ປີ 2018 ມີ 99 ເປົ້າໝາຍ ຖືກກວດສອບ

0
1672

ໃນປີ 2018 ຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ດໍາເນີນການກວດສອບ 99 ເປົ້າໝາຍ, ກວດສອບສໍາເລັດ 95 ເປົ້າໝາຍ, ພວມດໍາເນີນການກວດສອບ 4 ເປົ້າໝາຍ. ໃນນັ້ນ, ໄດ້ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ, ກວດສອບລັດວິ ສາຫະກິດ ແລະ ທະນາຄານ.

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019 ຈັດຂຶ້ນໃນວັນທີ 4 ກຸມພາຜ່ານມາ, ເປັນປະທານໂດຍ ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບ ແຫ່ງລັດ,

ທ່ານ ຕ້ອຍ ພົນທິລາດ ຫົວໜ້າຫ້ອງການອົງການກວດສອບແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມວ່າ:

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ

ຕະຫຼອດປີ 2018, ຄະນະປະທານອົງການກວດສອບແຫ່ງລັດ ໄດ້ເຮັດວຽກງານການເມືອງ-ແນວຄິດໃຫ້ຄະນະພັກ-ຄະນະນໍາ, ຕະຫຼອດຮອດພະນັກງານອົງການກວດສອບແຫ່ງລັດ ໃຫ້ມີຄຸນທາດການເມືອງທີ່ໜັກ ແໜ້ນ, ມີທັດສະນະຄຸນສົມບັດສິນທໍາປະຕິວັດ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ລັດຖະທໍາມະນູນ, ກົດໝາຍ, ມະຕິ, ຄໍາສັ່ງ, ຄົ້ນຄວ້າປັບປຸງນິຕິກໍາລຸ່ມກົດໝາຍ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເວົ້າລວມ, ເວົ້າສະເພາະ ກໍແມ່ນວຽກງານກວດສອບ ໃຫ້ມີຄວາມສະດວກ, ຄ່ອງແຄ່ວ ແລະ ເດັດຂາດ.

ເຊິ່ງສາມາດເຫັນໄດ້ຈະແຈ້ງວ່າ:

ສົກປີ 2018 ຜ່ານມາ, ອົງການກວດສອບ ສາມາດດໍາເນີນການກວດສອບບັນດາເປົ້າໝາຍຕ່າງໆໄດ້ 99 ເປົ້າໝາຍ, ກວດສອບສໍາເລັດແລ້ວ 95 ເປົ້າໝາຍ, ພວມດໍາເນີນກວດສອບ 4 ເປົ້າໝາຍ; ໃນນັ້ນ, ໄດ້ກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 54 ເປົ້າໝາຍ, ກວດສອບໂຄງການ ເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 25 ເປົ້າໝາຍ, ກວດສອບວິສາຫະກິດ 15 ເປົ້າໝາຍ ແລະ ກວດສອບທະນາຄານ 5 ເປົ້າໝາຍ.

ພາກສ່ວນທີ່ ເຂົ້າຮ່ວມ ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ

ສໍາລັບທິດທາງແຜນການ ໃນປີ 2019, ຄະນະປະທານອົງການກວດສອບແຫ່ງລັດ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດຄະນະພັກ-ຄະນະນໍາ ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະ ໃຫ້ມີຄວາມເຂັ້ມແຂງ, ເຂັ້ມງວດ, ເດັດຂາດ, ຈະແຈ້ງ ແລະ ຍຸຕິທໍາ, ສືບຕໍ່ຕິດຕາມກວດກາບັນດາເປົ້າໝາຍຕ່າງໆທີ່ເຫັນວ່າບໍ່ຖືກຕ້ອງ ເພື່ອຂຶ້ນແຜນດໍາເນີນການກວດສອບຕາມລະບຽບກົດໝາຍຕໍ່ໄປ.