ໂດຍການເປັນປະທານຂອງ ທ່ານ ບຸນທອງ ພົມມະຈັນ ຄະນະປະຈໍາພັກ ຫົວໜ້າຄະນະຈັດຕັ້ງ ນວ

ຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ກໍ່ສ້າງພັັກ-ພະນັກງານ ທົ່ວ ນວ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019 ຂຶ້ນໃນວັນທີ 21 ກຸມພາ 2019 ໂດຍການເປັນປະທານຂອງ ທ່ານ ບຸນທອງ ພົມມະຈັນ ຄະນະປະຈໍາພັກ ຫົວໜ້າຄະນະຈັດຕັ້ງ ນວ ໂດຍມີ ທ່ານ ອະນຸພາບ ຕຸນາລົມ ກຳມະການສູນກາງພັັກ ຮອງເລຂາຄະນະພັກ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນທອງ ພົມມະຈັນ ກ່າວວ່າ:

ໂດຍມີ ທ່ານ ອະນຸພາບ ຕຸນາລົມ ກຳມະການສູນກາງພັັກ ຮອງເລຂາຄະນະພັກ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ໃນໄລຍະ 1 ປີຜ່ານມາ, ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ ຢ່າງຕໍ່ເນື່ອງ, ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ ສະແດງອອກໃນຜົນງານຂອງການປະຕິບັດວຽກງານແຕ່ລະດ້ານ ເຊັ່ນ:

ໄດ້ດຳເນີນການສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຊິ່ງມາຮອດປັດຈຸບັນ ສໍາເລັດ 189 ໜ່ວຍ;

ໄດ້ສໍາເລັດການຄົ້ນຄວ້າຢັ້ງຢືນໃບສະເໜີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນ ສົມບູນ 71 ສະຫາຍ;

ຢັ້ງຢືນປະຫວັດມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກ ພັກປະຊາຊົນ ປະຕິວັດລາວ ໄດ້ 148 ສະຫາຍ, ສໍາເລັດການເກັບກຳປະຫວັດສະມາຊິກພັກ-ພະນັກງານຂອງ ຄະນະພັກຮາກຖານ ສານປະຊົນພາກກາງ 44 ສະຫາຍ.

ປັດຈຸບັນ, ທົ່ວ ນວ ມີພະນັກງານໍາພາຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ຈໍານວນ 49 ທ່ານ, ຂັ້ນ ນວ ຄຸ້ມຄອງ 1.585 ທ່ານ ແລະ ຂັ້ນເມືອງຄຸ້ມຄອງ 1.685 ທ່ານ;

ວຽກງານກໍ່ສ້າງພະນັກງານ ກໍໄດ້ເອົາໃຈໃສ່ກໍ່ສ້າງ, ບໍາລຸງພະນັກງານທັງໄລຍະສັ້ນ ແລະ ຍາວ ຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງຕໍ່ເນື່ອງ ຕາມທຶນແບ່ງປັນຂອງ ຄະນະຈັດຕັ້ງຂັ້ນສູນກາງພັກ ແລະ ບັນດາກະຊວງທີ່ກ່ຽວຂ້ອງ.

ຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ກໍ່ສ້າງພັັກ-ພະນັກງານ ທົ່ວ ນວ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019

ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງປະຕິບັດການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ດຳເນີນປະເມີນຜົນ ໃນເດືອນພະຈິກ ຂອງທຸກໆປີ ຕິດພັນກັບ ການຈັດຕັ້ງຝຶກອົບຮົມໃຫ້ແກ່ເປົ່້າໝາຍຕ່າງໆ ຢ່າງທົ່ວເຖິງ, ເອົາໃຈໃສ່ວຽກງານຂະຫຍາຍພັກ ຕ້ອງຖືເອົາຄຸນນະພາບເປັນກົກ ແລະ ເຂັ້ມງວດ ໃນລະບຽບຂັ້ນຕອນທີ່ໄດ້ກຳນົດໄວ້ ໃນກົດລະບຽບພັກ ກໍຄືຄໍາແນະນໍາຂອງ ຄະນະຈັດຕັ້ງສູນກາງພັກ ດ້ວຍການຄົ້ນຄວ້າຄັດເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຜູ້ທີ່ດີເດັ່ນໃນຂະບວນການວຽກງານຕົວຈິງ ເຂົ້າເປັນສະມາຊິກພັກ; ພ້ອມດຽວກັນນີ້, ຕ້ອງເດັດດ່ຽວເອົາຜູ້ເຊື່ອມຄຸນປ່ຽນທາດ ອອກຈາກພັກ ຢ່າງທັນການ.