ເຂົ້າຮ່ວມໂດຍ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ທ່ານ ສຸລິວັນ ພົມມະຫາໄຊ ຮອງຫົວໜ້າພະແນກ ຍທຂ ນະຄອນຫຼວງວຽງຈັນ

ປີ 2018, ຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຮ່ວມກັບ ພາກສ່ວນທີ່ກ່ຽວຂ້ອງ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມຖະໜົນສາຍຫຼັກພາຍໃນເມືອງ ເປັນຕົ້ນແມ່ນ ແກ້ໄຂແມ່ຄ້າຂາຍເຄື່ອງ, ຂາຍຂອງກິນສຸກ, ຂາຍນໍ້າໃສ່ທາງ ແລະ ທາງຍ່າງ ໂດຍໄດ້ເຮັດບົດບັນທຶກກ່າວເຕືອນ ພ້ອມທັງສຶກສາອົບຮົມ ລວມຈຳນວນ 634 ກໍລະນີ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະ ຂົນສົ່ງ ປະຈໍາປີ 2018 ແລະ ວາງທິດທາງ ແຜນການປີ 2019 ຂອງ ຫ້ອງການ ຍທຂ ເມືອງຈັນທະບູລີ ໃນວັນທີ 22 ກຸມພາຜ່ານມາ, ເຂົ້າຮ່ວມໂດຍ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ທ່ານ ສຸລິວັນ ພົມມະຫາໄຊ ຮອງຫົວໜ້າພະແນກ ຍທຂ ນະຄອນຫຼວງວຽງຈັນ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ ຍທຂ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ວິໄຊ ໂລວັນຮັກ ຫົວໜ້າຫ້ອງການ ຍທຂ ເມືອງຈັນທະບູລີ ໄດ້ຜ່ານບົດສະຫຼຸບປະຈໍາປີ 2018 ໃຫ້ຮູ້ວ່າ:

ປີຜ່ານມາ, ຫ້ອງການ ຍທຂ ເມືອງຈັນທະບູລີ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມຖະໜົນສາຍຫຼັກພາຍໃນເມືອງ ໂດຍໄດ້ເຮັດບົດບັນທຶກກ່າວເຕືອນ ພ້ອມທັງສຶກສາອົບຮົມທັງໝົດ 634 ກໍ ລະນີ;

ໃນນີ້, ໄດ້ແກ້ໄຂແມ່ຄ້າຂາຍເຄື່ອງ, ເຄື່ອງຫຼິ້ນເດັກນ້ອຍ, ຂອງກິນສຸກ, ຂາຍນໍ້າໃສ່ທາງ ແລະ ທາງຍ່າງມີ 268 ກໍລະນີ, ແກ້ໄຂແມ່ຄ້າຂາຍຢາພື້ນເມືອງໃສ່ທາງຄົນຍ່າງ 95 ກໍລະນີ, ແກ້ໄຂແມ່ຄ້າຂາຍໝາກໄມ້ໃສ່ລໍ້, ຂາຍເຂົ້າປຽກໃສ່ລໍ້, ຂາຍເສື້ອຜ້າໃສ່ລໍ້ຢູ່ທາງຍ່າງ 160 ກໍລະນີ, ແກ້ໄຂເທີບເງີບບໍ່ມີໃບອະນຸຍາດ ມີ 6 ກໍລະນີ, ກ່າວເຕືອນການວາງປ້າຍໃສ່ທາງຄົນຍ່າງ ມີ 24 ກໍລະນີ, ກ່າວເຕືອນການປຸກສ້າງເຮັດໃຫ້ທາງເປື້ອນ 7 ກໍລະນີ;

ພ້ອມນີ້ ໄດ້ຢຶດລໍ້ຂາຍເສື້ອຜ້າ 2 ລໍ້, ລໍ້ຂາຍຂອງກິນສຸກ 9 ລໍ້, ໂຖຂາຍນໍ້າ 15 ໂຖ, ຄັນຮົ່ມ 9 ອັນ, ໝາກໄມ້ 17 ຮ້ານ, ຕັ່ງຢາງ 14 ໜ່ວຍ, ຕັ່ງໄມ້ 2 ໜ່ວຍ, ຢາພື້ນເມືອງ 39 ຖົງ, ໂຕະເຫຼັກ 5 ໜ່ວຍ, ກັກເອົາລົດຈໍາໂບ້ 1 ຄັນ ແລະ ນໍ້າຫວານ 1 ແກັດ.

ມີຫົວໜ້າ-ຮອງຫົວໜ້າຫ້ອງການ ຍທຂ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ

ຄຽງຄູ່ກັນນີ້, ຍັງໄດ້ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ເກັບກໍາຂໍ້ມູນ ພ້ອມທັງແກ້ໄຂສິ່ງກີດຂວາງການສັນຈອນ, ການຕໍ່ເທີບເງີບ, ກັ້ງຜ້າຢາງ ແລະ ວາງເຄື່ອງຊະຊາຍຕາມທາງຍ່າງ ມີ 7 ເສັ້ນທາງ ຄື: ຖະໜົນລ້ານຊ້າງມີ 27 ແຫ່ງ, ແກ້ໄຂແລ້ວ 22 ແຫ່ງ, ຖະໜົນສຸພານຸວົງ ມີ 20 ແຫ່ງ ແກ້ໄຂແລ້ວ 17 ແຫ່ງ, ຖະໜົນເສດຖາທິລາດ ມີ 99 ແຫ່ງ ແກ້ໄຂແລ້ວ 88 ແຫ່ງ, ຖະໜົນສາມແສນໄທ ມີ 86 ແຫ່ງ ແກ້ໄຂແລ້ວ 71 ແຫ່ງ, ຖະໜົນເຈົ້າຟ້າງຸ່ມ ມີ 35 ແຫ່ງ ແກ້ໄຂແລ້ວ 19 ແຫ່ງ, ຖະໜົນອາຊຽນ ມີ 137 ແຫ່ງ ແກ້ໄຂແລ້ວ 3 ແຫ່ງ, ຖະໜົນເຈົ້າອານຸວົງ ມີ 98 ແຫ່ງ ແກ້ໄຂແລ້ວ 24 ແຫ່ງ ແລະ ສ່ວນທີ່ເຫຼືອແມ່ນກໍາລັງສືບຕໍ່ແກ້ໄຂໃຫ້ສໍາເລັດ.