ຂ່າວຕ່າງປະເທດລາຍງານວ່າ ພົບຜູ້ເສຍຊິດຢ່າງໜ້ອຍ 99 ຄົນ ຈາກເຫດດື່ມເຫຼົ້າເຖື່ອນທີ່ປົນເປື້ອນສານພິດໃນລັດອັດສຳທາງພາກຕາເວັນອອກສຽງເໜືອຂອງປະເທດອິນເດຍ. ນອກຈາກນີ້, ຍັງມີຜູ້ປ່ວຍທີ່ກຳລັງນອນປິ່ນປົວຢູ່ໂຮງໝໍອີກ 100 ກວ່າຄົນ ພາຍໃນ 1 ອາທິດ, ຫຼັງຈາກທີ່ມີຜູ້ເສຍຊີວິດຮນ້ອຍກວ່າຄົນຈາກສາເຫດດຽວກັນທີ່ລັດອຸດຕອນປະເທດ ແລະ ລັດອຸດຕະຣະຂັນ.

ຜູ້ເ້ສຍຊີວິດສ່ວນຫຼາຍເປັນແມ່ຍິງ ແລະ ເປັນກຳມະກອນເຮັດວຽກຢູ່ສວນຊາໃນເຂດໂກລາກັດ ແລະ ເຂດຈໍຮັດ ໂດຍທ່ານ ດີເຣນ ຣາຊາີຣິກາ ເຈົ້າໜ້າທີ່ເຂດໂກລາກັດຂອງລັດອັດສຳ ເປີດ ເຜີຍວ່າ ເຈົ້າໜ້າທີ່ພົບເຮືອນທີ່ໃຊ້ຜະລິດເຫຼົ້າປົນເປື້ອນສນພິດແລ້ວ ແລະ ສາມາດຢຶດຂອງກາງໄດ້ 2,5 ລິດ.

ແພດປະຈຳໂຮງໝໍຫຼາຍແຫ່ງ ແຈ້ງໃຫ້ຮູ້ວ່າ: ປັດຈຸບັນນີ້, ມີຜູ້ປ່ວຍຈຳນວນຫຼວງຫຼາຍທີ່ກຳລັງນອນປິ່ນປົວ, ຜູ້ປ່ວຍສວນຫຼາຍແມ່ນດື່ມເຫຼົ້າປົນເປື້ອນສານພິດ, ເຊິ່ງເຮັດໃຫ້ຫົວໃຈວາຍ ແລະ ຜູ້ປ່ວຍສ່ວນຫຼາຍແມ່ນມີອາການຮາ, ເຈັບໜ້າເອິກຢ່າງຮ້າຍແຮງ ແລະ ຫາຍໃຈບໍ່ອອກ. ດຣ ຣາຕຸນ \ບໍໂດລອຍ ຜູ້ອຳນວຍການກະຊວງສາທາລະນະສຸກ ເຂດໂກລາກັດ ກ່າວຕໍ່ສື່ມວນຊົນທ້ອງ ຖິ່ນວ່າ: ມີຜູ້ປ່ວຍຄົນໜຶ່ງຊື້ເຫຼົ້າເຖື່ອນມາດື່ມກ່ອນກິນເຂົ້າ, ຫຼັງຈາກດື່ມເຫຼົ້າເຂົ້າໄປໄດ້ໄລຍະໜຶ່ງ ກໍເລີ່ມຮູ້ສຶກເຈັບຫົວຢ່າງຮ້າຍແຮງ ແລະ ບໍ່ສາມາດນອນໄດ້. ຈາກນັ້ນ, ເລີ່ມເຈັບໜ້າເອິກ ແລະ ຍາດພີ່ນ້ອງໄດ້ນຳສົ່ງໂຮງໝໍ.

ການເສຍຊີວິດຈາກການດື່ມເຫຼົ້າເຖື່ອນທີ່ຜິດກົດໝາຍເປັນເລື່ອງທີ່ເກີດຂຶ້ນເລື້ອຍໆໃນປະເທດອິນເດຍ ໂດຍເຫຼົ້າເຫຼົ່ານີ້ມັກປະສົມກັບສານເມທານອນ, ເຊິ່ງເປັນພິດ ຖ້າຫາກກິນເຂົ້າໄປພຽງເລັກໜ້ອຍ ກໍສາມາດເຮັດໃຫ້ຕາບອດໄດ້, ຕັບໄດ້ຮັບຄວາມເສຍຫາຍ ຫຼື ອາດເຮັດໃຫ້ເສຍຊີວິດໄດ້.

ໃນອາທິດກ່ອນ, ມີລາຍງານພົບຜູ້ເສຍຊີວິດຈາກການດື່ມເຫຼົ້າເຖື່ອນໃນລັດອຸດຕອນປະ ເທດ ແລະ ອຸດຕະຣະຂັນ ຫຼາຍກວ່າ 100 ຄົນ, ເຊິ່ງຖືວ່າຫຼາຍທີ່ສຸດນັບແຕ່ປີ 2011 ທີ່ມີຜູ້ເສຍຊີວິດຍອ້ນດື່ມເຫຼົ້າເຖື່ອນໃນລັດເບງກອນຕາເວັນຕົກ ຫຼາຍກວ່າ 170 ຄົນ.