ສະຫຼຸບ ວຽກງານຕ້ານການຄ້າມະນຸດ ປະຈຳປີ 2018

0
2696

ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ປະຈໍາປີ 2018 ແລະ ວາງທິດທາງແຜນ ການປະຈໍາປີ 2019, ຂຶ້ນໃນວັນທີ 4 ກຸມພານີ້, ເປັນປະທານໂດຍ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີຮອງປະທານ, ລັດຖະມົນຕີ ກະຊວງ ປກສ, ໄອຍະການ, ສານປະຊາຊົນ, ສະມາຊິກກອງເລຂາຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄຳຟອງ

ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກ່າວວ່າ:

ປີ 2018 ຜ່ານມາ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຊີ້ນໍາສະມາຊິກກອງເລຂາທີ່ຂຶ້ນກັບບັນດາກະຊວງ, ອົງການຈັດຕັ້ງສັງຄົມ, ນັບແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ຂະແໜງການຕ່າງໆເອົາໃຈໃສ່ຈັດຕັ້ງແຜນງານແຫ່ງຊາດ ກ່ຽວກັບວຽກງານຕ້ານການຄ້າມະນຸດໃນຂົງເຂດວຽກງານຂອງຕົນ ແລະ ໄດ້ຮັບຜົນສໍາເລັດ ເຊັ່ນ: ໄດ້ສຸມໃສ່ສ້າງ ແລະ ປັບປຸງນິຕິກໍາຕ່າງໆໃນການເຄື່ອນໄຫວວຽກງານ ຕ້ານການຄ້າມະນຸດ.

ພັອ ປອ ເພັງສະຫວັນ ທິບພະວົງໄຊ

ເປັນຕົ້ນ ໄດ້ປັບປຸງດໍາລັດ, ສ້າງນິຕິກໍາຕ່າງໆ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ມີປະສິດທິພາບ ແລະ ປະສິດທິຜົນ, ໄດ້ຈັດຕັ້ງຄະນະກໍາມາທິການຕ້ານການຄ້າມະນຸດລະດັບຊາດ, ລົງຊຸກຍູ້ຕິດຕາມການຈັດຕັ້ງຜັນຂະຫຍາຍ ດໍາລັດ 245/ນຍ ໃນຂອບເຂດທົ່ວປະເທດ, ພ້ອມທັງແບ່ງຄວາມຮັບຜິດຊອບຢູ່ແຕ່ລະກະຊວງ, ອົງການ, ນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດ ໃນການສຸມໃສ່ເຄື່ອນໄຫວ 3 ວຽກໃຫຍ່ ຄື: ປຶກສາຫາລື, ຄົ້ນຄວ້າ, ວາງແຜນການຈັດຕັ້ງກິດຈະກໍາ ແລະ ແຜນງານຕ່າງໆໃຫ້ມີຄວາມສອດຄ່ອງ, ຖືກຕ້ອງ ແລະ ທັນເວລາ.

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ

ຄຽງຄູ່ກັນນັ້ນ, ຍັງໄດ້ຈັດຕັ້ງການໂຄສະນາປູກຈິດສໍານຶກເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານທາງພາກລັດ ໃນຂະແໜງການຕ່າງໆ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ຕະຫຼອດຮອດພໍ່-ແມ່ປະຊາຊົນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ-ເຍົາວະຊົນ ເພື່ອໃຫ້ຮັບຮູ້, ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຈາກການຄ້າມະນຸດ ແລະ ມີສ່ວນຮ່ວມໃນວຽກງານຕ້ານການຄ້າມະນຸດທົ່ວສັງຄົມ.

ຮອງປະທານ, ລັດຖະມົນຕີ ກະຊວງ ປກສ, ໄອຍະການ, ສານປະຊາຊົນ, ສະມາຊິກກອງເລຂາຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ ເຂົ້າຮ່ວມ

ນອກນັ້ນ, ຍັງໄດ້ສ້າງລະຄອນ, ບົດເພງ ແລະ ສື່ສິ່ງພິມຕ່າງໆທີ່ມີເນື້ອຫາກ່ຽວກັບການຄ້າມະນຸດ ຜ່ານໂທລະ ພາບ ແລະ ວິທະຍຸ. ສໍາລັບທິດທາງແຜນການເຄື່ອນ ໄຫວວຽກງານປະຈໍາປີ 2019, ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ແຂວງ, ນະຄອນຫຼວງ ແລະ ເມືອງ ຈະສືບຕໍ່ເຮັດວຽກງານໂຄສະນາໃຫ້ພະນັກງານ ແລະ ທົ່ວສັງຄົມທຸກຊັ້ນຄົນ ເຊັ່ນ: ເຜີຍແຜ່ກົດໝາຍ, ສົນທິສັນຍາສາກົນ, ນິຕິກໍາລຸ່ມກົດໝາຍ, ສະປອດໂຄສະນາ, ເລື່ອງສັ້ນ, ວິດີໂອທີ່ພົວພັນເຖິງວຽກງານຕ້ານການຄ້າມະນຸດ.