ກ່າວມອບໂດຍ ທ່ານ ນາງ ຢູ ຫັນ-ຊຸກ (Mrs.Yoo Hyun-Sook)
ພົຕ ສິນທະວົງ ໄຊຍະກອນ – ທ່ານ ຊິນ ຊັງ ຊຸນ

ກະຊວງ ປກສ ແຫ່ງ ສປປ ລາວ ຮັບເຄື່ອງຊ່ວຍເຫຼືອຈາກ ອົງການແລກປ່ຽນວັດທະນະທຳ-ສິລະປະ ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ), ກ່າວມອບໂດຍ ທ່ານ ນາງ ຢູ ຫັນ-ຊຸກ (Mrs.Yoo Hyun-Sook) ປະທານອົງການແລກປ່ຽນວັດທະນະທໍາ-ສິລະປະ ສ.ເກົາຫຼີ ແລະ ຕາງໜ້າຮັບໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການ ກະຊວງ ປກສ ໃນວັນທີ 9 ພະຈິກ ຜ່ານມານີ້ ທີ່ ກະຊວງ ປກສ, ໂດຍມີ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ແລະ ທ່ານ ຊິນ ຊັງ ຊຸນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ຕາງໜ້າຮັບໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ

ທ່ານ ນາງ ຢູ ຫັນ-ຊຸກ ກ່າວວ່າ: ເຄື່ອງທີ່ໄດ້ຮັບປະກອບມີ ເສື້ອກັນໜາວ ແລະ ເກີບ ລວມມູນຄ່າທັງໝົດ 400.000 ໂດລາ

ທ່ານ ນາງ ຢູ ຫັນ-ຊຸກ – ພົຕ ສິນທະວົງ ໄຊຍະກອນ

ເພື່ອປະກອບສ່ວນເຮັດໃຫ້ກຳລັງ ປກສ ມີຄວາມໜັກແໜ້ນ, ເຂັ້ມເເຂງໃນການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ໃຫ້ມີປະສິດທິພາບ ແລະ ໃນຕໍ່ໜ້າ, ພ້ອມດຽວກັນນີ້ ທາງອົງການແລກປ່ຽນວັດທະນະທໍາ-ສິລະປະ ສ.ເກົາຫຼີ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອປະຊາຊົນລາວທີ່ຍັງຂາດເຄື່ອງນຸ່ງຫົ່ມ ໃນຂອບເຂດທົ່ວປະເທດນຳອີກດ້ວຍ.

ທ່ານ ນາງ ຢູ ຫັນ-ຊຸກ
ລາວ – ສ.ເກົາຫຼີ

ໂອກາດດຽວກັນ, ພົຈວ ສີສະຫວາດ ແກ້ວມາລາວົງ ໄດ້ມອບໃບກຽດຕິຄຸນ ພ້ອມທັງຕາງໜ້າໃຫ້ ຄະນະນຳກະຊວງ ປກສ ລາວ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ນາງ ຢູຫັນ-ຊຸກ ພ້ອມຄະນະ ທີ່ເຫັນໄດ້ຄວາມສຳຄັນທາງດ້ານວຽກງານປ້ອງກັນຄວາມສະຫງົບ, ເຊິ່ງເຄື່ອງຈຳນວນດັ່ງກ່າວ ແມ່ນຈະນຳໄປແຈກຢາຍໃຫ້ບັນດາກຳລັງ ແລະ ພາກສ່ວນກ່ຽວຂ້ອງທີ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄືບັນດາກຳລັງປ້ອງກັນຢູ່ສະຖານທູດ, ສຳນັກງານ-ອົງການຕ່າງໆ ໃຫ້ຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ຄະນະທາງຝ່າຍ ກະຊວງ ປກສ
ຄະນະທາງຝ່າຍ ສ.ເກົາຫຼີ