ອີກບໍ່ພໍເທົ່າໃດວັນກໍຈະເຖິງງານບຸນນະ ມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າລາວ-ໄອເຕັກ ປະຈໍາປີ 2018 ເຊື່ອວ່າຈະມີມວນຊົນຫຼັ່ງໄຫຼກັນເຂົ້າມາທ່ຽວຊົມງານດັ່ງກ່າວຢ່າງຄັບຄາໜາແໜ້ນ ແລະ ເຮັດໃຫ້ເສັ້ນທາງບາງເສັ້ນເປັນອໍາມະພາດລົດຕິດໜັກ, ສະນັ້ນ ເພື່ອຮັບມືກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈະສຸມກໍາລັງລົງປະຈໍາຢູ່ຕາມເສັ້ນທາງຕ່າງໆທີ່ມວນຊົນຈະເຂົ້າມາທ່ຽວຊົມພາຍໃນງານ ເພື່ອອໍານວຍຄວາມສະດວກຮອບດ້ານໃຫ້ແກ່ນັກ ຂັບຂີ່ໄປ-ມາໄດ້ຢ່າງຄ່ອງແຄ້ວວ່ອງໄວ.

ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 12 ພະຈິກ 2018 ວ່າ: ເພື່ອເຮັດໃຫ້ສະພາບການສັນຈອນໃນໄລຍະງານບຸນດັ່ງກ່າວມີຄວາມສະດວກ-ສະບາຍ ຮັບປະກັນບໍ່ໃຫ້ມີລົດຕິດອັ່ງອໍຫຼາຍຊົ່ວໂມງ ພະແນກຕໍາຫຼວດຈະລາຈອນ ຈະສຸມກໍາລັງລົງປະຕິບັດໜ້າທີ່ ເລີ່ມແຕ່ວັນ ທີ 16-25 ພະຈິກນີ້ ຢູ່ຕາມຈຸດສັບສົນ 3 ແຍກ, 4 ແຍກ, ຕາມສາຍທາງຫຼັກທີ່ມວນຊົນຈະໃຊ້ເຂົ້າມາທ່ຽວຊົມພາຍໃນງານ ເພື່ອອໍານວຍຄວາມສະດວກຮອບດ້ານໃຫ້ແກ່ນັກຂັບຂີ່ ໂດຍສະເພາະແມ່ນຢູ່ເສັ້ນທາງໜອງບອນ, ເສັ້ນທາງກໍາແພງເມືອງ, ຖະໜົນໄກສອນ; ຕໍ່ກັບບັນດາເສັ້ນທາງດັ່ງກ່າວໃນແຕ່ລະປີ ເຈົ້າໜ້າທີ່ໄດ້ລົງປະຈໍາຢູ່ແຕ່ລະຈຸດອໍານວຍຄວາມສະດວກໃຫ້ນັກຂັບຂີ່ ແຕ່ວ່ານັກຂັບຂີ່ພັດບໍ່ປະຕິບັດຕາມເຈົ້າໜ້າທີ່ແນະນໍາ ສວຍໂອກາດລ້ຽວແບບຕາມໃຈ ຈຶ່ງເຮັດໃຫ້ສະພາບການສັນຈອນມີຄວາມສັບສົນ; ສະນັ້ນ, ໃນປີນີ້, ພາກສ່ວນທີ່ກ່ຽວຂ້ອງໄດ້ອະນຸມັດ ໃຫ້ນໍາຖັງນໍ້າມາຂັ້ນກາງທາງເລີ່ມແຕ່ໄຟແດງໂພນສະອາດ ຫາ ວົງວຽນ 450 ປີ ຫາ ໄຟແດງໂພນພະເນົາ ເພື່ອ ແກ້ໄຂບັນຫາການລ້ຽວແບບຊະຊາຍ ເຊິ່ງເປັນບັນຫາພາໃຫ້ເກີດລົດຕິດອັ່ງອໍຕາມມາ; ສະເພາະລົດທີ່ມາແຕ່ຮ່ອງແຊງ ມີຈຸດປະສົງທີ່ຈະເຂົ້າໄປໃນງານບຸນ ແມ່ນສາມາດລ້ຽວໄດ້ຢູ່ໄຟແດງໂພນສະອາດ, ສ່ວນລົດທີ່ມາແຕ່ໂພນສະອາດ ມີຈຸດປະສົງທີ່ຈະລ້ຽວເຂົ້າທາງໜອງສ້າງທໍ່ ແມ່ນສາມາດລ້ຽວກັບໄດ້ຢູ່ໂຄ້ງວົງວຽນ 450 ປີ ຫຼື ໄປລ້ຽວຢູ່ຮ່ອງແຊງ ກໍໄດ້ ຕາມແຕ່ເຈົ້າໜ້າທີ່ຈະອໍານວຍຄວາມສະດວກໃຫ້.

