ສຳນັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງລິສບອນ ປະເທດປັອກຕຸຍການ ໃນວັນທີ 3 ສິງຫານີ້ວ່າ: ສະພາບອາກາດຮ້ອນເຮັດໃຫ້ທາງການຕ້ອງແຈ້ງເຕືອນໃນປະເທດແອັດສະປາຍ ແລະ ປັອກຕຸຍການ ເຊິ່ງອຸນຫະພູມອາດສູງເຖິງ 44 ອົງສາເຊ ໃນເມືອງອີໂວຣາ ຂອງປັອກຕຸຍການ ເຊິ່ງຕັ້ງຢູ່ຫ່ງອອກໄປ 130 ກິໂລແມັດ ທາງທິດຕາເວັນອອກຂອງນະຄອນຫຼວງລິສບອນ ແລະ ໃນແຂວງບາດາໂຢສ ຂອງແອັດສະປາຍ.

ທັ້ງນີ້, ເພາະມວນອາກາດຮ້ອນຈາກທະວີບອາຟຣິກກາ ໄດ້ພັດຂຶ້ນເໜືອສູ່ທະວີບເອີຣົບ ທາງການຕ້ອງແຈ້ງເຕືອນໃຫ້ລະວັງວ່າ: ອຸນຫະພູມອາດສູງເຖິງ 47 ອົງສາເຊ ໃນທ້າຍອາທິດນີ້ ທີ່ເມືອງເບຈາ ທາງພາກໃຕ້ຂອງປັອກຕຸຍການ; ທາງການປັອກຕຸຍການ ຍັງໄດ້ແຈ້ງເຕືອນໃຫ້ລະວັງຝຸ່ນຊາຍຈາກທະເລຊາຍຊາຮາຣາ ເຊັ່ນດຽວກັບທາງການແອັດສະປາຍ ຕ້ອງແຈ້ງເຕືອນເຊັ່ນກັນ ໃຫ້ລະວັງຝຸ່ນຊາຍ ເຊິ່ງອາດພັດເຂົ້າສູ່ພື້ນທີ່ 40 ແຂວງ ຈາກທັງໝົດ 50 ແຂວງຂອງແອັດສະປາຍ.

ເຊັ່ນດຽວກັນ, ປະເທດທີ່ຢູ່ທາງເໜືອຂຶ້ນໄປໃນທະວີບເອີຣົບ ໃຫ້ລະວັງອາກາດຮ້ອນ ແລະ ອຸນຫະພູມອາດສູງເປັນປະຫວັດສາດ; ສ່ວນໃນປະເທດເພື່ອນບ້ານຢ່າງ ແຟັງລັງ ນັ້ນ ໄດ້ມີຮ້ານເຄ-ຊູບເປີມາເກັດ ແຈ້ງເຕືອນຜ່ານທາງເຟສບຸກເຖິງວິທີການລະບາຍຄວາມຮ້ອນວ່າ: ລູກຄ້າສາມາດເຂົ້າມາຫຼົບຮ້ອນພາຍໃນຊຸບເປີມາເກັດ ໃນນະຄອນຫຼວງເຮວຊິງ ກໍໄດ້ ແລະ ຍັງສາມາດນອນຄ້າງຄືນໄດ້. ຂະນະທີ່, ພາກຕາເວັນອອກຂອງເອີຣົບ ຕົວຢ່າງເຊັ່ນ: ປະເທດໂປໂລຍ ອຸນຫະພູມອາດສູງເຖິງ 34 ອົງສາເຊ, ທາງໂຮງງານໄຟຟ້າຕ້ອງປັບເຂົ້າສູ່ລະບົບສຸກເສີນ ເນື່ອງຈາກປະລິມານການໃຊ້ກະແສໄຟຟ້າສູງ ເພາະຜູ້ຄົນເປີດເຄື່ອງປັບອາກາດ ແບະ ພັດລົມເພື່ອລະບາຍຄວາມຮ້ອນ.