ວຕປ ປິດຊຸດຮຽນໃຫ້ ຜູ້ສຳເລັດການສຶກສາ ອານຸປະລິນຍາ ພາສາຈີນ ຮຸ່ນທີ I

0
2496
ເປັນປະທານໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການ ວຕປ

ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ໄດ້ປິດຊຸດຮຽນ ແລະ ມອບໃບປະກາສະນີຍາບັດ ໃຫ້ຜູ້ສໍາເລັດການສຶກສາ ອານຸປະລິນຍາ ພາສາຈີນ ຮຸ່ນທີ I ໃນວັນທີ 21 ກຸມພາ ຜ່ານມາ, ເປັນປະທານໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການ ວຕປ, ມີ ຄະນະພັກ-ຄະນະອໍານວຍການ, ຮອງຫົວໜ້າກົມໃຫຍ່ການເມືອງ, ວິທະຍາຄານ, ກົມກອງອ້ອມຂ້າງ, ແຂກຮັບເຊີນ ແລະ ນັກສຶກສາ ເຂົ້າຮ່ວມ.

ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ

ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງອໍານວຍການ ວຕປ ກ່າວວ່າ:

ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງອໍານວຍການ ວຕປ

ຊຸດຮຽນຂອງນັກສຶກສາ ອານຸປະລິນຍາ ພາສາຈີນ ຮຸ່ນທີ I ມີຈໍານວນທັງໝົດ 30 ສະຫາຍ ຍິງ 3 ສະຫາຍ ເຊິ່ງໄດ້ເລີ່ມຮຽນມາແຕ່ວັນທີ 19 ກັນຍາ 2016, ໂຄງການຫຼັກສູດ ອານຸປະລິນຍາຕີ ພາສາຈີນ ມີໄລຍະການຮຽນ 3 ປີ, ມີ 92 ໜ່ວຍກິດ ແລະ ມີ 4 ໝວດວິຊາຮຽນ ຄື: ໝວດວິຊາເລືອກ, ຄວາມຮູ້ທົ່ວໄປ, ຄວາມຮູ້ພື້ນຖານວິຊາສະເພາະ ແລະ ໝວດວິຊາສະເພາະ.

ມີ ຄະນະພັກ-ຄະນະອໍານວຍການ, ຮອງຫົວໜ້າກົມໃຫຍ່ການເມືອງ, ວິທະຍາຄານ, ກົມກອງອ້ອມຂ້າງ, ແຂກຮັບເຊີນ ແລະ ນັກສຶກສາ ເຂົ້າຮ່ວມ

ຕະຫຼອດໄລຍະການຮຽນຂອງນັກສຶກສາ ແມ່ນໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນດ້ວຍຕົນເອງ, ຮູ້ນໍາໃຊ້ອຸປະກອນເຕັກນິກທີ່ທັນສະໄໝ, ນໍາໃຊ້ອິນເຕີເນັດເພື່ອຊອກຫາ, ເຂົ້າເຖິງແຫຼ່ງຂໍ້ມູນຂ່າວ ສານ ມາຮັບໃຊ້ການຮຽນ ແນໃສ່ພັດທະນາຕົນເອງໃຫ້ມີຄວາມສາມາດ ອ່ານ, ເວົ້າ, ຂຽນ, ຟັງ, ແປ ແລະ ແຕ່ງເອກະສານຕ່າງໆໄດ້.

ພັທ ໂພສີ ແກ້ວໂພໄຊ ຮອງຫົວໜ້າຫ້ອງການເມືອງ

ມາຮອດວັນທີ 31 ທັນວາ 2018 ໄດ້ສໍາເລັດໂຄງການສິດສອນ-ການຮຽນ ແລະ ມອບໃຫ້ຄູ-ອາຈານ ປະຈໍາວິຊານໍາພາສອບເສັງ ເລີ່ມແຕ່ວັນທີ 7-11 ມັນກອງ 2019 ໄດ້ຈັດຕັ້ງເສັງສໍາເລັດ, ຜົນການສອບເສັງໄດ້ຄະແນນສູງສຸດ 100 ຄະແນນ ແລະ ຄະແນນຕໍ່າສຸດ 54 ຄະແນນ, ຖືວ່າສອບເສັງໄດ້ 100%.

ເປັນກຽດປະດັບຊັ້ນໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການ ວຕປ

ໃນພິທີ, ພັທ ໂພສີ ແກ້ວໂພໄຊ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ແລະ ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປກສ ວ່າດ້ວຍ ການເລື່ອນຊັ້ນ ແລະ ປະດັບຊັ້ນ ໃຫ້ນາຍຕໍາຫຼວດທີ່ໄດ້ສໍາເລັດການສຶກສາ ພາສາຈີນ ລະບົບຊັ້ນສູງ ຮຸ່ນທີ 1 ຈາກວິທະຍາຄານຕໍາຫຼວດປະຊາຊົນ.

ການເລື່ອນຊັ້ນ ແລະ ປະດັບຊັ້ນ ໃຫ້ນາຍຕໍາຫຼວດທີ່ໄດ້ສໍາເລັດການສຶກສາ ພາສາຈີນ ລະບົບຊັ້ນສູງ ຮຸ່ນທີ 1

ໃນນີ້, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 3 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະຫາຍ ແລະ ປະດັບຊັ້ນ ຮ້ອຍຕີ 18 ສະຫາຍ ຍິງ 2 ສະຫາຍ, ເປັນກຽດປະດັບຊັ້ນໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການ ວຕປ.

ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 3 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະຫາຍ ແລະ ປະດັບຊັ້ນ ຮ້ອຍຕີ 18 ສະຫາຍ ຍິງ 2 ສະຫາຍ

ພ້ອມນີ້, ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອໍານວຍການ ວຕປ ຍັງໄດ້ເປັນກຽດມອບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສໍາເລັດການສຶກສາໃນຄັ້ງນີ້.

ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອໍານວຍການ ວຕປ ໃຫ້ກຽດມອບໃບປະກາສະນີຍະບັດ
ຜູ້ສໍາເລັດການສຶກສາໃນຄັ້ງນີ້ ເຂົ້າຮັບໃບປະກາສະນີຍະບັດ
ຜູ້ສຳເລັດການສຶກສາ ອານຸປະລິນຍາ ພາສາຈີນ ຮຸ່ນທີ I ທັງ 7 ສະຫາຍ