ຫ້ອງການຍຸຕິທຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ຜູ້ທີ່ສຳເລັດການຝຶກອົບຮົມກົດໝາຍ 45 ວັນ ຊຸດທີ I ຂອງເມືອງຈັນທະບູລີ ໃຫ້ແກ່ພະນັກງານຮາກຖານບ້ານໃນວັນອາທິດຜ່ານມາ; ເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ມີບັນດາຄູ-ອາຈານ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ທ່ານ ເພັດສະໝອນ ສົງຄຳຈັນ ຫົວໜ້າຫ້ອງການຍຸຕິທຳ ກ່າວວ່າ:

ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຂອງເມືອງຈັນທະບູລີ ມີນັກສໍາມະນາກອນທີ່ມາຈາກບັນ ດາຫ້ອງການ ແລະ ບ້ານ ຈໍານວນ 38 ທ່ານ ຍິງ 14 ທ່ານ; ມີ 34 ວິຊາ ມີ 22.5 ໜ່ວຍກິດ, 360 ຊົ່ວໂມງ, ຜ່ານການຝຶກອົບຮົມ ບັນດານັກສໍາມະນາກອນໄດ້ມີຄວາມບຸກບືນຫ້າວຫັນເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ; ປະຕິບັດໂມງເວລາໃນການຂຶ້ນຫ້ອງ-ລົງຫ້ອງ ແລະ ມີການສົນທະນາແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ; ມີການເຂົ້າຮ່ວມກິດຈະກໍາຕ່າງໆ ທີ່ຄະນະຮັບຜິດຊອບຈັດຂຶ້ນ ເປັນຕົ້ນ ແມ່ນການອອກແຮງງານ, ຂະບວນການກິລາ ແລະ ໄປທັດສະນະສຶກສາ.

ເມືອງຈັນທະບູລີ ສຳເລັດການຝຶກອົບຮົມກົດໝາຍ 45 ວັນ
ເມືອງຈັນທະບູລີ ສຳເລັດການຝຶກອົບຮົມກົດໝາຍ 45 ວັນ

ທ່ານ ນາງ ບົວລອນ ວົງດາລາແສນ ໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມ ທຸກຄົນຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າ
ຜັນຂະຫຍາຍຜົນຂອງການຮຽນໃນຄັ້ງນີ້ ແລະ ນຳໄປໝູນໃຊ້ຢູ່ທ້ອງຖິ່ນຂອງຕົນ; ໂດຍສະເພາະ ແມ່ນໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ໄປຄຽງຄູ່ກັບການສຶກສາອົບຮົມການເມືອງແນວຄິດ, ລະບຽບກົດໝາຍ, ແກ້ໄຂ ຂໍ້ຂັດແຍ່ງຕ່າງໆ ຢູ່ຂັ້ນຮາກຖານບ້ານຂອງຕົນໃຫ້ໂດຍສັນຕິວິທີ; ຮັກສາໄດ້ຄວາມຮັກແພງສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ໃຫ້ໝັ້ນຄົງ.

ໂອກາດດຽວກັນນີ້, ທ່ານຍັງໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ຈຳນວນ 38 ຄົນ ຍິງ 14 ຄົນ ເພື່ອເປັນການຢັ້ງຢືນເຖິງຜົນສໍາເລັດໃນການຝຶກອົບຮົມໂຄງການ ຫຼັກສູດກົດໝາຍ 45 ວັນຄັ້ງນີ້.