ອົງການແຫ່ງສະຫະປະຊາຊາດ (ສປຊ) ເປີດເຜີຍວ່າ ມີພົນລະເມືອງເປັນຈຳນວນຫຼວງຫຼາຍທີ່ເສຍຊີວິດໃນສົງຄາມອັບການິດສະຖານ ໃນປີ 2018 ຈາກການສູ້ຮົບທີ່ຍືດເຍື້ອຍາວນານມາເກືອບ 20 ປີ.

ອົງການແຫ່ງ ສປຊ ລາຍງານວ່າ ພົນລະເມືອງເສຍຊີວິດເພີ່ມຂຶ້ນ 11% ຈາກປີ 2017 ເປັນ 3.804 ຄົນ ແລະ ບາດເຈັບ 7.189 ຄົນ ຈາກເຫດໂຈມຕີແບບຂ້າຕົວຕາຍ ແລະ ລະເບີດທົ່ວອັບການິດສະຖານ ໃນປີ 2018. ລາຍງາຍດັ່ງກ່າວມີຂຶ້ນກ່ອນໜ້າທີ່ ສະຫະລັດ ແລະ ກຸມຕະລີບັນ ຈະຈັດການເຈລະຈາຮອບສອງ ໂດຍມີຈຸດມຸ່ງໝາຍ ເພື່ອຢຸດຄວາມຂັດແຍ້ງ ສ້າງສັນຕິພາບໃຫ້ໄດ້ໃນໄລຍະທີ່ມີຄວາມກັງວົນເລື່ອງສະຫະລັດ ກຳລັງຈະຖອນທະຫານອອກຈາກອັບການິດສະຖານ, ເຊິ່ງຈະຍິ່ງເຮັດໃຫ້ສົງຄາມໃນອັບການິດສະຖານ ມີການຕໍ່ສູ້ກັນຮ້າຍແຮງຂຶ້ນ. ການເຈ ລະຈາດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນຫຼວງໂດຮາ ປະເທດກາຕາ ຫຼັງຈາກທີ່ເກີດເຫດການຕໍ່ສູ້ກັນຢ່າງຕໍ່ເນື່ອງມາເປັນເວລານານຫຼາຍປີໃນອັບການິດສະຖານ.

ຂ່າວລາຍງານຂອງ ອົງການແຫ່ງ ສປຊ ໃຫ້ຮູ້ອີກວ່າ: ມີພົນລະເມືອງຢ່າງໜ້ອຍ 32.000 ຄົນ ຖືກຄາຕະກຳ ແລະ ໄດ້ຮັບບາດເຈັບອີກ 60.000 ຄົນໃນໄລຍະ 10 ປີຜ່ານມາ, ເຊິ່ງເຂົ້າໜ້າທີ່ສາມາດຮວບຮວມຂໍ້ມູນໄດ້.