ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຊີ້ນໍາ ຄະນະກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ

ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຊີ້ນໍາ ຄະນະກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໃຫ້ຍົກສູງຄຸນນະພາບວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໃຫ້ມີບາດກ້າວຂະຫຍາຍຕົວ, ສົມບູນ ແລະ ສາມາດຮັບໃຊ້ ວຽກງານປ້ອງກັນຄວາມສະຫງົບ ໃຫ້ໄດ້ຮັບໝາກຜົນສູງສຸດ ຕາມແຕ່ລະໄລຍະ.

ການຊີ້ນໍາຄັ້ງນີ້ ມີຂຶ້ນໃນໂອກາດທີ່ ພົຕ ສິນທະວົງ ໄຊຍະກອນ ໄດ້ເຂົ້າຮ່ວມ ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງ ປີ 2019 ຂອງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໃນວັນທີ 21 ກຸມພາ 2019 ຜ່ານມາ.

ທ່ານໄດ້ກ່າວວ່າ:

ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງ ປີ 2019 ຂອງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໃນວັນທີ 21 ກຸມພາ 2019 ຜ່ານມາ

ຄະນະບັນຊາກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ມີຄວາມສາມາດຄົ້ນຄວ້າທິດສະດີ ແລະ ພຶດຕິກໍາຂອງ ກໍາລັງປ້ອງກັນຄວາມສະຫງົບ ທີ່ມີຜົນສໍາເລັດທາງດ້ານວິທະຍາສາດ, ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການພັດທະນາວຽກງານ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຂອງບັນດາກົມກອງ ແລະ ທ້ອງຖິ່ນໃຫ້ເຂັ້ມແຂງ ເພື່ອຄົ້ນຄວ້າວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ນໍາສະເໜີຂັ້ນເທິງຮັບຮອງ ແລະ ມອບໝາຍໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງຄົ້ນຄວ້າພຶດຕິກໍາ ແລະ ທິດສະດີປ້ອງກັນຄວາມສະຫງົບ ໃຫ້ສົມບູນ ສາມາດຮັບໃຊ້ວຽກງານໃຫ້ໄດ້ຮັບໝາກຜົນສູງ ຕາມແຕ່ລະໄລຍະ.

ໃນໂອກາດຈັດກອງປະຊຸມຄັ້ງນີ້, ພັທ ທັດສະພອນ ວົງພະຈັນ ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໄດ້ຍົກໃຫ້ເຫັນຜົນງານ ໃນໄລຍະ 1 ປີຜ່ານມາ ວ່າ:

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໄດ້ຍົກໃຫ້ເຫັນຜົນງານ ໃນໄລຍະ 1 ປີຜ່ານມາ

ຄະນະກົມ ໄດ້ນໍາພາພະນັກງານ-ນັກຮົບ ສ້າງ ແລະ ປັບປຸງນິຕິກໍາຄຸ້ມຄອງການຄົ້ນຄວ້າວິທະຍາສາດ ປກສ, ເຊິ່ງໄດ້ຄົ້ນຄວ້າຮ່າງຂໍ້ຕົກລົງ ວ່າດ້ວຍ ວຽກງານຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ, ຄົ້ນຄວ້າສ້າງແຜນ, ຮ່າງຂໍ້ຕົກລົງ ວ່າດ້ວຍ ການຮັບຮອງ ແລະ ມອບຫົວຂໍ້ສໍາມະນາວິທະຍາສາດ 60 ປີ ແຫ່ງການເຕີບໃຫຍ່ ກ້າວຂຶ້ນສູ່ຄວາມທັນສະໄໝຂອງ ກໍາລັງປ້ອງກັນຄວາມສະຫງົບສໍາເລັດ, ໄດ້ປັບປຸງທິດສະດີວິທະຍາສາດ ປກສ ຂັ້ນຕົ້ນ, ຄົ້ນຄວ້າປື້ມຄູ່ມືຝຶກອົບຮົມວຽກງານຄົ້ນຄວ້າຍຸດທະສາດປ້ອງກັນຄວາມສະຫງົບ ເພື່ອກະກຽມຈັດຝືກອົບຮົມໃຫ້ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ບັນດາກົມກອງທ້ອງຖິ່ນສໍາເລັດ ໂດຍພື້ນຖານ.