ປີ 2018 ອົງການໄອຍະການປະຊາຊົນ ໄດ້ອອກຄໍາສັ່ງຈັບຕົວ ເກືອບ 2.000 ສະບັບ

0
2249

1 ປີຜ່ານມາ ອົງການໄອຍະການປະຊາຊົນ ອອກຄໍາສັ່ງຕ່າງໆ ໄດ້ 19.261 ສະບັບ; ໃນນັ້ນອອກຄໍາສັ່ງຈັບຕົວ 1.900 ສະບັບ, ອອກຄໍາສັ່ງກັກຂັງພາງ 8.061 ສະບັບ, ອອກຄໍາສັ່ງປ່ອຍຕົວພາງ 766 ສະບັບ, ອອກຄໍາສັ່ງປ່ອຍຕົວກ່ອນກໍານົດ 275 ສະບັບ, ອອກຄໍາສັ່ງເປີດການສືບສວນ-ສອບສວນ 721 ສະບັບ, ອອກຄໍາສັ່ງຍຶດ ຫຼື ອາຍັດຊັບ 19 ສະບັບ, ອອກຄາສັ່ງກວດຄົ້ນເຄຫາສະຖານ 717 ສະບັບ, ອອກຄໍາສັ່ງກໍານົດເວລາກັກຂັງພາງ 5.641 ສະບັບ ແລະ ອອກຄໍາສັ່ງແນະນໍາກ່ຽວກັບການດໍາເນີນຄະດີອາຍາ 1.161 ສະບັບ.

ທ່ານ ຄໍາສານ ສຸວົງ

        ກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2018 ໃນວັນທີ 4 ກຸມພາ 2019 ໂດຍການເປັນປະທານຂອງ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຕາງໜ້າລັດຖະມົນຕີບັນດາກະຊວງ, ອົງການໄອຍະການປະຊາຊົນໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ໃຫ້ຮູ້ວ່າ:

ທ່ານ ໄຊຊະນະ ໂຄດພູທອນ

1 ປີຜ່ານມາ ອົງການໄອຍະການປະຊາຊົນ ອອກຄໍາສັ່ງຕ່າງໆ ໄດ້ 19.261 ສະບັບ; ໃນນັ້ນ ອອກຄໍາສັ່ງເປີດການສືບສວນ-ສອບສວນ 721 ສະບັບ ເພີ່ມຂຶ້ນ 522 ສະບັບ, ຄໍາສັ່ງຍຶດ ຫຼື ອາຍັດຊັບ 19 ສະບັບ ເພີ່ມຂຶ້ນ 9 ສະບັບ, ຄໍາສັ່ງກວດຄົ້ນເຄຫາສະຖານ 717 ສະບັບ ຫຼຸດລົງ 206 ສະບັບ, ຄໍາສັ່ງຈັບຕົວ 1.900 ສະບັບ ຫຼຸດລົງ 242 ສະບັບ, ຄໍາສັ່ງກັກຂັງພາງ 8.061 ສະບັບ ຫຼຸດລົງ 1.510 ສະບັບ, ຄໍາສັ່ງກໍານົດເວລາກັກຂັງພາງ 5.641 ສະບັບ ຫຼຸດລົງ 259 ສະບັບ, ຄໍາສັ່ງປ່ອຍຕົວພາງ 766 ສະບັບ ເພີ່ມຂຶ້ນ 5 ສະບັບ, ຄໍາສັ່ງປ່ອຍຕົວກ່ອນກໍານົດ 275 ສະບັບ ເພີ່ມຂຶ້ນ 197 ສະບັບ ແລະ ອອກຄໍາສັ່ງແນະນໍາກ່ຽວກັບການດໍາເນີນຄະດີອາຍາ 1.161 ສະບັບ ເພີ່ມຂຶ້ນ 127 ສະບັບ.

ຕາງໜ້າລັດຖະມົນຕີບັນດາກະຊວງ, ອົງການໄອຍະການປະຊາຊົນໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນເຂົ້າຮ່ວມ

        ຄຽງຄູ່ກັນນີ້ ໃນການແກ້ໄຂຄະດີຂັ້ນຕົ້ນໃນປີ 2018 ອົງການໄອຍະການປະຊາຊົນ ໄດ້ຮັບສໍານວນຄະດີອາຍາທີ່ຍັງຄ້າງ ແລະ ເຂົ້າໃໝ່ ທັງໝົດ 10.068 ເລື່ອງ ທຽບໃສ່ປີ 2017 ເພີ່ມຂຶ້ນ 528 ເລື່ອງ, ໄດ້ແກ້ໄຂແລ້ວ 9.671 ເລື່ອງ; ໃນນີ້ ໄດ້ສົ່ງຄືນເຈົ້າໜ້າທີ່ດໍາເນີນການສືບສວນ-ສອບສວນຄືນໃໝ່ 2.213 ເລື່ອງ, ໂຈະການດໍາເນີນຄະດີ 41 ເລື່ອງ, ຊັດມ້ຽນ 345 ເລື່ອງ, ຖະແຫຼງສົ່ງສານຂັ້ນຕົ້ນ 6.706 ເລື່ອງ, ຖະແຫຼງ ແລະ ສັ່ງຟ້ອງຄະດີໃນທີ່ປະຊຸມສານ 5.464 ເລື່ອງ, ສານຕັດສິນຕາມຄໍາຖະແຫຼງ 5.448 ເລື່ອງ, ສະເໜີຄັດຄ້ານຄໍາຕັດສິນຂອງສານຂັ້ນຕົ້ນ 4 ເລື່ອງ, ສົ່ງພາກສ່ວນອື່ນພິຈາລະນາແກ້ໄຂ 366 ​ເລື່ອງ.        

ອົງການໄອຍະການປະຊາຊົນ

ໃນຕໍ່ໜ້າ ອົງການໄອຍະການປະຊາຊົນ ແຕ່ລະຂັ້ນ ຈະໄດ້ເພີ່ມທະວີການຕິດຕາມກວດການການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ສູ່ຄຸນນະພາບ ໂດຍໃຫ້ບັນລຸຄາດໝາຍ 95% ຂຶ້ນໄປຂອງການຄົ້ນຄວ້າແກ້ໄຂຄະດີ ແລະ ບໍ່ໃຫ້ຫຼຸດ 95% ຂອງສານພິຈາລະນາຕັດສິນເອົາຕາມຄໍາຖະແຫຼງຂອງໄອຍະການ.