ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ເມືອງສິງ ແຂວງຫຼວງນ້ໍາທາ ໄດ້ລົງຊ່ວຍເຫຼືອພໍ່-ແມ່ປະຊາຊົນທີ່ປະສົບໄພນໍ້າຖ້ວມເຂດບ້ານໜອງຄຳ ເມືອງສິງ ແຂວງຫຼວງນ້ຳທາ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວນໃນໄລຍະ 3-4 ມື້ກ່ອນນີ້ທີ່ສະພາບດິນຟ້າອາກາດຢູ່ເມືອງສິງ ໄດ້ມີຝົນຕົກຕິດຕໍ່ກັນຫຼາຍວັນ.

ມາຮອດຕອນເຊົ້າຂອງວັນທີ 30 ກໍລະກົດ 2018 ໄດ້ເກີດມີຝົນຕົກໜັກ ເຮັດໃຫ້ປະລິມານແມ່ນ້ຳ ແລະ ຫ້ວຍ ຮ່ອງຕ່າງໆເພີ່ມຂຶ້ນຢ່າງໄວວາ ຈົນເຮັດໃຫ້ນ້ຳໄຫຼເຂົ້າຖ້ວມເສັ້ນທາງເຂົ້າບ້ານ ແລະ ເຮືອນຂອງພໍ່-ແມ່ປະຊາຊົນບ້ານ ໜອງຄໍາ ເຊິ່ງເຮັດໃຫ້ການສັນຈອນດ້ວຍລົດໃຫຍ່ ແລະ ລົດຈັກແມ່ນບໍ່ສາມາດທ່ຽວທາງໄດ້; ຕໍ່ກັບສະພາບ ການດັ່ງກ່າວກອງບັນຊາການ ປກສ ເມືອງສິງ ໄດ້ປະສານສົມທົບກັບກອງບັນຊາການທະຫານເມືອງນຳກຳລັງອ້າຍ-ນ້ອງ ແລະ ເອົາພາຫະນະເຂົ້າຊ່ວຍເຫຼືອພໍ່-ແມ່ປະຊາຊົນໃນການຍົກຍ້າຍເຄື່ອງຂອງ, ສັດລ້ຽງ, ພາຫະນະເຄື່ອງຈັກ ອອກໄປເກັບຮັກສາໄວ້ບ່ອນທີ່ສູງ ແລະ ປອດໄພ.

ພັຕ ຄຳເຕົ່າ ກຳລັດສາລີ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ ໃຫ້ຮູ້ວ່າ: ສະພາບຝົນຕົກໜັກຢູ່ເຂດເມືອງສິງ ໃນລະຫວ່າງວັນທີ 27- 30 ກໍລະກົດ 2018 ໄດ້ເຮັດໃຫ້ໄຮ່ນາຮົ້ວສວນຂອງປະຊາຊົນໄດ້ຮັບຜົນກະທົບຫຼາຍພໍສົມຄວນ. ໃນນັ້ນ ມີບ້ານກຸ່ມ, ບ້ານຈອມ, ບ້ານປ່າຕອຍ, ບ້ານຈຽງມູນ, ບ້ານສີລິເຮືອງ ແລະ ບ້ານນາ ຄຳຖ້ວມຫຼາຍ ແລະ ໄດ້ຮັບຜົນເສຍຫາຍໜັກແມ່ນບ້ານໜອງຄຳ; ເຊິ່ງມີ 86 ຫຼັງຄາເຮືອນ; ສ່ວນຜົນເສຍຫາຍ ຈາກໄພນໍ້າຖ້ວມໃນຄັ້ງນີ້ ແມ່ນພວມຢູ່ໃນໄລຍະເກັບກຳຂໍ້ມູນຂອງພາກສວນກ່ຽວຂ້ອງ.