ເປັນປະທານໂດຍ ພັທ ຫຸມພັນ ເພັດບຸນມີ ຮອງຫົວໜ້າ ກົມ 509

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ( 509 ) ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງຊີ້ນຳວຽກງານຢູ່ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໃນວັນທີ 5 ພະຈິກ ທີ່ຜ່ານມາ ໂດຍມີ ພັທ ຫຸມພັນ ເພັດບຸນມີ ຮອງຫົວໜ້າກົມ 509, ມີຫົວໜ້າ, ຄະນະຫ້ອງ, ປກສ ເມືອງ, ພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບພາຍໃນຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າຮ່ວມ.

ພັທ ໄຊຍະສຸກ ຫຼຽນຕະກູນ ຮັກສາການຫ້ອງ 509 ປກສ ແຂວງ ກ່າວວ່າ:

ພັທ ໄຊຍະສຸກ ຫຼຽນຕະກູນ

ໃນ 1 ປີຜ່ານມາ, ໄດ້ເປີດຝຶກອົບຮົມໃຫ້ ປກສ ບໍລິການປະຊາຊົນ, ປກສ ບ້ານ ຢູ່ເມືອງຄຳເກີດ 1 ຄັ້ງ ມີຜູ້ເຂົ້້າຮ່ວມຝຶກອົບຮົມ ຈຳນວນ 189 ຄົນ, ຍິງ 9 ຄົນ, ເກັບກໍາສະຖິຕິຕ່າງໆໄດ້ 6 ຄັ້ງ, ເກັບກໍາຄະດີທີ່ເກີດຂຶ້ນ 126 ເລື່ອງ, ຄະດີອຸບັດຕິເຫດ 25 ເລື່ອງ, ຮັບແຈ້ງຄວາມ 55 ເລື່ອງ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານຢູ່ເມືອງວຽງທອງ ແລະ ເມືອງບໍລິຄັນ ຈຳນວນ 24 ສະຫາຍ, ວຽກງານສຳມະໂນຄົວ ແລະ ຍົກຍ້າຍຖິ່ນຖານ ໄດ້ຂຶ້ນສຳມະໂນຄົວໃຫ້ປະຊາຊົນແລ້ວ ຈຳນວນ 49.453 ຄອບຄົວ, ມີຈຳນວນ 286.566 ຄົນ, ຍິງ 143.317 ຄົນ, ຍັງບໍ່ທັນຂຶ້ນສຳມະໂນຄົວ 357 ຄອບຄົວ, ມີ 3.138 ຄົນ, ຍິງ 1.791 ຄົນ, ຄົນເພີ່ມມີ 1.062 ຄົນ, ຍິງ 438 ຄົນ, ຄົນຫຼຸດ 123 ຄົນ, ຍິງ 54 ຄົນ, ແຈ້ງເອກະສານຍົກຍ້າຍເຂົ້າມາເປັນບຸກຄົນ ແລະ ຄອບຄົວ 43 ສະບັບ, ແຈ້ງເອກະສານຄົນຍົກຍ້າຍອອກໄປເປັນຄອບຄົວ ແລະ ບຸກຄົນ ຈຳນວນ 22 ສະບັບ, ວຽກງານຄຸ້ມຄອງປະຫວັດ ແລະ ບັດປະຈຳຕົວ, ສາມາດອອກບັດປະຈຳຕົວໃຫ້ພະນັກງານ ແລະ ປະຊາຊົນໄດ້ 9.712 ບັດ, ປ່ຽນບັດໄດ້ 2.143 ບັດ, ສາມາດເກັບເງິນເຂົ້າງົບປະມານໄດ້ 544.670.000 ກີບ, ວຽກງານອາຊີບພິເສດ ແລະ ພາຫະນະພິເສດໄດ້ເອົາໃຈໃສ່ກວດກາຄຸ້ມຄອງບັນດາເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານບັນເທີງຕ່າງໆ, ເຊິ່ງທົ່ວແຂວງມີໂຮງແຮມ 34 ແຫ່ງ, ເຮືອນພັກ 87 ແຫ່ງ ແລະ ເຮືອນໃຫ້ເຊົ່າ 27 ແຫ່ງ.

ປັດຈຸບັນ, ໄດ້ຂຶ້ນທະບຽນສໍາເລັດແລ້ວ, ຮ້ານບັນເທີງກິນດື່ມ, ຮ້ານຄາລາໂອເກະຈຳນວນ 203 ແຫ່ງ, ໂຮງພິມ ແລະ ຮ້ານອັດເອກະສານ 34 ແຫ່ງ, ຮ້ານອົບນວດ 97 ແຫ່ງ, ຮ້ານອິນເຕີເນັດ 3 ແຫ່ງ, ຮ້ານສ້ອມແປງ 466 ແຫ່ງ, ໂຮງຊວດຈໍາ 4 ແຫ່ງ, ຮ້ານເສີມຄວາມງາມ 95 ແຫ່ງ, ຮ້ານຂາຍ ແລະ ສ້ອມແປງໂທລະສັບ 84 ແຫ່ງ. ຂຶ້ນທະບຽນອາວຸດໄດ້ 112 ບັດ, ຂຶ້ນທະບຽນກາປະທັບໄດ້ 43 ສະບັບ, ມີ 78 ໜ່ວຍ, ລົງເກັບກູ້ອາວຸດຕ່າງໆໄດ້ 893 ກະບອກ, ຈັກສະຕິນ 144 ເຄື່ອງ, ໝໍ້ຊ໊ອດ 38 ເຄື່ອງ ແລະ ລູກປືນ 113 ລູກ.

ກອງບັນຊາການ ປກສ ແຂວງບໍລິຄຳໄຊ

ໃນຕອນທ້າຍຂອງກອງປະຊຸມ, ຮອງຫົວໜ້າກົມ 509 ໄດ້ໃຫ້ກຽດໂອ້ລົມເພື່ອເພີ່ມທະວີເຮັດວຽກງານວິຊາສະເພາະ ເປັນຕົ້ນແມ່ນກຳລັງ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານຕ້ອງເອົາ ໃຈໃສ່ການກວດກາຄຸ້ມຄອງການເໜັງຕີງຂອງພົນລະເມືອງ, ຄົນຫຼຸດ, ຄົນເພີ່ມ, ຄົນຍົກຍ້າຍເຂົ້າ-ອອກ, ກຳໃຫ້ໄດ້ສະພາບການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີແລ້ວ, ສ່ອງແສງລາຍງານຂັ້ນເທິງ ເພື່ອສະກັດກັ້ນແກ້ໄຂໃຫ້ທັນເວລາ, ເອົາໃຈໃສ່ໃນການຄຸ້ມຄອງວຽກງານອອກບັດປະຈຳຕົວ ແລະ ອອກສຳມະໂນຄົວໃຫ້ແກ່ປະຊາຊົນ, ຄຸ້ມຄອງລາຍຮັບລາຍຈ່າຍຄ່າທຳນຽມຕ່າງໆ ເພື່ອຫຼີກລ່ຽງຫາງສຽງຈາກສັງຄົມທີ່ມີຕໍ່ກຳລັງ ປກສ ແລະ ແນໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໃນກຳລັງໃຫ້ໝົດໄປເທື່ອລະກ້າວ.