ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຊ່ຽວຊານ ຈາກສໍານັກງານກວດສອບແຫ່ງຊາດ ສປ ຈີນ ນໍາໂດຍ ທ່ານ ນາງ ລຽງລີຈຸນ ຮອງຫົວໜ້າຫ້ອງການກວດສອບການບັງຄັບໃຊ້ກົດໝາຍເສດຖະກິດ ສໍານັກງານກວດສອບແຫ່ງຊາດ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 6 ພະຈິກ 2018, ເນື່ອງໃນໂອກາດທີ່ຄະນະຊ່ຽວຊານດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 5-9 ພະຈິກ 2018.

ໂອກາດນີ້, ທ່ານ ປອ ນາງ ວຽງທອງ ສີພັນດອນ ໄດ້ສະແດງການຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະຊ່ຽວຊານດັ່ງກ່າວ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ກໍຄື ອົງການກວດສອບແຫ່ງລັດ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍໃຫ້ນັບມື້ນັບຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກ ໂດຍສະເພາະແມ່ນການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງສອງອົງການກວດສອບ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ, ມີປະສິດທິພາບ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ຝ່າຍລາວນຳໂດຍ ທ່ານ ປອ ນາງ ວຽງທອງ ສີພັນດອນ – ຝ່າຍຈີນນຳໂດຍ ທ່ານ ນາງ ລຽງລີຈຸນ

ຫຼັງຈາກນັ້ນ, ສອງອົງການກວດສອບແຫ່ງລັດ ລາວ-ຈີນ ຍັງໄດ້ຈັດກອງປະຊຸມຄະນະວິຊາການຂຶ້ນໂດຍການເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດ, ເຊິ່ງກອງປະຊຸມດັ່ງກ່າວ ແມ່ນຈະດໍາເນີນເປັນເວລາ 2 ວັນ, ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນດ້ານວຽກງານກວດສອບລະຫ່ວາງສອງອົງການ ພາຍໃຕ້ຫົວຂໍ້ດັ່ງນີ້: ການກວດສອບອົງການຈັດຕັ້ງລັດ, ການກວດສອບງົບປະມານບໍລິຫານຂອງລັດ, ການແລກປ່ຽນຂໍ້ມູນການກວດສອບລະບົບໄອທີ, ການບໍລິຫານຄຸ້ມຄອງຊັບພະຍາກອນມະນຸດ ແລະ ລະບົບຄຸ້ມຄອງເອກະສານກວດສອບ ແນໃສ່ເພື່ອສ້າງຄວາມອາດສາມາດໃຫ້ແກ່ພະນັກງານ-ນັກກວດສອບ ໃນການປະຕິບັດວຽກງານກວດສອບຂອງ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ ແລະ ພັດທະນາຂຶ້ນໄປເລື້ອຍໆ.