ການນຳ ກະຊວງ ປກສ ແຂ່ງຂັນກິລາຍິງປືນ ຊີງຂັນຮອງປະທານປະເທດ

0
1383

ການນໍາ ກະຊວງ ປກສ ໄດ້ຈັດການແຂ່ງຂັນກິລາຍິງປືນຊີງຂັນຮອງປະທານປະເທດ ໃນວັນທີ 2 ກຸມພາ 2019, ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ, ເຂົ້າຮ່ວມໂດຍ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ມີຄະນະລັດຖະມົນຕີກະຊວງ ປກສ, ຫົວໜ້າ-ຮອງຫົວໜ້າກົມ, ວິທະຍາຄານ, ລັດວິສາຫະກິດ ອ້ອມ ຂ້າງກະຊວງ ແລະ ກອງບັນຊາການ ປກສ ນວ, ແຂກຮັບເຊີນ ເຂົ້າຮ່ວມ.

ແຂ່ງຂັນກິລາຍິງປືນ

ການແຂ່ງຂັນກິລາຍິງປືນດັ່ງກ່າວ ແມ່ນແຂ່ງຂັນຍິງປືນ MP5 ແລະ CZ scorpion ໂດຍໃຊ້ເປົ້າປ໋ອກເປີ, ເຊິ່ງຜູ້ເຂົ້າຮ່ວມແຂ່ງຂັນ ແມ່ນເນັ້ນທັກສະຄວາມ ຖືກຕ້ອງ ແລະ ຄວາມໄວໃນການຍິງເປົ້າດັ່ງກ່າວ.

ຜ່ານການແຂ່ງຂັນ ຜົນປະກົດວ່າ:

ຊະນະເລີດແມ່ນ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ໃຫ້ກຽດມອບຂັນລາງວັນໂດຍ ທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ

ຊະນະເລີດແມ່ນ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ໃຫ້ກຽດມອບຂັນລາງວັນໂດຍ ທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ອັນດັບທີ 2 ແມ່ນ ພັອ ບຸນພາ ນັນທະວົງ ຫົວໜ້າກົມຄຸ້ມຄອງ ການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ ປກສ ໃຫ້ກຽດມອບຂັນລາງວັນໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ; ທ່ານ ພັນຄໍາ ວິພາວັນ ແມ່ນໄດ້ຮັບຂັນລາງວັນກິຕິມະສັກ ໃຫ້ກຽດມອບໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ.

ອັນດັບທີ 2 ແມ່ນ ພັອ ບຸນພາ ນັນທະວົງ ຫົວໜ້າກົມຄຸ້ມຄອງ ການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ ປກສ ໃຫ້ກຽດມອບຂັນລາງວັນໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ

ການແຂ່ງຂັນກິລາຍິງປືນຄັ້ງນີ້ ເພື່ອເປັນການຮັດແໜ້ນຄວາມ ສາມັກຄີພາຍໃນກໍາລັງປ້ອງກັນຄວາມສະຫງົບ ກໍຄືຄະນະພັກ-ຄະນະນໍາກະຊວງ, ກົມກອງອ້ອມຂ້າງກະຊວງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານ ພັນຄໍາ ວິພາວັນ ແມ່ນໄດ້ຮັບຂັນລາງວັນກິຕິມະສັກ ໃຫ້ກຽດມອບໂດຍ ພົທ ວິໄລ ຫຼ້າຄໍາຟອງ