ເອີຣົບ ກຽມຮັບມື ຄື້ນຄວາມຮ້ອນ 45 ອົງສາ – ຝຣັ່ງ ສັ່ງປິດ 50 ໂຮງຮຽນ

0
1566

ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 26 ມິຖຸນາ ທີ່ຜ່ານມາ ວ່າ: ສະຖານະການຄື້ນຄວາມຮ້ອນ ໃນທະວີບເອີຣົບ ທີ່ພັດມາຈາກທະເລຊາຍຊາຮາຣາ ເລີ່ມສົ່ງຜົນກະທົບແລ້ວ ເມື່ອໂຮງຮຽນ 50 ແຫ່ງ ທາງໃຕ້ຂອງນະຄອນຫຼວງປາຣີ ໃນເຂດເອຊອນ ຂອງຝຣັ່ງ ຕ້ອງປິດການຮຽນ-ການສອນ ເນື່ອງຈາກເຄື່ອງປັບອາກາດມີບໍ່ພຽງພໍ ແລະ ຄາດວ່າ ອຸນຫະພູມໃນບາງພື້ນທີ່ຂອງຝຣັ່ງ ຈະສູງຂຶ້ນກວ່າ 40 ອົງສາເຊ ພາຍໃນອາທິດນີ້.

ຫໍໄອເຟວ ນະຄອນຫຼວງປາຣີ ຝຣັ່ງ
ຫໍໄອເຟວ ນະຄອນຫຼວງປາຣີ ຝຣັ່ງ

ທາງການຝຣັ່ງ ຍັງແກ້ໄຂບັນຫາການຮັບມືກັບ ຄື້ນຄວາມຮ້ອນ ໃນນະຄອນຫຼວງປາຣີ ເຊິ່ງມີທ່າອ່ຽງທີ່ຈະມີໝອກຄວັນພິດ ແລະ ເມືອງລີຢົງ ເມືອງໃຫຍ່ອັນດັບ 3 ຂອງປະເທດ ດ້ວຍການອະນຸຍາດໃຫ້ສະເພາະຍານພາຫະນະ ທີ່ສ້າງມົນລະພິດຕໍ່າ ສາມາດສັນຈອນຕາມທ້ອງຖະໜົນໄດ້.

ຊາຍຫາດ ເມືອງບອນມັດ ລັດດໍເຊດ ອັງກິດ
ຊາຍຫາດ ເມືອງບອນມັດ ລັດດໍເຊດ ອັງກິດ

ນອກຈາກນີ້, ທີ່ນະຄອນຫຼວງປາຣີ ມີການຈັດສະຖານທີ່ຈອດຍານພາຫະນະຟຣີ ເພື່ອໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ຫັນມາໃຊ້ບໍລິການຂົນສົ່ງສາທາລະນະແທນ.

ລານນໍ້າພຸ ເມືອງລີຢົງ ຝຣັ່ງ
ລານນໍ້າພຸ ເມືອງລີຢົງ ຝຣັ່ງ

ການເຄື່ອນໄຫວດັ່ງກ່າວ ມີຂຶ້ນຫຼັງຈາກໃນຫຼາຍພື້ນທີ່ ເກືອບທົ່ວຝຣັ່ງ ຢູ່ໃນລະດັບເຕືອນໄພສີສົ້ມ ເຊິ່ງເປັນລະດັບ 2 ຮອງຈາກລະດັບເຕືອນໄພສີແດງ ທີ່ເປັນລະດັບສູງສຸດ.

ສະລອຍນໍ້າ ເມືອງເອສເຊິນ ເຢຍລະມັນ
ສະລອຍນໍ້າ ເມືອງເອສເຊິນ ເຢຍລະມັນ

ທາງການຝຣັ່ງ ຍັງປະກາດຄຳແນະນຳແກ່ປະຊາຊົນ ໃນການຮັກສາອຸນຫະພູມຮ່າງກາຍ ຂະນະທີ່ຜູ້ຄົນທົ່ວເອີຣົບ ຕ່າງພາກັນອອກມາຫຼິ້ນນໍ້າ ເພື່ອຄາຍຮ້ອນຕາມຊາຍຫາດ ແລະ ແຫຼ່ງນໍ້າ ໃນພື້ນທີ່ສາທາລະນະ.

