ປະທານາທິບໍດິລັດເຊຍ ເຂົ້າຮ່ວມປະຊຸມອາຊຽນ ທີ່ສິງກະໂປ

0
447

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ໃນວັນທີ 13 ພະຈິກ ນີ້ວ່າ: ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຂອງລັດເຊຍ ມີກຳນົດຢ້ຽມຢາມສິງກະໂປ ໃນລະຫວ່າງວັນທີ 13-15 ພະຈິກນີ້ ເພື່ອເຂົ້າຮ່ວມກອງປະຊຸມຮ່ວມກັບຜູ້ນຳ 10 ປະເທດສະມາຊິກອາຊຽນ ແລະ ກອງປະຊຸມອາຊີຕາເວັນອອກ (EAS) ຄັ້ງທີ 13, ເຊິ່ງເປັນໜຶ່ງກອງປະຊຸມໃນການພົບປະຫາລືກຸ່ມຍ່ອຍລະຫວ່າງ ອາຊຽນ ກັບ 6 ປະເທດຄູ່ເຈລະຈາ ໄດ້ແກ່ ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ອົດສະຕຣາລີ, ລັດເຊຍ ແລະ ສະຫະລັດ ອາເມລິກາ.

ສຳລັບການຢ້ຽມຢາມສິງກະໂປ ຂອງທ່ານ ວະລາດິເມຍ ປູຕິນ ຄັ້ງນີ້ຖືເປັນຄັ້ງທຳອິດຢ່າງເປັນທາງການໃນຖານະຜູ້ນຳລັດເຊຍ, ຂະນະດຽວກັນ ຍັງເປັນຄວາມເຄື່ອນໄຫວທີ່ໜ້າສົນໃຈຢ່າງຍິ່ງ ເນື່ອງຈາກຕະຫຼອດໄລຍະເວລາຫຼາຍປີທີ່ຜ່ານມາ, ທ່ານ ວະລາດິເມຍ ປູຕິນ ມັກເລືອກເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳກຸ່ມປະເທດຄວາມຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (APEC), ເຊິ່ງຈັດກອງປະຊຸມໃນເວລາໃກ້ຄຽງກັບກອງປະຊຸມອາຊຽນ ແລະ ສົ່ງນາຍົກລັດຖະມົນຕີ ກະຊວງການຕ່າງປະເທດເຂົ້າຮ່ວມກິດຈະກຳຂອງອາຊຽນແທນ.  ແນວໃດກໍຕາມ, ໃນປິນີ້ ທ່ານ ວະລາດິເມຍ ປູຕິນ ສົ່ງໃຫ້ ທ່ານ ມິທຣີເມດເວເດຟ ໃຫ້ເຂົ້່າຮ່ວມກອງປະຊຸມເອເປກ ທີ່ນະຄອນຫຼວງພອດມອດບີ ປະເທດປາປົວນິວກິນີ, ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 14-15 ພະຈິກນີ້ ແທນ.

ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຂອງລັດເຊຍ

ນອກຈາກນີ້ແລ້ວ, ປີນີ້ຍັງເປັນປີຄົບຮອບ 50 ປີ ແຫ່ງການສະຖາປານາຄວາມສຳພັນທາງການທູດລະຫວ່າງ ສິງກະໂປ ແລະ ລັດເຊຍ ນຳອີກ, ເຊິ່ງການເຂົ້າຮ່ວມກອງປະຊຸມອາຊຽນຂອງ ທ່ານ ວະລາດິເມຍ ປູຕິນ ອາດຈະສະແດງໃຫ້ເຫັນເຖິງຄວາມສຳຄັນຂອງລັດເຊຍໃນເຂດພາກພື້ນນີ້ ໂດຍ ສສ ຫວຽດນາມ ເປັນປະເທດທຳອິດຈາກອາຊຽນ ທີ່ລົງນາມຂໍ້ຕົກລົງການຄ້າເສລີ (FTA) ກັບສະຫະພາບເສດຖະກິດເອີເຣຊຽນ  Eurasian Economic Union (EEU) ໃນປີ 2016 ແລະ ສິງກະໂປ ເຂົ້າໃກ້ການເປັນທີ່ສອງ, ຂະນະດຽວກັນ ອາຊຽນ ເປີດກວ້າງຫຼາຍຂຶ້ນສໍາລັບສິນຄ້າດ້ານອາວຸດຈາກລັດເຊຍ ເຖິງແມ່ນວ່າສະຫະລັດຂົ່ມຂູ່ຈະຂວ້ຳບາດ ແຕ່ອິນໂດເນເຊຍ ຢືນຢັນວ່າ ຂໍ້ຕົກລົງຊື້ເຮືອບິນຂັບໄລ່ຊູຄອຍ 11 ລຳຈາກລັດເຊຍ ລວມມູນຄ່າປະມານ 1.140 ລ້ານໂດລາສະຫະລັດ ຍັງຈະສືບຕໍ່ໄປ.