ເປັນປະທານໂດຍ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ

ວັນທີ 9 ພະຈິກທີ່ຜ່ານມາ, ສະພາແຫ່ງຊາດ ໄດ້ສຳເລັດການດຳເນີນກອງປະຊຸມສຳມະນາກ່ຽວກັບ ການຍົກສູງຄຸນນະພາບທາງດ້ານເນື້ອໃນ ທີ່ຈະນຳເຂົ້າພິຈາລະນາຢູ່ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ທີ່ຈະຈັດຂຶ້ນໃນມໍ່ໆນີ້, ພາຍຫຼັງທີ່ດຳເນີນມາເປັນເວລາ 3 ວັນເຕັມ (7-9 ພະຈິກ 2018) ເປັນປະທານໂດຍ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ມີບັນດາຄະນະປະຈຳສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະພາແຫ່ງຊາດ

ການດຳເນີນກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດທີ່ສ້າງສັນ, ມີຄວາມເປັນເອກະພາບສູງ ແລະ ມີຄວາມເຂົ້າໃຈເນື້ອໃນເອກະສານທີ່ນຳມາສຳມະນາ, ເຊິ່ງບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳເຫັນຢ່າງກົງໄປ-ກົງມາ ໂດຍເອົາແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຢູ່ແຕ່ລະທ້ອງຖິ່ນມາສະເໜີ ເພື່ອເປັນຂໍ້ມູນໃຫ້ກະຊວງ, ອົງການທີ່ກ່ຽວຂ້ອງນຳໄປຄົ້ນຄວ້າ, ປັບປຸງເຂົ້າໃສ່ເນື້ອໃນຂອງຮ່າງກົດໝາຍ  4 ສະບັບໃຫ້ສົມບູນ, ຄົບຖ້ວນ ກ່ອນນຳສະເໜີຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ພິຈາລະນາຮັບຮອງເອົາ.

ບັນດາຜູ້ເຂົ້າຮ່ວມ ກອງປະຊຸມສະໄໝສາມັນ ເທື່ອທີ 6

ບັນດາເອກະສານທີ່ໄດ້ນຳມາສຳມະນາ ປະກອບມີ: ຮ່າງກົດໝາຍ ວ່າດ້ວຍ ທີ່ດິນ ສະບັບປັບປຸງ; ຮ່າງປະມວນກົດໝາຍແພ່ງ; ຮ່າງກົດໝາຍ ວ່າດ້ວຍ ການລົດໄຟ; ຮ່າງກົດໝາຍ ວ່າດ້ວຍ ການປະກັນສຸຂະພາບ; ນອກນັ້ນ, ຍັງມີເອກະສານບົດສະເໜີຕ່າງໆທີ່ເປັນບົດຮຽນຈາກຕ່າງປະເທດທີ່ກ່ຽວຂ້ອງກັບທີ່ດິນ.