ສຳເລັດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ ຊຸດທີ VII

0
1878

ກະຊວງຍຸຕິທໍາ ແລະ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ໄດ້ສຳເລັດການການຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ VII ໃນວັນທີ 1 ກຸມພາ ຜ່ານມານີ້, ພາຍຫຼັງໄດ້ດຳເນີນມາ ແຕ່ວັນທີ 30 ພະຈິກ 2018. ໂດຍການເຂົ້າຮ່ວມຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ແລະ ທ່ານ ປອ ນາງ ໄກສອນ ຈັນສີນາ ຮັກສາການຫົວໜ້າກົມວິຊາການສະຖາບັນການເມືອງ-ການປົກຄອງ ແຫ່ງຊາດ.

ກະຊວງຍຸຕິທໍາ ແລະ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ

ທ່ານ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ສະຫຼຸບຜົນຂອງການຝຶກອົບຮົມ ເຊິ່ງທ່ານກ່າວວ່າ:

ພາກສ່ວນທີ່ ເຂົ້າຮ່ວມ ໃນວຽກງານສຳເລັດການຝຶກອົບຮົມ

ຜ່ານການຝຶກອົບຮົມ ມາເປັນເວລາ 45 ວັນ ເຫັນໄດ້ວ່າ ນັກສໍາມະກອນ ຈຳນວນ 44 ທ່ານ ຍິງ 27 ທ່ານ ແມ່ນມີຄວາມເອົາ ໃຈໃສ່ໃນການຝຶກອົບຮົມ, ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຊິ່ງຫຼັກສູດ ແລະ ເນື້ອໃນແມ່ນ ປະຕິບັດຕາມຫຼັກສູດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ປະກອບມີ 5 ພາກວິຊາ, ມີ 39 ບົດ ເທົ່າກັບ 315 ຊົ່ວໂມງ, ໃນນັ້ນ ຂຶ້ນຫ້ອງບັນ ຍາຍ 214 ຊົ່ວໂມງ ຈັດສໍາມະນາ 65 ຊົ່ວໂມງ, ອາຈານຂຶ້ນແກ້ໄຂຂໍ້ຂ້ອງໃຈ 15 ຊົ່ວໂມງ, ທັດສະນະສຶກສາ 7 ຊົ່ວໂມງ, ລາຍງານສ່ອງແສງ ແລະ ຖອດຖອນບົດຮຽນ 7 ຊົ່ວໂມງ ພາຍຫຼັງຝຶກອົບຮົມແລ້ວ ນັກສຳມະນາກອນ ໄດ້ຂຽນບົດກ່ຽວກັບຄວາມຮັບຮູ້ຂອງຕົນເອງ ແລະ ເກັບກ່ຽວຄວາມຮັບຮູ້ຂອງລວມໝູ່ ເປັນແຕ່ລະໜ່ວຍ ແລະ ມີການຜ່ານບົດດັ່ງກ່າວ.

ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ໃຫ້ກຽດມອບໂດຍ ທ່ານ ປອ ນາງ ໄກສອນ ຈັນສີນາ.

ການຝຶກອົບຮົມວຽກງານທິດສະດີການເມືອງ-ການປົກຄອງ ໃນຄັ້ງນີ້ ແມ່ນເປັນການຍົກລະດັບຄວາມຮັບຮູ້ທາງດ້ານທິດສະດີການເມືອງ ເຮັດໃຫ້ນັກສຳມະນາກອນມີຄວາມຮັບຮູ້ຢ່າງເປັນລະບົບ ແລະ ເຂົ້າໃຈແຈ້ງກວ່າເກົ່າກ່ຽວກັບຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ກຳແໜ້ນບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານລັດ, ສ້າງວິໄສທັດໃນການສັງເກດຕີລາຄາບັນຫາຕ່າງໆ ໃຫ້ຖືກຕ້ອງຊັດເຈນ, ກ້າເບິ່ງບັນຫາ ແລະ ແກ້ໄຂບັນຫາໃຫ້ຖືກຕ້ອງກວ່າເກົ່າ.

ໃນຕອນທ້າຍ, ຍັງໄດ້ມີການມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ໃຫ້ກຽດມອບໂດຍ ທ່ານ ປອ ນາງ ໄກສອນ ຈັນສີນາ.