ສະເພາະການນໍາໃຊ້ເສັ້ນທາງໃນໄລຍະຈັດງານບຸນ ພາຫະນະທີ່ມາແຕ່ເສັ້ນທາງເລກທີ 13 ໃຕ້, ເສັ້ນທາງເລກ 10 ຫຼື ເສັ້ນທາງດອນໜູນ ຕໍ່ໃສ່ທາງໄກສອນ ຖ້າບໍ່ມີຈຸດປະສົງມາທ່ຽວງານ ບຸນ ເມື່ອມາຮອດໄຟແດງໜອງໜ່ຽງ ແມ່ນໃຫ້ລ້ຽວຊາຍເຂົ້າໄປຕາມເສັ້ນທາງບ້ານໜອງໜ່ຽງ ອອກໃສ່ບ້ານວັງຊາຍ ແລ້ວໄປຕາມຈຸດປະສົງ ຫຼື ລ້ຽວຂວາອອກໃສ່ເສັ້ນທາງ 150 ຕຽງ ແລ້ວ ໄປຕາມຈຸດປະສົງ, ສະເພາະລົດບັນທຸກທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງໄປຂົວມິດ ຕະພາບ ໃຫ້ໃຊ້ເສັ້ນທາງໜອງບຶກ-ດົງໂດກ ອອກໃສ່ເສັ້ນທາງ 450 ປີ, ລົດບັນທຸກທີ່ມາ ແຕ່ເສັ້ນທາງເລກທີ 13 ເໜືອ ມີຈຸດປະສົງຈະ ໄປເສັ້ນທາງເລກທີ 13 ໃຕ້ ມາຮອດ 3 ແຍກ ໜອງບຶກ ໃຫ້ລ້ຽວຊາຍໄປຕາມເສັ້ນທາງໜອງບຶກ ຮອດໄຟແດງດົງໂດກແລ້ວໄປຕາມຈຸດປະສົງ, ລົດບັນທຸກທີ່ມາແຕ່ຂົວມິດຕະພາບມີຈຸດປະສົງໄປເສັ້ນທາງ ເລກທີ 13 ໃຕ້ ໃຫ້ໃຊ້ເສັ້ນທາງ 450 ປີ ມາຮອດ 4 ແຍກໄຟແດງດົງໂດກ ໃຫ້ລ້ຽວຂວາໄປທາງດອນໜູນ, ລົດທີ່ມາແຕ່ ເສັ້ນທາງເລກທີ 13 ໃຕ້ ມີຈຸດປະສົງໄປຂົວມິດຕະພາບຮອດໄຟແດງຫຼັກ 21 ໃຫ້ລ້ຽວຊາຍ ອອກໃສ່ເສັ້ນທາງ 450 ປີ ແລ້ວລ້ຽວຊ້າຍໄປຂົວ, ກໍລະນີການສັນຈອນມີຄວາມສັບສົນ ເຈົ້າໜ້າທີ່ຈະໄດ້ແຍກລົດຢູ່ໄຟແດງດົງໂດກ ແລະ ໄຟແດງໜອງໜ່ຽງ ໃຫ້ລ້ຽວຂວາໄປໃຊ້ເສັ້ນ ທາງດົງໂດກ-ໂພນຕ້ອງ ຫຼື ຮອດໄຟແດງຕານມີໄຊ ໃຫ້ລ້ຽວຊາຍໄປຕາມເສັ້ນທາງຕານມີໄຊ-ດອນ ແດງ, ສ່ວນພາຫະນະທີ່ມາແຕ່ໜອງໄຮ, ໂພນທັນ, ເສັ້ນທາງມິດຕະພາບມີຈຸດປະສົງໄປເສັ້ນ ທາງກໍາແພງເມືອງ ແຕ່ໄຟແດງສັງກະສີ ຫຼື ໄຟ ແດງໂພນທັນ ຫາໄຟແດງທາດຫຼວງ ໄປຮອດໄຟແດງທາດຫຼວງ ແລ້ວລ້ຽວຂວາອອກໃສ່ບ້ານໂນນຄໍ້ ແລ້ວໄປຕາມຈຸດປະສົງ.