ໃຫ້ກຽດຕ້ອນຮັບໂດຍ ທ່ານ ມີຄາອິນ ບາລານອບ

ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມຄະນະ ໄດ້ສໍາເລັດການເດີນທາງໄປເຂົ້າຮ່ວມ ກອງປະຊຸມຫົວໜ້າອົງການພິເສດ, ອົງການຮັກສາຄວາມໝັ້ນຄົງ ແລະ ອົງການບັງຄັບໃຊ້ກົດໝາຍ ຄັ້ງທີ 17 ທີ່ມົດສະກູ ສະຫະພັນລັດເຊຍ ໃນລະຫວ່າງວັນທີ 5-11 ພະຈິກ 2018 ໂດຍການຕ້ອນຮັບຂອງ ທ່ານ ມີຄາອິນ ບາລານອບ ເອກອັກຄະລັດຊະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ໃນວັນທີ 11 ພະຈິກ 2018 ຢູ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

ໃນກອງປະຊຸມ, ຄະນະຜູ້ແທນ ໄດ້ພ້ອມກັນຕີລາຄາສູງຕໍ່ບັນຫາຕ່າງໆຢ່າງຮອບດ້ານ, ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນທີ່ໄດ້ຍົກຂຶ້ນມາສະເໜີ ເປັນຕົ້ນແມ່ນ ບົດຮຽນກ່ຽວກັບການຕ້ານການກໍ່ການຮ້າຍລະດັບຊາດ, ການປະເມີນໄພຂົ່ມຂູ່ຂອງພວກກໍ່ການຮ້າຍ, ການສ້າງສະພາບແວດລ້ອມທີ່ອໍານວຍກ່ຽວກັບວຽກງານສືບຂ່າວດ້ານຄວາມໝັ້ນຄົງ ແລະ ການຮ່ວມມືກ່ຽວກັບການປະຕິບັດກົດໝາຍ; ເຊິ່ງທ່ານລັດຖະມົນຕີກະຊວງ ປກສ ໄດ້ປະກອບຄໍາຄິດເຫັນຫຼາຍບັນຫາຕໍ່ກັບກອງປະຊຸມ ເປັນຕົ້ນແມ່ນກ່ຽວກັບວຽກງານສືບຂ່າວ ເພື່ອເຮັດໃຫ້ການຮ່ວມມືລະຫວ່າງສອງປະເທດ ກໍຄື ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ສະຫະພັນລັດເຊຍ ເລິກເຊິ່ງ ແລະ ກວ້າງຂວາງຂຶ້ນກວ່າເກົ່າ ພ້ອມທັງສະໜອງໄດ້ຂໍ້ມູນຂ່າວສານທີ່ເປັນບັນຫາສໍາຄັນ ເພື່ອສະກັດກັ້ນການຕ້ານການກໍ່ການຮ້າຍ ແລະ ຫຼຸດຜ່ອນປະກົດການຫຍໍ້ທໍ້ພາຍໃນປະເທດຊາດ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເລື້ອຍໆ.

ລມຕ ກະຊວງ ປກສ ສຳເລັດການເຂົ້າຮ່ວມກອງປະຊຸມ

ໂອກາດດຽວກັນ, ທ່ານ ມີຄາອິນ ບາລານອບ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຍ້ອງຍໍຕໍ່ຜົນສໍາເລັດທີ່ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ເພື່ອນໍາເອົາບົດຮຽນດັ່ງກ່າວນັ້ນ ໄປພັດທະນາເຂົ້າໃນກໍາລັງ ປກສ, ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືທາງດ້ານວຽກງານປ້ອງກັນຄວາມສະຫງົບຂອງສອງປະເທດ ໃຫ້ມີຄວາມສະດວກວ່ອງໄວ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ.