ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກບ້ານສີບຸນເຮືອງ

0
1439

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2019, ໂດຍມີສະຫາຍ ນາງ ບົວລອນ ວົງດາລາແສນ ຄະນະພັກນະ ຄອນຫຼວງ, ເລຂາພັກເມືອງ, ເຈົ້າເມືອງໆຈັນທະບູລີ, ມີປະທານກວດ ກາພັກ-ລັດເມືອງ, ຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ແຂກ
ຮັບເຊີນ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກບ້ານສີບຸນເຮືອງ

ສະຫາຍ ແສງເດືອນ ຄົງສຸວັນຄຳ ເລຂາໜ່ວຍພັກບ້ານສີບຸນເຮືອງ ປະທານກອງປະຊຸມ ກ່າວວ່າ: ໃນໄລຍະ5 ປີຜ່ານມາ, ໜ່ວຍພັກບ້ານສີບຸນເຮືອງ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດເປັນຫຼັກ, ຢຶດໝັ້ນທິດສະດີມາກ-ເລນິນ, ແນວທາງອຸດົມການຂອງພັກ ເຂົ້າໃນທຸກຂົງ ເຂດວຽກງານ ໂດຍການນຳເອົາບັນດາ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ ແລະ ເອກະສານມູນເຊື້ອວັນສຳຄັນ ຕ່າງໆຂອງພັກ-ຂອງຊາດມາເຜີຍແຜ່ໃຫ້ສະມາຊິກ ແລະ ພໍ່-ແມ່ປະຊາຊົນ ພາຍໃນບ້ານໄດ້ 22 ຄັ້ງ, ເອົາໃຈໃສ່ ນຳພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກ ຊາດ ແລະ ພັດທະນາ, ຂໍ້ແຂ່ງຂັນ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນ, ເສີມຂະຫຍາຍພາລະບົດບາດ, ປະຕິບັດສິດ ແລະ ໜ້າທີ່ 23 ຂໍ້ ແລະ 3 ຫຼັກການຢ່າງຄົບຖ້ວນ, ນຳພາປະຊາຊົນ ສ້າງຄອບຄົວ ແລະ ບ້ານສາມັກຄີຕາມຄຳສັ່ງ ເລກທີ 577/ສນຊ, ສາມາດ ປະຕິບັດໄດ້ 335 ຄອບຄົວ ເທົ່າກັບ 100%.

ພິທີປ່ອນບັດສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກບ້ານສີບຸນເຮືອງ

ພ້ອມນັ້ນຍັງໄດ້ເອົາໃຈໃສ່ຊີ້ນໍາ-ນຳພາບັນດາອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນຂອບເຂດຂອງຕົນໄດ້ຮັບຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະພັດທະນາ ພ້ອມປຸກລະດົມ ຊາວໜຸ່ມເຂົ້າຮ່ວມຂະບວນການຂອງບ້ານ, ແກ້ໄຂປະກົດການຫຍໍ້ທໍ້ໃນຖັນ ແຖວຊາວໜຸ່ມ-ໄວໜຸ່ມ ແລະ ສາມາດ ປະກາດເປັນບ້ານ 4 ບຸກ, ໄດ້ຊຸກຍູ້ ສະ
ຫະພັນແມ່ຍິງຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ສາມາດປະເມີນ ໄດ້ພົນລະເມືອງດີ ມີ 335 ຄອບຄົວ, ພັດທະນາດີ ມີ 335 ຄອບຄົວ, ສ້າງຄອບຄົວໃຫ້ມີຄວາມຜາສຸກດີ ມີ 335 ຄອບຄົວ ແລະ ໄດ້ປະກາດເປັນ ບ້ານ 3 ດີ ໃນປີ 2012, ປະຕິບັດຂໍ້ ແຂ່ງຂັນ 3 ດີ 6 ຮັກສາໃຫ້ຄະນະສະ ຫະພັນນັກຮົບເກົ່າໄດ້ 4 ສະຫາຍ ຍິງ 1 ສະຫາຍ, ສາມາດປະຕິບັດຄອບ ຄົວສາມັກຄີໄດ້ 335 ຄອບຄົວ.

ພິທີປ່ອນບັດສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກບ້ານສີບຸນເຮືອງ

ໃນ 5 ປີຕໍ່ໜ້າ, ຈະສືບຕໍ່ກໍ່ສ້າງໜ່ວຍພັກບ້ານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ,ເຂັ້ມແຂງ, ປອດໃສທາງດ້ານການຈັດ ຕັ້ງ ແລະ ແບບແຜນການນຳພາ, ເພີ່ມທະວີຄວາມສາມາດການນຳພາຂອງ ພັກ ເສີມຂະຫຍາຍກຳລັງແຮງຂອງ ພາກສ່ວນເສດຖະກິດ ແລະ ປະຊາ ຊົນຊັ້ນຄົນຕ່າງໆເຂົ້າໃນການສ້າງສາ ພັດທະນາບ້ານຂອງຕົນ.

ໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກບ້ານຊຸດ ໃໝ່ ເຊິ່ງມີຜູ້ລົງສະໝັກ 5 ສະຫາຍ, ຄັດເລືອກເອົາ 3 ສະຫາຍ. ຜ່ານການປ່ອນບັດຄັດເລືອກໄດ້ສະຫາຍ ແສງເດືອນ ຄົງສຸວັນຄຳ ເປັນເລຂາໜ່ວຍພັກ, ສະຫາຍ ຕີ້ ວໍລະວົງສາ ເປັນຮອງເລຂາ ແລະ ສະຫາຍ ນາງ ວັນທະພອນ ທິບພະວົງ ເປັນປະທານກວດກາ.