ທ້າຍເດືອນກໍລະກົດຜ່ານມາ, ສະຫະພັນ ແມ່ຍິງກອງພັນໃຫຍ່ 202 ຂຶ້ນກັບກອງພົນທະຫານຮາບທີ 2 ກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955-20 ກໍລະກົດ 2018) ເພື່ອໃຫ້ເອື້ອຍ-ນ້ອງສະມາຊິກແມ່ຍິງຮັບຮູ້ເຂົ້າໃຈກ່ຽວກັບການກໍາເນີດເກີດຂຶ້ນ ແລະ ມູນເຊື້ອຂອງວັນສໍາຄັນດັ່ງກ່າວ, ເປັນກຽດເຂົ້າຮ່ວມໂດຍ ພັທ ທອງໄຊ ແສງອຸດົມ ຫົວໜ້າການເມືອງກອງພັນໃຫຍ່ 202, ມີຄະນະພັກ-ຄະນະບັນຊາ, ຕາງໜ້າອົງການຈັດຕັ້ງມະຫາຊົນຈາກພະແນກການ, ກົມກອງ ພ້ອມດ້ວຍເອື້ອຍ-ນ້ອງແມ່ຍິງພາຍໃນເຂົ້າຮ່ວມ.

ຮອ ນາງ ພຽງວິໄລ ວຽງມະນີ ຫົວໜ້າຂະແໜງສະຫະພັນແມ່ຍິງກອງພັນໃຫຍ່ 202 ໄດ້ຍົກໃຫ້ເຫັນການມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວວ່າ: ໂດຍປະຕິບັດຕາມແນວນະໂຍບາຍຂອງພັກແມ່ຍິງໄດ້ຕັ້ງໜ້າເຂົ້າຮ່ວມໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າດ້ວຍຫຼາຍຮູບການ, ການຈັດຕັ້ງແມ່ຍິງໄດ້ຮັບການສ້າງຕັ້ງຂຶ້ນໄປພ້ອມກັບບັນດາ ອົງການຈັດຕັ້ງຮາກຖານຂອງການປະຕິວັດ ໂດຍຈັດຕັ້ງໜ່ວຍ, ເອື້ອຍນັກຮົບ ເພື່ອເບິ່ງແຍງລ້ຽງດູກອງທະຫານກູ້ຊາດ, ແມ່ຍິງໄດ້ສະໝັກເຂົ້າເປັນກອງຫຼອນ, ເຂົ້າຮ່ວມລໍາລຽງຂົນສົ່ງອາຫານ, ຢາ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງ ໃຊ້ທີ່ຈໍາເປັນອື່ນໆໃຫ້ກໍາລັງປະຕິວັດ, ແມ່ຍິງລາວທີ່ຢູ່ເຂດປົກຄອງຂອງພວກສັດຕູ ກໍໄດ້ຕໍ່ສູ້ປະເຊີນໜ້າກັບພວກສັດຕູໃນແຕ່ລະວັນ, ເຖິງວ່າພວກສັດຕູຈະປາບປາມ, ຈັບກຸມຄຸມຂັງ ແຕ່ກໍບໍ່ສາມາດເອົາຊະນະນໍ້າໃຈຮັກຊາດ, ຄວາມອົງອາດກ້າຫານ, ນໍ້າໃຈເສຍສະລະ ແລະ ຄວາມຈົງຮັກພັກດີຕໍ່ການປະຕິວັດຂອງແມ່ຍິງລາວໄດ້, ກົງກັນຂ້າມ ຍິ່ງຖືກປາບປາມເທົ່າໃດແປວໄຟແຫ່ງຄວາມຮັກຊາດ ແລະ ຄວາມຄຽດແຄ້ນສັດຕູກໍຍິ່ງເພີ່ມທະວີຂຶ້ນ; ພາຍໃຕ້ການນໍາພາຂອງພັກອົງການຈັດຕັ້ງແມ່ຍິງຢູ່ຂັ້ນຮາກຖານຈຶ່ງໄດ້ເກີດຂຶ້ນຈາກ ການຈັດຕັ້ງໜ່ວຍແມ່ຍິງນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນາລີຢູ່ຕົວເມືອງການຈັດຕັ້ງດັ່ງກ່າວໄດ້ມີການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ ແລະ ເປັນຕົ້ນກໍາເນີດຂອງຄະນະຂົນຂວາຍ ສ້າງຕັ້ງສະມາຄົມແມ່ຍິງລາວຮັກຊາດ ເຊິ່ງໄດ້ປະກາດຢ່າງເປັນທາງການໃນວັນທີ 20 ກໍລະກົດ 1955 ຢູ່ເຂດທີ່ໝັ້ນຂອງການປະຕິວັດແຂວງຫົວພັນ ໂດຍແມ່ນ ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ນາງ ຄໍາສຸກ ວົງວິ ຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ ເພື່ອນໍາພາຂະບວນການແມ່ຍິງລາວໃນທົ່ວປະເທດ ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ເດັດດ່ຽວປະຕິບັດຕາມຄໍາຂວັນທີ່ວ່າ ທຸກສິ່ງຢ່າງເພື່ອແນວໜ້າ, ທຸກສິ່ງຢ່າງເ ພື່ອຕີເອົາຊະນະຈັກກະພັດ ແລະ ລູກມືຈາການການປະກອບສ່ວນຢ່າງຕັ້ງໜ້າຄຽງບ່າຄຽງໄຫຼ່ກັບເພດຊາຍ ຈຶ່ງເຮັດໃຫ້ກໍາລັງປະຕິວັດນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ທັງເປັນການປະກອບສ່ວນໃນການລຸກຮື້ຂຶ້ນຢຶດອໍານາດໃນທົ່ວປະເທດ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນ ວັນທີ 2 ທັນວາ 1975.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວ, ຂະບວນການປະຕິວັດຂອງເອື້ອຍ-ນ້ອງແມ່ຍິງໄດ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງໃນທຸກຂົງເຂດວຽກງານ, ມາຮອດວັນທີ 21-24 ມີນາ 1984 ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ, ກອງປະຊຸມໄດ້ຕົກລົງປ່ຽນຊື່ຈາກສະມາຄົມແມ່ຍິງລາວຮັກ ຊາດມາເປັນສະຫະພັນແມ່ຍິງລາວ, ກອງປະຊຸມໄດ້ຄົ້ນຄວ້າຮັບຮອງເອົາເນື້ອໃນຄໍາຂັວນ 3 ດີ 2 ໜ້າທີ່ ຄື: ພົນລະເມືອງດີ, ເປັນແມ່ທີ່ດີ, ເປັນເມຍທີ່ດີ, ປົກປັກຮັກສາກໍ່ສ້າງປະເທດຊາດ, ປົດປ່ອຍແມ່ຍິງ; ກອງປະຊຸມໄດ້ ເລືອກຕັ້ງເອົາຄະນະບໍລິຫານງານສູນການສະຫະພັນແມ່ຍິງລາວ ຈໍານວນ 27 ທ່ານ ແລະ ເລືອກເອົາທ່ານ ນາງ ຄໍາແພງ ບຸບຜາ ເປັນປະທານ, ທ່ານ ນາງ ເພັດສະໝອນ ລາ ຊະສິມມາ ເປັນຮອງປະທານ ແລະ ມີສະມາຊິກແມ່ຍິງທົ່ວປະເທດ 426.032 ຄົນ.