ໜ້າຫຼັກ Tags ພົຕ ສິນທະວົງ ໄຊຍະກອນ

Tag: ພົຕ ສິນທະວົງ ໄຊຍະກອນ

ກະຊວງ ປກສ ຫວນຄືນມູນເຊື້ອ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ

ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ (22 ມີນາ 1955-22 ມີນາ 2019) ໃນວັນທີ 21 ມີນາ 2019 ເພື່ອເປັນການໂຄສະນາໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ ທີ່ເຂົ້າຮ່ວມ ໄດ້ຫວນຄືນມູນເຊື້ອການນຳພາຂອງພັກ...

ຮອງ ລມຕ ຊີ້ນຳ ກົມຄົ້ນຄວ້າວິທະຍາສາດ ຍົກສູງຄຸນນະພາບວຽກງານວິຊາສະເພາະ

ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຊີ້ນໍາ ຄະນະກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໃຫ້ຍົກສູງຄຸນນະພາບວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໃຫ້ມີບາດກ້າວຂະຫຍາຍຕົວ, ສົມບູນ ແລະ ສາມາດຮັບໃຊ້ ວຽກງານປ້ອງກັນຄວາມສະຫງົບ ໃຫ້ໄດ້ຮັບໝາກຜົນສູງສຸດ ຕາມແຕ່ລະໄລຍະ.

ຮອງ ລມຕ ເນັ້ນ ກົມສື່ສານ ພັດທະນາວຽກງານວິຊາສະເພາະ ໃຫ້ມີຄວາມກ້າວໜ້າທັນສະໄໝ

ໃນໂອກາດທີ່ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ ເຂົ້າຮ່ວມ ກອງປະຊຸມສະຫຼຸບວຽກງານສື່ສານທົ່ວປະເທດ ປະຈໍາປີ 2019 ໃນວັນທີ 20 ກຸມພາ 2019, ທ່ານໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ກົມສື່ສານ ເອົາໃຈໃສ່ປັບປຸງແກ້ໄຂວຽກງານວິຊາສະເພາະ ເພື່ອເຮັດໃຫ້ວຽກງານສື່ສານຂອງ ກຳລັງປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ...

ກົມກວດກາ – ກວດການ ປກສ ຈະຊີ້ນໍາ ຄະນະບັນຊາທຸກຂັ້ນ ເຮັດວຽກງານໃຫ້ມີປະສິດທິພາບ

ໃນປີ 2019, ຄະນະພັກ-ຄະນະກົມກວດກາ-ກວດການ ກະຊວງ ປກສ ຈະສືບຕໍ່ຊີ້ນຳ-ນຳພາ ຄະນະບັນຊາແຕ່ລະຂັ້ນ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຢ່າງເຂັ້ມງວດ ເປັນຕົ້ນແມ່ນ ວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຮັບປະກັນໃຫ້ວຽກງານມີປະສິດທິພາບສູງ. ກອງປະຊຸມສະຫຼຸບວຽກງານກວດກາ-ກວດການ ປກສ ປະຈຳປີ 2018 ແລະ...

ການນຳ ກະຊວງ ປກສ ແຂ່ງຂັນກິລາຍິງປືນ ຊີງຂັນຮອງປະທານປະເທດ

ການນໍາ ກະຊວງ ປກສ ໄດ້ຈັດການແຂ່ງຂັນກິລາຍິງປືນຊີງຂັນຮອງປະທານປະເທດ ໃນວັນທີ 2 ກຸມພາ 2019, ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ, ເຂົ້າຮ່ວມໂດຍ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ມີຄະນະລັດຖະມົນຕີກະຊວງ ປກສ, ຫົວໜ້າ-ຮອງຫົວໜ້າກົມ, ວິທະຍາຄານ, ລັດວິສາຫະກິດ ອ້ອມ ຂ້າງກະຊວງ ແລະ...

ຮອງລັດຖະມົນຕີ ປກສ ຕ້ອນຮັບການຢ້ຽມຂໍ່ານັບຂອງຄະນະຜູ້ແທນກົມປ້ອງກັນພາຍໃນ ກຳປູເຈຍ

ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພົທ ດຶມ ສາເຮືອນ ຮອງຫົວໜ້າກົມປ້ອງກັນພາຍໃນກົມສັນຕິບານ ສໍານັກງານຕໍາຫຼວດແຫ່ງຊາດ ກະຊວງພາຍໃນແຫ່ງຣາຊະອານາຈັກ ກໍາປູເຈຍ ທີ່ເຂົ້າມາລາຍງານຜົນສໍາເລັດກອງປະຊຸມພົບປະແລກປ່ຽນບົດ ຮຽນກັບກອງບັນຊາການປ້ອງກັນສູນກາງໃນວັນທີ 23 ມັງກອນ 2019.

ໂຮມຊຸມນຸມ ສະຫຼອງ ວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ

ພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຄົບຮອບ 25 ປີ ( 10 ມັງກອນ 1994-10 ມັງກອນ 2019 ) ໃນວັນທີ 10 ມັງກອນ ຜ່ານມາ ໃຫ້ກຽດເຂົ້າຮ່ວມໂດຍ ພົຕ ສິນທະວົງ...

ກະຊວງ ປກສ ຮັບເຄື່ອງຊ່ວຍເຫຼືອຈາກ ສ.ເກົາຫຼີ

ພົຕ ສິນທະວົງ ໄຊຍະກອນ - ທ່ານ ຊິນ ຊັງ ຊຸນ ກະຊວງ ປກສ ແຫ່ງ ສປປ ລາວ ຮັບເຄື່ອງຊ່ວຍເຫຼືອຈາກ ອົງການແລກປ່ຽນວັດທະນະທຳ-ສິລະປະ ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ),...

ກະຊວງ ປກສ ປາຖະກະຖາວັນສ້າງຕັ້ງ ເມືອງວຽງໄຊ – ຖານທີ່ໝັ້ນ ຂອງການປະຕິວັດລາວ ຄົບຮອບ 50 ປີ

ກະຊວງ ປກສ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນ ຂອງ ການປະຕິວັດລາວ ຄົບຮອບ 50 ປີ ( 30 ພະຈິກ 1968-30 ພະຈິກ 2018) ໃນວັນທີ 6 ພະຈິກ 2018, ໃຫ້ກຽດປາຖະກະຖາໂດຍ ພົຕ ສິນທະວົງ...

ຮອງລັດຖະມົນຕີ ປກສ ຢ້ຽມຢາມ ແລະ ຊີ້ນຳວຽກຢູ່ແຂວງເຊກອງ

ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານວິຊາສະເພາະຢູ່ກອງບັນຊາການ ປກສ ແຂວງເຊກອງ ໃນວັນທີ 1 ສິງຫາ 2018; ໃຫ້ການຕ້ອນຮັບໂດຍ ພັທ ແຄນທອງ ປື້ມມະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມພະນັກງານຫຼັກແຫຼງອ້ອມຂ້າງກອງບັນຊາການ ປກສ...