ນະຄອນຫຼວງໂຣມ ອີຕາລີ
ນະຄອນຫຼວງໂຣມ ອີຕາລີ

ສຳລັບປະເທດອື່ນໃນທະວີບເອີຣົບ ທີ່ປະເທດສະວິດ ເຖິງວ່າອາກາດຈະຮ້ອນຮຸນແຮງ ແຕ່ທາງການຢືນຢັນວ່າ: ໂຮງຮຽນຈະເປີດການຮຽນ-ການສອນຕໍ່ໄປ ເນື່ອງຈາກຜູ້ປົກຄອງທີ່ເຮັດວຽກ ບໍ່ສາມາດເບິ່ງແຍງລູກໃນລະຫວ່າງວັນໄດ້.

ຂະນະທີ່ ໃນຫຼາຍພື້ນທີ່ທາງທິດຕາເວັນອອກສຽງເໜືອຂອງແອັດສະປາຍ ຄາດວ່າ:

ອຸນຫະພູມຈະເພີ່ມສູງເຖິງ 45 ອົງສາເຊ ໃນວັນທີ 28 ມິຖຸນານີ້ ເຊິ່ງ ທ່ານ ຊິວເວຍ ລາປຼານາ ນັກພະຍາກອນອາກາດຂອງແອັດສະປາຍ ໂພສແຜນທີ່ຂອງແອັດສະປາຍ ຜ່ານທາງທະວິດເຕີ ເຊິ່ງກາຍເປັນສີແດງຄໍ້າ ພ້ອມຂຽນຂໍ້ຄວາມວ່າ “ນາຮົກກຳລັງມາຢາມ”.

Heatwave gripping Europe
Heatwave gripping Europe

ສ່ວນທີ່ ເຢຍລະມັນ ແລະ ອີຕາລີ ຄາດວ່າ:

ອຸນຫະພູມຍັງຕໍ່າກວ່າ 40 ອົງສາ; ສຳນັກງານອຸຕຸນິຍົມວິທະຍາ ໃນເມືອງພັອສດຳ ລັດບຣັນເດິນບວກ ທາງທິດຕາເວັນອອກຂອງເຢຍລະມັນ ລະບຸວ່າ: ລະດູຮ້ອນ ໃນສະຕະວັດທີ 21 ຕິດອັນດັບ 5 ລະດູຮ້ອນທີ່ຮ້ອນທີ່ສຸດຂອງເອີຣົບ ນັບຕັ້ງແຕ່ ຄ.ສ 1500.

ໃນລັດຊັກເຊິນ-ອັນຮັນ ທາງທິດຕາເວັນອອກຂອງເຢຍລະມັນ ມີການຈຳກັດຄວາມໄວຂອງຍານພາຫະນະ ຕາມທາງດ່ວນແລ້ວ ເພື່ອປ້ອງກັນຄວາມສ່ຽງບໍ່ໃຫ້ພື້ນຜິວຖະໜົນໄດ້ຮັບຄວາມເສຍຫາຍຮຸນແຮງ; ຂະນະດຽວກັນ, ຕຳຫຼວດໃນລັດບຣັນເດິນບວກ ໄດ້ໂພສພາບຖ່າຍຂອງຊາຍຄົນໜຶ່ງ ທາງທະວິດເຕີ ເຊິ່ງແກ້ເສື້ອຜ້າຂີ່ລົດຈັກ ເພື່ອອາໄສລົມຄາຍຄວາມຮ້ອນ ແຕ່ຖືກຕຳຫຼວດສັ່ງຢຸດໃຫ້ໃສ່ເສື້ອຜ້າຕາມປົກກະຕິ.