ໜ້າຫຼັກ Tags ທ່ານ ນາງ ບົວລອນ ວົງດາລາແສນ

Tag: ທ່ານ ນາງ ບົວລອນ ວົງດາລາແສນ

ເມືອງຈັນທະບູລີ ປະກາດໂຍກຍ້າຍ ແລະ ແຕ່ງຕັ້ງ ພະນັກງານ – ລັດຖະກອນ

ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປະກາດໂຍກຍ້າຍ - ແຕ່ງຕັ້ງ ພະນັກງານ - ລັດຖະກອນ ຂັ້ນຄະນະນຳຫ້ອງການ ຂອງ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຈັນທະບູລີ ໃນວັນທີ 23 ກັນຍາ 2019 ເຂົ້າຮ່ວມໂດຍ ທ່ານ ນາງ ບົວລອນ...

ປຸກລະດົມປະຊາຊົນອອກແຮງງານຕາມເສັ້ນທາງເພື່ອແກ້ໄຂບັນຫານ້ຳຖ້ວມຂັງ

ປັດຈຸບັນ, ເນື່ອງຈາກວ່າໄລຍະນີ້ ແມ່ນເປັນລະດູຝົນ ຈຶ່ງເຮັດໃຫ້ການສັນຈອນໄປ-ມາ ມີຄວາມຫຍຸ້ງຍາກ ຕິດ ພັນກັບບັນຫານໍ້າຖ້ວມຂັງຕາມເສັ້ນທາງໆໃນນະຄອນຫຼວງວຽງຈັນ

ເມືອງຈັນທະບູລີ ສຳເລັດການຝຶກອົບຮົມກົດໝາຍ 45 ວັນ

ຫ້ອງການຍຸຕິທຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ຜູ້ທີ່ສຳເລັດການຝຶກອົບຮົມກົດໝາຍ 45 ວັນ ຊຸດທີ I ຂອງເມືອງຈັນທະບູລີ ໃຫ້ແກ່ພະນັກງານຮາກຖານບ້ານໃນວັນອາທິດຜ່ານມາ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກບ້ານສີບຸນເຮືອງ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2019, ໂດຍມີສະຫາຍ ນາງ ບົວລອນ ວົງດາລາແສນ ຄະນະພັກນະ ຄອນຫຼວງ, ເລຂາພັກເມືອງ, ເຈົ້າເມືອງໆຈັນທະບູລີ, ມີປະທານກວດ ກາພັກ-ລັດເມືອງ, ຄະນະພັກ, ຄະນະໜ່ວຍພັກ,...

ຄະນະໜ່ວຍພັກບ້ານວັດຈັນ ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກພະນັກງານດ້ານການເມືອງ-ແນວຄິດ

ຄະນະໜ່ວຍພັກບ້ານວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງ ຈັນ (ນວ) ໄດ້ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກ-ພະນັກງານດ້ວຍຫຼາຍຮູບແບບເປັນຕົ້ນ ດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ ເພື່ອເຮັດໃຫ້ບັນດາສະມາຊິກພັກ ແລະ ປະຊາຊົນພາຍໃນບ້ານມີຄວາມໜັກແໜ້ນ, ເຂັ້ມແຂງ ເຮັດໃຫ້ວຽກງານດັ່ງກ່າວ ມີຜົນສຳເລັດເທື່ອລະກ້າວ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກ ບ້ານວັດຈັນ...

ບ້ານສີດຳດວນ ເລືອກຕັ້ງນາຍບ້ານໃໝ່

ທ້າຍອາທິດຜ່ານມາ, ບ້ານສີດໍາດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ເລືອກຕັ້ງນາຍບ້ານຊຸດໃໝ່ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ມີເລຂາພັກບ້ານ, ນາຍບ້ານ, ພໍ່-ແມ່ ປະຊາຊົນ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ. ພິທີປ່ອນບັດເລືອກຕັ້ງນາຍບ້ານຊຸດໃໝ່...

ມອບ-ຮັບໜ້າທີ່ ຮັກສາການຫົວໜ້າ ປກສ ເມືອງຈັນທະບູລີ

ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ໃນວັນທີ 8 ພຶດສະພາ ທີ່ຜ່ານມາ ໂດຍມີ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ຄະນະພັກ-ຄະນະບັນຊາ ປກສ ນວ,...

2018 ຍທຂ ເມືອງຈັນທະບູລີ ຈັດສັນຄວາມເປັນລະບຽບຕາມເສັ້ນທາງ ຫຼາຍກວ່າ 600 ກໍລະນີ

ປີ 2018, ຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຮ່ວມກັບ ພາກສ່ວນທີ່ກ່ຽວຂ້ອງ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມຖະໜົນສາຍຫຼັກພາຍໃນເມືອງ ເປັນຕົ້ນແມ່ນ ແກ້ໄຂແມ່ຄ້າຂາຍເຄື່ອງ, ຂາຍຂອງກິນສຸກ, ຂາຍນໍ້າໃສ່ທາງ ແລະ ທາງຍ່າງ ໂດຍໄດ້ເຮັດບົດບັນທຶກກ່າວເຕືອນ ພ້ອມທັງສຶກສາອົບຮົມ ລວມຈຳນວນ 634 ກໍລະນີ.

ປີນີ້ ເຮືອປະເພນີຊາຍ “ລີສອດປາກນໍ້າຄານ” ຄອງໜ້ານໍ້າທ່າວັດຈັນ ໄດ້ຮັບເງິນ 20 ລ້ານກີບ

ບຸນອອກພັນສາປະວໍລະນາ ແລະ ປະເພນີບຸນຊ່ວງເຮືອທີ່ທ່າວັດຈັນ ປີນີ້, ເຮືອປະເພນີຊາຍ ລີສອດປາກນ້ຳຄານ ເປັນເຈົ້າຄອງໜ້ານໍ້າທ່າວັດຈັນ ໃນບຸນອອກພັນສາປະວໍລະນາ ແລະ ປະເພນີບຸນຊ່ວງເຮືອທີ່ທ່າວັດຈັນ ປະຈໍາປີ 2018 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຈໍານວນເຮືອຊ່ວງເຂົ້າຊິງເປັນເຈົ້າໜ້ານໍ້າ 23 ລໍາ ໃນໄລຍະທາງ...

ເມືອງຈັນທະບູລີ ກຽມພ້ອມຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ 2018

ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມ ຂອງຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2018 ຂຶ້ນໃນວັນທີ 5 ຕຸລາ 2018, ເປັນປະທານໂດຍ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ປະທານຄະນະຮັບຜິດຊອບຊີ້ນໍາລວມ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ...