ອົງການຜູ້ຕາງໜ້າກະຊວງຕຳຫຼວດແຫ່ງ ສສ ຫວຽດນາມ ປະຈຳລາວ ກັບກອງບັນຊາການ ປກສ ແຂວງອຸດົມໄຊ, ໄດ້ຈັດກອງປະຊຸມພົວປະແລກປ່ຽນສະພາບຮອບດ້ານ ຂຶ້ນໃນວັນທີ 2 ພະຈິກ 2018, ນໍາໂດຍ ພົຈວ ຮວ່າງ ກວາງເຫືອງ ຫົວໜ້າອົງການຜູ້ຕາງໜ້າກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ປະຈຳລາວ ແລະ ພັອ ນີລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະທັງສອງຝ່າຍໄດ້ສະແດງຄວາມຍິນດີຊົມເຊີຍ, ສະແດງຄວາມຢື້ຢາມຖາມຂ່າວເຊິ່ງກັນແລະກັນຢ່າງອົບອຸ່ນ, ເວົ້າສະເພາະຕໍ່ໝາກຜົນ,ໂອກາດທີ່ໄດ້ພົບປະແລກປ່ຽນສະພາບຮ່ວມກັນໃນຄັ້ງນີ້. ພ້ອມທັງໄດ້ຍົກໃຫ້ເຫັນສະພາບຮອບດ້ານໂດຍລວມ ແລະ ອັນສະເພາະ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ກັນແລະກັນຊາບ.

ພັອ ນິລະວົງ ເຈືອງຕະວະລາດ ກ່າວວ່າ: ໄລຍະຜ່ານມາ, ແຂວງອຸດົມໄຊ ຍັງມີບັນຫາສາສະໜາ, ບັນຫາຊົນເຜົ່າ, ຢາເສບຕິດ, ຄ້າຂາຍເຖື່ອນ, ການເຂົ້າ-ອອກ, ການປະກອບອາຊີບ, ການລີ້ຊ່ອນປ່ອຍຕົວ ແລະ ການກໍ່ອາຊະຍາກຳອື່ນໆທີ່ບໍ່ຖືກຕ້ອງຂອງຄົນຕ່າງປະເທດ ເຫັນວ່ານັບມື້ນັບຫຼາຍ ແລະ ເພີ່ມຂຶ້ນນັບທັງດ້ານເລ່ຫຼ່ຽມຂອງສັດຕູ, ກຸ່ມຄົນບໍ່ຫວັງດີ; ເຊິ່ງແຂວງອຸດົມໄຊ ມີຊາວຫວຽດນາມ ທີ່ມາດໍາເນີນທຸລະກິດ ແລະ ອອກແຮງງານ ທັງໝົດ 295 ຄົນ ຍິງ 40 ຄົນ, ມີ 8 ບໍລິສັດ, ມີ 39 ໜ່ວຍທຸລະກິດເຄື່ອນໄຫວຖືກຕ້ອງມີ 80 ຄົນ ຍິງ 7 ຄົນ, ບໍ່ຖືກຕ້ອງ 215 ຄົນ ຍິງ 33 ຄົນ ໄດ້ກວດພົບເຫັນພົນລະເມືອງທີ່ເປັນຊາວຫວຽດນາມ ລັກລອບເຂົ້າເມືອງມາອາໄສຢູ່ແຂວງອຸດົມໄຊ ຈຳນວນ 24 ຄອບ ຄົວ, ມີ 62 ຄົນ ຍິງ 34 ຄົນ, ສົ່ງ ກັບຄືນປະເທດ 3 ຄອບຄົວ, ພົນ ລະເມືອງ 28 ຄົນ ຍິງ 16 ຄົນ, ລັກແຕ່ງງານກັບແມ່ຍິງລາວ 9 ຄົນ, ໄປກາຍຂອບເຂດ 6 ຄົນ, ເສບຢາເສບຕິດ 2 ຄົນ, ລັກຊັບພົນລະເມືອງ 1 ຄົນ ແລະ ສໍ້ໂກງຊັບພົນລະເມືອງອີກ 2 ຄົນ.

ຜ່ານການຮັບຟັງການລາຍງານສະພາບຮ່ວມກັນຄັ້ງນີ້, ທັງສອງຝ່າຍຍັງໄດ້ເປັນເອກະພາບຮ່ວມ ກັນຕື່ມອີກເປັນຕົ້ນແມ່ວິທີການ, ມາດຕະການ ແລະ ຄວາມຕ້ອງການດ້ານອຶ່ນໆຕາມແຜນການ, ການບຳລຸງ, ກໍ່ສ້າງພະນັກງານວິຊາສະເພາະ, ດ້ານວັດຖຸ, ພາຫະນະ, ເຕັກນິກ, ຊ່ຽວຊານ, ວິຊາການ ແລະ ຄວາມຈຳເປັນອຶ່ນໆ ເພື່ອຕອບສະໜອງ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພເທື່ອລະກ້າວ.
ໃນພິທີອົງການຕາງໜ້າກະຊວງຕຳຫຼວດ ສສ ຫວຽດນາມ ປະຈຳລາວ ຍັງໄດ້ມອບຄອມພິວເຕີ ແລະ ປິຼນເຕີ ຈຳນວນ 1 ຊຸດ ໃຫ້ ປກສ ແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ.