ວັນສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນ

ກະຊວງ ປກສ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນ ຂອງ ການປະຕິວັດລາວ ຄົບຮອບ 50 ປີ ( 30 ພະຈິກ 1968-30 ພະຈິກ 2018) ໃນວັນທີ 6 ພະຈິກ 2018, ໃຫ້ກຽດປາຖະກະຖາໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ, ມີບັນດາຄະນະພັກກະຊວງ, ຫົວໜ້າກົມໃຫຍ່ອ້ອມຂ້າງ, ຄະນະກອງບັນຊາການ ແລະ ຄະນະພະແນກ ເຂົ້າຮ່ວມ.

ພົຕ ສິນທະວົງ ໄຊຍະກອນ ໄດ້ໃຫ້ຮູ້ຄວາມໝາຍຄວາມສຳຄັນ ແລະ ຄວາມເປັນມາຂອງ ເມືອງວຽງໄຊ-ຖານທີ່ໝັ້ນ ວ່າ:

ພົຕ ສິນທະວົງ ໄຊຍະກອນ

ເມືອງວຽງໄຊ-ຖານທີ່ໝັ້ນ ເປັນບ່ອນກໍາເນີດ ອົງການເເນວລາວຮັກຊາດ ເຊິ່ງເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ ດັ່ງໂຄງການການເມືອງຂອງພັກໄດ້ກຳນົດວ່າ: “ມະຫາສາມັກຄີທົ່ວປວງຊົນ, ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຢ່າງກວ້າງຂວາງ ໂດຍຕັ້ງຢູ່ບົນພື້ນຖານ ພັນທະພາບກຳມະກອນ-ຊາວນາ” ນຳພາປະຊາຊົນລາວບັນດາເຜົ່າ ຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກປະຊາຊົນປະຕິວັດລາວ, ເປັນອົງການແນວໂຮມ ຊຶ່ງປະຕິບັດແນວທາງມະຫາຊົນຂອງພັກ ແລະ ເຕົ້າໂຮມຄວາມສາມັກຄີທຸກກຳລັງທີ່ຮັກຊາດ ເພື່ອສ້າງກຳລັງແຮງສັງລວມຕີເອົາຊະນະສັດຕູຢ່າງເຂັ້ມແຂງ ແລະ ເປັນບ່ອນກໍ່ສ້າງ ແລະ ຂະຫຍາຍກຳລັງປະກອບອາວຸດ, ກໍ່ສ້າງ ແລະ ປົກປັກຮັກສາຖານທີ່ໝັ້ນການປະຕິວັດ, ຕະຫຼອດໄລຍະຜ່ານມາ, ກຳລັງປະກອບອາວຸດໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ, ກາຍເປັນກຳລັງຫຼັກແຫຼ່ງໃນສົງຄາມ ປະຊາຊົນປົດປ່ອຍຊາດ ທັງເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງມີຄວາມເຂັ້ມແຂງ ແລະ ມີບົດຮຽນໃນການສູ້ຮົບ, ມີຄວາມເດັດດ່ຽວໜຽວແໜ້ນ ແລະ ພິລະອາດຫານ ເຮັດໃຫ້ການປະຕິບັດງານມີຜົນສຳເລັດໃນແຕ່ລະໄລຍະການສູ້ຮົບ ແລະ ມາຮອດປີ 1968 ເຂດປົດປ່ອຍໄດ້ຮັບການປົກປັກຮັກສາ ແລະ ເປີດກວ້າງ ເຮັດໃຫ້ຕິດລ່ຽນກັນແຕ່ພາກເໜືອລົງຮອດພາກໃຕ້ ພ້ອມທັງໄດ້ຮັບການກໍ່ສ້າງ ແລະ ປັບປຸງປ່ຽນແປງ ໃນທຸກດ້ານຕາມຂະໜາດ ເຮັດໃຫ້ມີການພັດທະນາດີຂຶ້ນເປັນກ້າວໆ.

ເສີມຂະຫຍາຍມູນເຊື້ອວິລະຊົນ ເມືອງວຽງໄຊ-ຖານທີ່ໝັ້ນ

ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ ເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດລາວ. ດັ່ງນັ້ນ, ທ່ານຮອງລັດຖະມົນຕີກະຊວງ ປກສ ຊີ້ນຳໃຫ້ບັນດາຜູ້ເຂົ້າຮ່ວມພິທີ ຈົ່ງພ້ອມກັນເຊື່ອມຊຶມ, ກຳແໜ້ນເອົາມູນເຊື້ອສຳຄັນດັ່ງກ່າວ ໄປຈັດຕັ້ງເຜີຍແຜ່ໃຫ້ບັນດາພະນັກງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນຮັບຮູ້ຢ່າງທົ່ວເຖິງ ເປັນຕົ້ນແມ່ນເສີມຂະຫຍາຍມູນເຊື້ອແຫ່ງການຊີ້ນຳ-ນຳພາຂອງພັກ, ມູນເຊື້ອຮັກຊາດ, ຕໍ່ສູ້ພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ມູນເຊື້ອຄວາມສາມັກຄີທົ່ວປວງຊົນທັງຊາດ ພາຍໃຕ້ການນຳພາຂອງພັກ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານຂອງປະຊາຊົນລາວບັນດາເຜົ່າ ແລະ ເສີມຂະຫຍາຍມູນເຊື້ອການປະດິດຄິດສ້າງທາງດ້ານສິລະປະ-ວັດທະນະທຳ ເພື່ອຮັບປະກັນໃຫ້ການປົກປັກຮັກສາ ສປປ ລາວ ກໍຄື ເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດລາວ ໃຫ້ເຂົ້າສູ່ລວງເລິກ ແລະ ກວ້າງຂວາງຂຶ້ນເລື້ອຍໆ.

ກະຊວງ ປກສ