ປະທານປະເທດ ຕ້ອນຮັບຜູ້ແທນຂັ້ນສູງ ສ.ກູບາ

0
1660
ສປປ ລາວ – ສ.ກູບາ

ໃນຕອນເຊົ້າຂອງວັນທີ 11 ພະຈິກ 2018 ທີ່ທຳນຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ມິເກັນ ດີເອັດສ-ກາແນນແບຣມູເດັດສ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີແຫ່ງ ສາທາລະນະລັດ ກູບາ ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-11 ພະຈິກ 2018 ເພື່ອປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າລະຫວ່າງສອງປະເທດ.

ການທັກທາຍສະບາຍດີເຊິ່ງກັນແລະກັນ ຂອງທັງສອງຝ່າຍ

ໃນໄລຍະການຢ້ຽມຢາມ, ທ່ານ ມິເກັນ ດີເອັດສ-ກາແນນແບຣມູເດັດສ ໄດ້ພົບປະຢ່າງເປັນທາງການກັບ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ການຈັດກອງປະຊຸມປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ

ໃນການພົບປະປຶກສາຫາລືຢ່າງເປັນທາງການ ກັບ ການນຳ ຂອງ ສປປ ລາວ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການທີ່ພົ້ນເດັ່ນຂອງສອງປະເທດ, ຕີລາຄາກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ, ແລກປ່ຽນທັດສະນະຕ່າງໆກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນຳກັນ.

ການລົງນາມເຊັນສັນຍາຮ່ວມມືກັນ

ໃນໂອກາດພົບປະດັ່ງກ່າວນັ້ນ, ບັນດາການນຳຂອງລາວ ໄດ້ຢືນຢັນຄືນເຖິງແນວທາງສະເໝີຕົ້ນສະເໝີປາຍຂອງພັກ-ລັດຖະບານລາວ ໃນການສືບຕໍ່ການພົວພັນ, ຮ່ວມມືລະຫວ່າງສອງປະເທດໃນອະນາຄົດ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ໄດ້ສືບຕໍ່ເສີມຂະຫຍາຍ ແລະ ຈະເລີນງອກງາມຂຶ້ນເລື້ອຍໆ.

ການລົງນາມເຊັນສັນຍາຮ່ວມມືກັນ

ສະຫາຍ ມິເກັນ ດີເອັດສ-ກາແນນແບຣມູເດັດສ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ມີໂອກາດມາຢ້ຽມຢາມລາວອີກເທື່ອໜຶ່ງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມກ້າວໜ້າຂອງປະຊາຊົນລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

ການພົບປະກັບ ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ

ນອກນັ້ນ, ສະຫາຍຍັງໄດ້ຢືນຢັນຄືນແນວທາງນະໂຍບາຍຂອງພັກ ແລະ ລັດກູບາ ທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ແລະ ຮ່ວມມືອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃນສະເພາະໜ້າ ແລະ ຍາວນານ ກໍຄືຄວາມມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານການກໍ່ສ້າງຊັບພະຍາກອນມະນຸດ, ກິລາ ແລະ ສາທາລະນະສຸກ.

ການພົບປະກັບ ທ່ານ ນາງ ປານີ ຢາທໍ່ຕູ້

ການຢ້ຽມຢາມຂອງ ຄະນະຜູ້ແທນຂັ້ນສູງ ສ.ກູບາ ຄັ້ງນີ້, ເປັນເຫດການສຳຄັນທາງປະຫວັດສາດ ແຫ່ງການພົວພັນລະຫວ່າງ ສປປ ລາວ ແລະ ສ.ກູບາ; ເຊິ່ງເປັນການປະກອບສ່ວນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄືປະຊາຊົນສອງຊາດ ລາວ-ກູບາ.

ທ່ານ ມິເກັນ ດີເອັດສ-ກາແນນແບຣມູເດັດສ – ທ່ານ ບຸນຍັງ ວໍລະຈິດ

ຜົນສຳເລັດອັນສຳຄັນອັນໜຶ່ງຂອງການຢ້ຽມຢາມດັ່ງກ່າວນີ້ ແມ່ນທັງສອງຝ່າຍ ລາວ-ກູບາ ໄດ້ເຊັນສັນຍາການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຖາບັນກິລາພາລະສຶກສາ ແລະ ສິລະປະແຫ່ງຊາດ ສ.ກູບາ ແລະ ສັນຍາການຮ່ວມມື ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງ ສ.ກູບາ.

ຄະນະຂອງ ສາທາລະນະລັດ ກູບາ
ຄະນະຂອງ ສປປ ລາວ