ເລົ່າຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

0
2181

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ( 2 ມັງກອນ 1949-20 ມັງກອນ 2019 ) ໃນວັນທີ 4 ກຸມພາ 2019 ເພື່ອໃຫ້ສະມາຊິກພັກ, ພະນັກງານ- ລັດຖະກອນພາຍໃນກະຊວງ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ທາດແທ້ມູນເຊື້ອ, ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງທີ່ກອງທັບປະຊາຊົນລາວຍາດມາໄດ້ຕະຫຼອດໄລຍະ 70 ປີຜ່ານມາ; ປາຖະກະຖາໂດຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ ສູນກາງພັກລັດຖະມົນຕີກະຊວງປ້ອງກັນປະເທດ.

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ພົອ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນວ່າ:

ວັນທີ 20 ມັງກອນ ແມ່ນວັນສ້າງຕັ້ງກອງທັບ ປະຊາຊົນລາວ ເປັນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບປະຊາຊົນລາວ ທົ່ວປະເທດ ທີ່ໄດ້ໝູນວຽນມາ ຄົບຮອບ 70 ປີ, ດັ່ງນັ້ນ, ເພື່ອຫວນຄືນເຖິງມູນເຊື້ອອັນພິລະອາດຫານ, ໄຊຊະນະ ແລະ ຜົນງານອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ທີ່ຍາດມາໄດ້ໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງໃນປັດຈຸບັນ; ເຊິ່ງວັນທີ  20 ມັງກອນ 1949 ກອງທັບລາວອິດສະຫຼະ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ບັນຊາການ ໂດຍກົງ.

ພິທີປາຖະກະຖາເລົ່າຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ

ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ທີ່ມີແນວທາງການເມືອງ ແລະ ການທະຫານອັນຖືກຕ້ອງ ແລະ ປະດິດສ້າງ, ກອງທັບ ປະຊາຊົນລາວ ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນຍາດເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງໃນແຕ່ ລະໄລຍະ; ດັ່ງນັ້ນ, ກອງທັບປະຊາຊົນລາວ ຈຶ່ງເປັນກຳລັງທີ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ ແລະ ຕໍ່ອຸດົມການສັງຄົມນິຍົມ ໃນພຶດຕິກຳແຫ່ງການຕໍ່ສູ້ກູ້ ຊາດອັນຍືດເຍື້ອຍາວນານ, ໂດຍໄດ້ຢັ້ງຢືນຈະແຈ້ງວ່າກອງທັບ ປະຊາຊົນລາວ ແມ່ນມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.

ພິທີປາຖະກະຖາເລົ່າຄືນມູນເຊື້ອ

ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອການສ້າງຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງຮອດປັດຈຸບັນ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນ ປະຕິວັດລາວ, ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງຂອງກອງທັບ ປະຊາຊົນລາວໃນການຕໍ່ສູ້ປົດປ່ອຍຊາດ ຈົນໄດ້ສະຖາປະນາ ເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ.