ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ

ອົງການກວດສອບແຫ່ງລັດ ໄດ້ເຜີຍແຜ່ດໍາລັດ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເລກທີ 300/ລບ ລົງວັນທີ 13 ກັນຍາ 2017 ໃຫ້ພະນັກງານ-ລັດຖະກອນ ໃນວັນທີ 21 ກຸມພາ 2019, ເຜີຍແຜ່ໂດຍ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ, ມີຄະນະນໍາຫ້ອງການ, ບັນດາກົມ, ສະຖາບັນ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ເຄນ ລໍວັນໄຊ ໃຫ້ຮູ້ວ່າ:

ອົງການກວດສອບແຫ່ງລັດ ໄດ້ເຜີຍແຜ່ດໍາລັດ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ

ດຳລັດດັ່ງກ່າວ ປະກອບມີ 7 ໝວດ, 29 ມາດຕາ ເຊິ່ງໄດ້ກໍານົດຫຼັກການ ແລະ ລະບຽບການກ່ຽວກັບ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດໍາເນີນໄປຢ່າງເປັນລະບົບ, ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຮັບປະກັນຄວາມເປັນເອກະພາບໂປ່ງໃສ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ, ແນໃສ່ເຮັດໃຫ້ວຽກງານການປະເມີນຜົນ ແລະ ຄຸ້ມຄອງການປະເມີນຜົນຂອງການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ໃຫ້ມີຄຸນນະພາບສູງ.

ມີຄະນະນໍາຫ້ອງການ, ບັນດາກົມ, ສະຖາບັນ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ

ພ້ອມດຽວກັນນີ້, ຮອງປະທານອົງການກວດສອບແຫ່ງລັດ ຍັງໄດ້ອະທິບາຍກ່ຽວກັບຄໍາແນະນໍາ ແລະ ຮູບແບບໃນການປະເມີນຜົນໃຫ້ພະນັກງານ-ລັດຖະກອນ ເຊິ່ງຈະໄດ້ປະເມີນຕົວຈິງຢູ່ອົງການກວດສອບແຫ່ງລັດ ເຊິ່ງຈະໄດ້ດໍາເນີນໄປແຕ່ລະຂັ້ນ.