ກອງປະຊຸມພົບປະລາວ-ຈີນ ປະຈໍາໄຕມາດ II ປີ 2018 ລະຫວ່າງດ່ານກວດຄົນເຂົ້າ-ອອກເມືອງ (ຕມ) ສາກົນບ່ໍເຕນ ແຂວງຫຼວງນໍ້າທາ ແຫ່ງ ສປປ ລາວ ແລະ ດ່ານກວດກາຄົນເຂົ້າ-ອອກເມືອງສາກົນບໍ່ຫານ ແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 31 ກໍລະກົດ 2018 ນີ້ ຢູ່ທີ່ຫ້ອງປະຊຸມ ຕມ ສາກົນບໍ່ຫານ ແຫ່ງ ສປ ຈີນ; ຝ່າຍລາວນຳໂດຍ ພັຕ ສຸລິວັນ ຍົມມະນີ ຫົວໜ້າດ່ານ ຕມ ສາກົນບໍ່ເຕນ ພ້ອມດ້ວຍຄະນະ ແລະ ຝ່າຍຈີນນຳພາໂດຍ ພັທ ຈອງກ້ອຍ ຫົວໜ້າເສນາທິການ ພ້ອມດ້ວຍຄະນະ.

ກອງປະຊຸມດັ່ງກ່າວ, ຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນລາຍງານສະພາບໂດຍລວມໃນໄລຍະ 3 ເດືອນ ແລະ ຖອດຖອນວຽກງານໄດ້ຈາກການຈັດຕັ້ງປະຕິບັດໃນກອງປະຊຸມໄຕມາດ I ຜ່ານມາເຫັນວ່າທັງສອງດ່ານໄດ້ເອົາໃຈໃສ່ພົວພັນຮ່ວມມື, ແລກປ່ຽນວຽກງານບາງດ້ານວິຊາສະເພາະ ແລະ ອອກເຄື່ອນໄຫວລາດຕະເວນຕາມເສັ້ນຊາຍແດນຮ່ວມກັນຢ່າງເປັນປົກກະຕິ ແລະ ມີຄວາມສະຫງົບໂດຍພື້ນຖານ, ເອົາໃຈໃສ່ແກ້ໄຂບັນຫາເຂດຊາຍແດນລາວ-ຈີນ ແລະ ອໍານວຍຄວາມສະດວກໃຫ້ ແກ່ການເຂົ້າ-ອອກ ແລະ ໄປ-ມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ໃຫ້ມີຄວາມສະດວກ ແລະ ປອດໄພ; ເຊິ່ງໄດ້ສະແດງອອກໃນໄລຍະ 3 ເດືອນຜ່ານມາມີຄົນເຂົ້າ-ອອກເມືອງ ທັງໝົດ 361.652 ຄົນ ຍິງ 99.237 ຄົນ, ເດັກ 6.052 ຄົນ, ໃນນັ້ນຄົນເຂົ້າເມືອງ ທັງໝົດ 180.145 ຄົນ ຍິງ 49.912 ຄົນ, ເດັກ 2.894 ຄົນ, ຄົນອອກເມືອງ ທັງໝົດ 181.507 ຄົນ ຍິງ 49. 325 ຄົນ, ເດັກ 3.158 ຄົນ, ມີພາຫະນະເຂົ້າ-ອອກເມືອງ ທັງໝົດ 96.745 ຄັນ, ພາຫະນະເຂົ້າເມືອງ ທັງໝົດ 49.378 ຄັນ, ພາຫະນະອອກເມືອງ ທັງໝົດ 47.367 ຄັນ, ອອກວີຊາກັບດ່ານ 56. 379 ຄົນ ຍິງ 10.365 ຄົນ, ເດັກ 162 ຄົນ, ກວດກາຄະນະທ່ອງທ່ຽວເຂົ້າ-ອອກເມືອງ ທັງໝົດມີ 2.349 ຄະນະ, ມີ 64.516 ຄົນ ຍິງ 34.488 ຄົນ, ອອກເຄື່ອນໄຫວລາດຕະເວນຮ່ວມກັນ 8 ຄັ້ງ, ມອບຜູ້ຖືກຫາພົນລະເມືອງຈີນ ເຂົ້າເມືອງຜິດກົດໝາຍໃຫ້ເຈົ້າໜ້າທີ່ຈີນ 11 ຄັ້ງ, ມີ 30 ຄົນ ຍິງ 2 ຄົນ, ຮັບຜູ້ຖືກຫາພົນລະເມືອງລາວ ຈາກເຈົ້າໜ້າທີ່ຈີນ 1 ຄັ້ງ ມີ 4 ຄົນ ແລະ ຮັບຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 10 ຄົນ ຍິງ 10 ຄົນ.

ພ້ອມດຽວກັນນັ້ນ, ຜູ້ແທນກອງປະຊຸມທັງສອງຝ່າຍ ໄດ້ປຶກສາຫາລືຜັດປ່ຽນກັນແລກປ່ຽນຄຳຄິດ-ຄຳເຫັນບາງ ບັນຫາທີ່ເຫັນວ່າຍັງເປັນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂໃນຕໍ່ໜ້າ ເຊິ່ງທັງສອງຝ່າຍເຫັນດີສືບຕໍ່ການພົວພັນ ຮ່ວມມືໃຫ້ມີຄວາມໜັກແໜ້ນ ແລະ ແຂງແຮງ ໃນກໍລະນີມີບັນຫາທີ່ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບ ທັງສອງດ່ານແມ່ນພ້ອມກັນແກ້ໄຂບັນຫານຳກັນ, ສືບຕໍ່ສຶກສາອົບຮົມພົນລະເມືອງຈີນ-ພົນລະເມືອງລາວໃຫ້ເຂົ້າໃຈຕໍ່ລະບຽບກົດໝາຍໃນການເຂົ້າ-ອອກເມືອງ ໂດຍສະເພາະເພີ່ມທະວີເຄື່ອນໄຫວລາດຕະເວນຮ່ວມກັນຕາມຊາຍແດນ ແລະ ສະກັດກັ້ນການລັກລອບເຂົ້າ-ອອກເມືອງທີ່ຜິດກົດໝາຍຕາມເສັ້ນທາງນ້ອຍ, ສືບຕໍ່ເອົາໃຈໃສ່ສະກັດກັ້ນ ແລະ ສຶກສາອົບຮົມປະຊາຊົນທັງສອງຝ່າຍໃຫ້ເຂົ້າໃຈຕໍ່ການຕົກເປັນເຫຍື່ອ ແລະ ມີຄວາມສ່ຽງສູງຕໍ່ການຄ້າມະນຸດສູງຂຶ້ນ ເພື່ອຮັບປະກັນວຽກງານກວດກາຄົນເຂົ້າ-ອອກເມືອງ ແລະ ວຽກງານປົກປັກຮັກສາເສັ້ນຊາຍແດນໃຫ້ມີຄວາມສະຫງົບ-ປອດໄພໂດຍພື້ນຖານ.