ມອບ-ຮັບໜ້າທີ່ ຮັກສາການຫົວໜ້າ ປກສ ເມືອງຈັນທະບູລີ

0
1455

ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ໃນວັນທີ 8 ພຶດສະພາ ທີ່ຜ່ານມາ ໂດຍມີ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ຄະນະພັກ-ຄະນະບັນຊາ ປກສ ນວ, ປກສ ເມືອງ, ປກສ ກຸ່ມ ແລະ ພະນັກງານ-ນັກຮົບ ພາຍໃນ ປກສ ເມືອງ ເຂົ້າຮ່ວມ.

ເປັນປະທານໂດຍ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ

ພັທ ປອ ບຸນພັນ ເທບໄກສອນ ຫົວໜ້າພະແນກການເມືອງ ປກສ ເມືອງຈັນທະບູລີ ຜ່ານຂໍ້ຕົກລົງຂອງ ຫົວໜ້າກອງບັນຊາການ ປກສ ນວ ເລກທີ 151/ປກສ.ນວ ລົງວັນທີ 12 ເມສາ 2019 ວ່າດ້ວຍ ການແຕ່ງຕັ້ງ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ໂດຍຕົກລົງແຕ່ງຕັ້ງ ພັທ ຊຽງພັນ ອິນທະປັນຍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ເປັນ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ, ສ່ວນຮອງຫົວໜ້າທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ຈາກນັ້ນ, ພັທ ໄມວິໄລສຸກ ແສນອຸໄທ ຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ( ຜູ້ເກົ່າ ) ທີ່ໄດ້ຮັບນະໂຍບາຍພັກການ ຮັບອຸດໜູນບຳນານ ໄດ້ເຊັນມອບໜ້າທີ່ໃຫ້ ພັທ ຊຽງພັນ ອິນທະປັນຍາ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ເຊັນຮັບໜ້າທີ່ ເພື່ອສືບຕໍ່ຊີ້ນຳວຽກງານ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ.

ຕົກລົງແຕ່ງຕັ້ງ ພັທ ຊຽງພັນ ອິນທະປັນຍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ເປັນ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ

ໂອກາດດຽວກັນ, ທ່ານ ນາງ ບົວລອນ ວົງດາລາແສນ ໄດ້ຊົມເຊີຍຕໍ່ຜົນງານທີ່ ຫົວໜ້າກອງບັນຊາການ ປກສ ເມືອງ ຜູ້ເກົ່າ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການຊີ້ນຳ-ນຳພາຄະນະ ແລະ ພະນັກງານຫຼັກແຫຼ່ງ ເຄື່ອນໄຫວເຮັດວຽກງານມີຜົນສຳເລັດຫຼາຍດ້ານ; ພ້ອມທັງຊີ້ນໍາໃຫ້ທ່ານ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ຈົ່ງສືບຕໍ່ຈັດຕັ້ງປະຕິບັດພາລະກິດທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ຮັບປະກັນມີຜົນສຳເລັດ, ເປັນແບບຢ່າງນຳໜ້າໃນການຊີ້ນຳ-ນຳພາເຮັດວຽກເປັນໝູ່ຄະນະ ແລະ ມີຄວາມຮັບຜິດຊອບສູງ ແລະ ສືບຕໍ່ເພີ່ມທະວີໃນການຊີ້ນຳ-ນຳພາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ປະຕິບັດລະບຽບວິໄນ ຢ່າງເຂັ້ມງວດ ພ້ອມກັນສືບຕໍ່ເຮັດວຽກງານວິຊາສະເພາະ ໃຫ້ມີຜົນສໍາເລັດ ແລະ ຮັບປະກັນໃຫ້ ເມືອງຈັນທະບູລີ ມີຄວາມສະຫງົບ-ປອດໄພ.

ໂດຍມີ ຄະນະພັກ-ຄະນະບັນຊາ ປກສ ນວ, ປກສ ເມືອງ, ປກສ ກຸ່ມ ແລະ ພະນັກງານ-ນັກຮົບ ພາຍໃນ ປກສ ເມືອງ ເຂົ້າຮ່ວມ