ອົງການພຸດທະສາສະໜາ ລາວ-ຫງຽດນາມ-ກຳປູເຈຍ

ກອງປະຊຸມປະທານອົງການພຸດທະສາສະໜາ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ, ເຂົ້າຮ່ວມໂດຍ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີຮອງເຈົ້າຄອງນະຄອນຫຼວງວຽງຈັນ, ປະທານອົງການພຸດທະສາສະໜາ, ຄະນະຜູ້ແທນອົງການພຸດທະສາສະໜາທັງ 3 ປະເທດ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພະອາຈານໃຫຍ່ ປອ ມະຫາງອນ ດໍາຣົງບຸນ ປະທານສູນກາງອົງການພຸດທະສາສະໜາສໍາພັນລາວ ໄດ້ກ່າວເປີດກອງປະຊຸມວ່າ:

ການຈັດກອງປະຊຸມປະທານອົງການພຸດທະສາສະໜາ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງນີ້ ແມ່ນເພື່ອສ້າງໂອກາດໃຫ້ອົງການພຸດທະສາສະໜາທັງ 3 ປະເທດ ໄດ້ພົບປະປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວສານ, ແນໃສ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 3 ປະເທດ ກໍຄື 3 ອົງການພຸດທະສາສະໜາ ລາວ-ຫວຽດນາມ-ກໍາປູເຈຍ ກ່ຽວກັບ ການພົວພັນຮ່ວມມືໃນວຽກງານພຸດທະສາສະໜາ ໃນໄລຍະຜ່ານມາ ແລະ ແລກປ່ຽນຄໍາຄິດຄໍາເຫັນ ເພື່ອກໍານົດທິດທາງໃນຕໍ່ໜ້າ; ພ້ອມນີ້, ຍັງເປັນການຍົກສູງບົດບາດອົງການພຸດທະສາສະໜາສໍາພັນລາວ ໃນເວທີພາກພື້ນ ແລະ ສາກົນ.

ບັນດາຄະນະຜູ້ແທນອົງການພຸດທະສາສະໜາທັງ 3 ປະເທດ ແລະ ແຂກຮັບເຊີນ

ໃນກອງປະຊຸມ, ທັງ 3 ຝ່າຍ ຍັງໄດ້ທົບຄວນຄືນກ່ຽວກັບ ບົດບັນທຶກຊ່ວຍຈໍາ ວ່າດ້ວຍ ການຮ່ວມມືລະຫວ່າງອົງການພຸດທະສາສະໜາ 3 ປະເທດ ແລະ ຮັບຮອງເອົາບົດບັນທຶກຊ່ວຍຈໍາດັ່ງກ່າວ, ພ້ອມທັງເຫັນດີເປັນເອກະພາບກັນສືບຕໍ່ປະສານສົບທົບ ແລະ ຊຸກຍູ້ການເຄື່ອນໄຫວຂອງອົງການຈັດຕັ້ງພຸດທະສາສະໜາທັງ 3 ປະເທດ ເພື່ອສົ່ງເສີມການແລກປ່ຽນ, ການໄປ-ມາຫາສູ່ກັນລະຫວ່າງສູນກາງ, ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ 3 ປະເທດ ໃຫ້ນັບມື້ຫຼາຍຂຶ້ນ.