດ້ແຈ້ງເຕືອນປະຊາຊົນເຝົ້າລະວັງໄພຮ້ອນ ໃນ 41 ແຂວງ ຈາກທັງໝົດ 50 ແຂວງ ແລະ ມີລາຍງານຜູ້ເສຍຊີວິດແລ້ວ 3 ຄົນ ພ້ອມທັງຍັງເກີດເຫດໄຟໄໝ້ປ່າ ໃນເມືອງເນບາ ທາງພາກໃຕ້ຂອງນະຄອນຫຼວງມາດຣິດ ແລະ ໄຟໄໝ້ປ່າອີກຫຼາຍແຫ່ງໃນປະເທດ ທັງພື້ນທີ່ໃກ້ຊາຍແດນ ປັອກຕຸຍການ ແລະ ຝຣັ່ງ.

ນອກຈາກນີ້, ອາກາດຮ້ອນຈັດໃນເອີຣົບຍັງສົ່ງຜົນກະທົບເຖິງຫຼາຍປະເທດ ເຊັ່ນ: ຝຣັ່ງ ທີ່ຕ້ອງປິດເຄື່ອງປະຕິກອນນິວເຄຣຍ 4 ແຫ່ງ ເພາະອາກາດຮ້ອນຈັດ, ສ່ວນ ໂຮນລັງ ຕ້ອງປິດເສັ້ນທາງບາງເສັ້ນ ເນື່ອງຈາກອາກາດທີ່ຮ້ອນຈັດ ເຮັດໃຫ້ຢາງມະຕອຍລະລາຍ.

ຂະນະດຽວກັນ, ອາກາດທີ່ຮ້ອນຫຼາຍໃນເອີຣົບ ຍັງສົ່ງຜົນກະທົບຮ້າຍແຮງຕໍ່ຊາວກະສິກອນໃນຫຼາຍປະເທດ ເຊັ່ນ: ສະວິດ, ໂດຍໂຄສົກສະມາຄົມເຮຣິຄອບເຕີສະວິດ ຊື່ ຄຣິສຕຽນ ກາມັນ ເປີດເຜີຍວ່າ: ຊາວກະສິກອນຕ້ອງເພິ່ງພາການສົ່ງນ້ຳທາງອາກາດຫຼາຍໝື່ນແກວລອນຕໍ່ອາທິດ ເພື່ອໃຊ້ໃນການລ້ຽງງົວ ຫຼັງຈາກປະສົບໄພແຫ້ງແລ້ງ. ນັບວ່າເປັນຄັ້ງທຳອິດຕັ້ງແຕ່ປີ 2003 ທີ່ຊາວກະສິກອນຕ້ອງອາໄສເຮຣິຄອບເຕີສົ່ງນ້ຳ ພ້ອມທັງລະບຸອີກວ່າ: ຊາວກະສິກອນບາງສ່ວນ ອາດຕ້ອງຍອມຂ້າງົວຖິ້ມ.

ດ້ານບໍລິສັດທີ່ປຶກສາ ທີກ໊າດ ໃນອຽກລັງ ຄາດຄະເນວ່າ: ຊາວກະສິກອນນົມງົວໃນອຽກລັງ ອາດເສຍລາຍໄດ້ຫຼາຍກວ່າ 50% ໃນປີນີ້ ຫຼັງຈາກອາກາດຮ້ອນຈັດ ເຮັດໃຫ້ຫຍ້າແຫ້ງສຳລັບລ້ຽງງົວ ຂາດຕະຫຼາດ.

ນອກຈາກນີ້, ນິວຢອກທາມ ລາຍງານວ່າ: ໄພແຫ້ງແລ້ງຍັງສົ່ງຜົນກະທົບຕໍ່ການຜະລິດໝາກບິວເບີຣີ, ຄຼາວເບີຣີ ແລະ ລິນກອນເບີຣີ ເຊິ່ງເປັນໝາກໄມ້ທີ່ມີຊື່ສຽງຂອງພາກພື້ນແຫຼມສະກັງດີນາວີ ໂດຍລາຄາຂອງ ບິວເບີຣີ ສູງຂຶ້ນ 30-35% ເນື່ອງຈາກເກັບຜົນຜະລິດໄດ້ນ້ອຍລົງ.