ເມືອງງາ ມີຄະດີເກີດຂຶ້ນ 45 ເລື່ອງ ພາຍໃນ 1 ປີຜ່ານມາ

ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ເມືອງງາ

0
1661

ໃນໄລຍະ 1 ປີຜ່ານມາ, ທົ່ວເມືອງງາ ແຂວງອຸດົມໄຊ ແມ່ນມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແຕ່ປັດສະຈາກບໍ່ໄດ້ປະກົດການຫຍໍ້ທໍ້ໃນສັງຄົມ ເຊິ່ງທົ່ວເມືອງມີຄະດີເກີດຂຶ້ນ 45 ເລື່ອງ ສ້າງຄວາມເສຍຫາຍລວມ 227 ລ້ານກີບ.

ຄະນະພັກ ທີ່ເຂົ້າຮ່ວມໃນກອງປະຊຸມສະຫຼຸບວຽກງານ ປະຈຳປີ 2018

ພັທ ຄຳພຸດ ຕາວິລົມ ຮອງຫົວໜ້າກອງບັນຊາການ ປກສ ເມືອງງາ ກ່າວໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ວ່າ:

ຕະຫຼອດໄລຍະ 1 ປີຜ່ານມາ, ທົ່ວເມືອງມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 45 ເລື່ອງ, ມີຜູ້ຖືກຫາ 42 ຄົນ, ໃນນີ້ ຄະດີອາຍາ 15 ເລື່ອງ ມີຜູ້ຖືກຫາ 18 ຄົນ, ຜົນເສຍຫາຍທັງໝົດ 227 ລ້ານກີບ, ລົດຈັກ 2 ຄັນ ແລະ ລົດໃຫຍ່ 1 ຄັນ.

ມີ ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ

ນອກນີ້, ຍັງມ້າງຄະດີຢາເສບຕິດ 30 ເລື່ອງ, ກັກຜູ້ຖືກຫາ 32 ຄົນ, ຢຶດຂອງກາງ ປະເພດຢາບ້າ 1.864 ເມັດ, ລົດຈັກ 3 ຄັນ, ໂອນໃຫ້ ປກສ ແຂວງ ດຳເນີນ 8 ເລື່ອງ, ອຸບັດຕິເຫດເກີດຂຶ້ນ 14 ຄັ້ງ ທຽບໃສ່ປີຜ່ານມາ ແມ່ນຫຼຸດລົງ 3 ເລື່ອງ ແລະ ອັກຄີໄພເກີດຂຶ້ນ 1 ຄັ້ງ, ເສຍຫາຍເຮືອນ 1 ຫຼັງ, ມູນຄ່າເສຍຫາຍ 53 ລ້ານກີບ.

ກອງປະຊຸມສະຫຼຸບກ່ຽວກັບ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ທີ່ເກີດຂຶ້ນພາຍໃນ 1 ປີຜ່ານມາ ໃນທົ່ວເມືອງງາ ແຂວງອຸດົມໄຊ

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 2 ພຶດສະພານີ້, ເປັນປະທານໂດຍ ພັທ ບຸນແສງ ພົງວິໄລ ຫົວໜ້າກອງບັນຊາການ ປກສ ເມືອງງາ, ມີ ພັທ ພອນສະຫວັດ ສຸລິຍະທຳ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ແລະ ຄະນະພັກ, ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.