ຝຶກອົບຮົມວຽກງານກໍ່ສ້າງໜ່ວຍພັກປອດໃສ-ເຂັ້ມແຂງ-ໜັກແໜ້ນ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດຝຶກອົບຮົມວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານຂະຫຍາຍພັກຂຶ້ນໃນລະຫວ່າງ ວັນທີ 8-9 ພຶດສະພາ 2019, ເຂົ້າຮ່ວມພິທີໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ຄະນະປະຈໍາພັກ ຮອງລັດຖະມົນຕີກະຊວງ  ຍທຂ, ມີບັນດາຫົວໜ້າ-ຄະນະຫ້ອງການ, ກົມ ເຂົ້າຮ່ວມ.

ເອກະສານທີ່ນໍາມາຝຶກອົບຮົມໃນຄັ້ງນີ້ ປະກອບ 4 ບົດຄື: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ລົງວັນທີ 26 ເມສາ 2018 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ແນະນໍາການຈັດຕັ້ງປະຕິບັດຄໍາແນະນໍາຂອງຄະນະພັກກະຊວງ ເລກທີ 060/ຄພກຊ ລົງວັນທີ 7 ກຸມພາ 2019 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ແນະນໍາການຈັດຕັ້ງປະຕິບັດຄໍາແນະນໍາ ຂອງຄະນະພັກກະຊວງ ເລກທີ 171/ຄພກຊ ລົງວັນທີ 14 ກັນຍາ 2017 ແລະ ແຈ້ງການແນະນໍາ ເລກທີ 049/ຄພກຊ ລົງວັນທີ 17 ມີນາ 2017 ກ່ຽວກັບວຽກງານຂະຫຍາຍພັກ; ແນະນໍາການຈັດຕັ້ງປະຕິບັດຄໍາແນະນໍາຂອງຄະນະພັກກະຊວງ ເລກທີ 003/ຄພກຊ ລົງວັນທີ 2 ມັງກອນ 2019 ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ ຮາກຖານພັກ ແລະ ກອງປະຊຸມໃຫຍ່ ອົງຄະນະພັກກະຊວງ ຍທຂ ຄັ້ງທີ V.

ໃນພິທີ, ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ເຂົ້າຮ່ວມຝຶກອົບຮົມ ຈົ່ງເຊີດຊູຄວາມຮັບຜິດຊອບ ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນສົນທະນາກັນໃຫ້ເລິກເຊິ່ງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານຂະຫຍາຍພັກສໍາເລັດຕາມແຜນການ, ຖືກຕ້ອງຕາມລະບຽບພັກ ແລະ ຄໍາແນະນໍາຂອງພັກ.