ຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ

0
2045

ກະຊວງສຶກສາທິການ ແລະ ກິລາ ເປີດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ຕິດພັນກັບວຽກງານ 3 ສ້າງທົ່ວປະເທດ ທີ່ສະຖາບັນພັດທະນາການບໍລິຫານການສຶກສາ ໃນວັນທີ 4 ກຸມພາ 2019 ໂດຍມີ ທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ມີຫົວໜ້າຄະນະຈັດຕັ້ງສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ບໍລິຫານການສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພະແນກສຶກສາ ແລະ ກິລາ ແຂວງ, ເມືອງ, ມະຫາວິທະຍາໄລ, ວິທະຍາໄລ, ພະນັກງານຫຼັກແຫຼ່ງທົ່ວຂະແໜງການສຶກສາ ແລະ ກິລາ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາກ່າວວ່າ:

ກະຊວງສຶກສາທິການ ແລະ ກິລາ ເປີດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ

ການຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ດໍາ ເນີນໄປເປັນເວລາ 10 ວັນ ( 4 ກຸມພາ-13 ກຸມພາ 2019 ) ມີນັກສໍາມະນາກອນທັງໝົດ 130 ທ່ານ ຍິງ 20 ທ່ານ, ທັງນີ້ ກໍເພື່ອສ້າງພະນັກງານສືບທອດທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດໃນການບໍລິຫານ ແລະ ຄຸ້ມຄອງວຽກງານ ການສຶກສາ ແລະ ກິລາ ຢູ່ຂັ້ນທ້ອງຖິ່ນຮາກຖານ, ເພື່ອປັບປຸງຄຸນນະພາບການຮຽນ-ການສອນ ໃນຊັ້ນການສຶກສາກ່ອນໄວຮຽນ ແລະ ຍົກສູງການສຶກສາຢູ່ເຂດຫ່າງໄກສອກຫຼີກໃຫ້ມີຄຸນນະພາບທຽບເທົ່າຕົວເມືອງຢ່າງເປັນຮູບປະທໍາ,

ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານບໍລິຫານ ແລະ ຄຸ້ມຄອງການສຶກສາ ແລະ ກິລາຢູ່ຂັ້ນແຂງ, ນະຄອນຫຼວງ, ນະຄອນ, ເມືອງ ແລະ ຂັ້ນໂຮງຮຽນຕາມທິດ 3 ສ້າງ, ເພື່ອຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດພັດທະນາ  ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາທິການ ແລະ ກິລາ ໃຫ້ປະກົດຜົນເປັນຈິງ.

ການຝຶກອົບຮົມຄັ້ງນີ້, ນັກສໍາມະນາກອນ ຈະໄດ້ຮຽນຮູ້ຫຼາຍວຽກງານ ເປັນຕົ້ນແມ່ນ ວຽກງານ 3 ສ້າງ, ເຜີຍແຜ່ໂຄງການຍົກສູງຄຸນນະພາບການສຶກສາ ແລະ ກິລາ ຢູ່ເຂດຫ່າງໄກສອກຫຼີກ, ວຽກງານກໍ່ສ້າງພັກພະນັກງານ ແລະ ວິທີ ການຂຽນມະຕິຂອງພັກ ຫຼື ບົດບັນທຶກ, ວຽກງານຄຸ້ມຄອງລັດຖະກອນ, ວຽກງານສ້າງແຜນຄວາມ ຕ້ອງການຄູ ແລະ ການນໍາໃຊ້ຄູ ( ທັງພາກທິດສະດີ ແລະ ປະຕິບັດຕົວຈິງ ),

ພະນັກງານຫຼັກແຫຼ່ງທົ່ວຂະແໜງການສຶກສາ ແລະ ກິລາ ແລະ ນັກສໍາມະນາກອນ ເຂົ້າຮ່ວມ

ວຽກງານກິລາກາຍຍະກໍາ, ວຽກງານອາຊີວະສຶກສາ, ວຽກງານການສຶກສານອກໂຮງຮຽນ, ວຽກງານສະຖິຕິການສຶກສາ ( ວິເຄາະສະຖິຕິ ແລະ ປະຕິບັດຕົວຈິງ), ວຽກງານການນໍາໃຊ້ແຜນທີ່ການສຶກສາ, ສະຫຼຸບການຈັດຕັ້ງ ປະຕິບັດແຜນຂອງກະຊວງສຶກສາທິການ  ແລະ  ກິລາ, ຜົນປະເມີນກາງສະໄໝ, ຄາດໝາຍ ແລະ ວຽກງານຈຸດສຸມ, ການຄຸ້ມຄອງໂຄງການຕ່າງໆຂອງຂະແໜງການສຶກສາ ແລະ ກິລາ, ວິທີການສ້າງແຜນປະຕິບັດງານປະຈໍາປີ ( ນິຕິກໍາ ແລະ ເຄື່ອງມື ), ວຽກງານຮັບປະກັນຄຸນນະພາບການສຶກສາ, ວຽກງານການສຶກສາກ່ອນໄວຮຽນ, ວຽກງານຫຼັກການຄຸ້ມຄອງໂຮງຮຽນສາມັນການສຶກສາ, ແລະ ວຽກງານອື່ນໆ.