ແກ້ງພິມໂດລາປອມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ພະຈິກນີ້ວ່າ: ເຈົ້າໜ້າທີ່ບູນກາຣີ ຄວບຄຸມຕົວກຸ່ມຄົນຮ້າຍລັກລອບຜະລິດທະນະບັດໂດລາສະຫະລັດປອມ ຄຸນນະພາບສູງ ເຊິ່ງຖືເປັນການປະຕິບັດການກວາດລ້າງຄັ້ງໃຫຍ່.

ກະຊວງປ້ອງກັນຄວາມສະຫງົບ ບູນກາຣີ ຖະແຫຼງວ່າ:

ຕຳຫຼວດເມືອງວານາ ຢຶດເງິນໃບ 100 ໂດລາປອມ ເຊິ່ງມີຄຸນນະພາບການຜະລິດແຕກຕ່າງກັນ ຄິດເປັນມູນຄ່າລວມ 1,35 ລ້ານໂດລາສະຫະລັດ ໂດຍລະບຸວ່າ ແກ້ງຄົນຮ້າຍໃຊ້ເຕັກໂນໂລຊີມຶກພິມໃໝ່ ເຊິ່ງເຮັດໃຫ້ການກວດສອບທະນະບັດປອມຢາກຂຶ້ນ.

ບູນກາຣີ

ເຈົ້າໜ້າທີ່ບູນກາຣີ  ໄດ້ຢຶກເຄື່ອງພິມ ແລະ ທະນະບັດປອມໄວ້ແລ້ວ ລວມທັງຈັບກຸມຜູ້ກ່ຽວຂ້ອງ 3 ຄົນ ເຊິ່ງໄອຍະການຈະຕັ້ງຂໍ້ກ່າວຫາຕໍ່ໄປ; ກ່ອນໜ້ານີ້, ເຈົ້າໜ້າທີ່ບູນກາຣີ ປະຕິບັດການກວາດລ້າງການພິມທະນະບັດປອມ ແລະ ຢຶດທະນະບັດເອີໂຣ ແລະ ໂດລາສະຫະລັດປອມ ຄິດເປັນມູນຄ່າຫຼາຍກວ່າ 14 ລ້ານໂດລາສະຫະລັດ ໄດ້ໃນເດືອນທີ່ຜ່ານມາ.