ທ່ານ ປອ ນາງ ວງງທອງ ສີພັນດອນ

ກອງປະຊຸມເປີດກ້ວາງວຽກງານກວດສອບງົບປະມານແຫ່ງລັດ ປະຈຳປີ 2018 ແມ່ນໄດ້ຈັດຂຶ້ນໃນວັນທີ 30-31 ມັງກອນ 2019 ທີ່ແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ປອ ນາງ ວງງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ, ມີຮອງລັດຖະມົນຕີ, ຮອງປະທານອົງການ, ຮອງເຈົ້າແຂວງ ພ້ອມດ້ວຍຫ້ອງການ, ກົມຂອງກະຊວງ, ອົງການກວດສອບປະຈຳພາກ ແລະ ພະແນກການຂອງແຂວງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017 ແລະ ມາດຕະການການປັບປຸງແກ້ໄຂຜົນການກວດສອບ, ບົດສະເໜີຕີລາຄາຜົນການການກວດສອບຜົນການນຳໃຊ້ງົບປະມານແຫ່ງລັດ ແລະ ບົດສະເໜີຜົນການກວດສອບ, ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017 ຂອງ ອົງການກວດສອບ ປະຈຳ 3 ພາກ ແລະ ກົມກວດສອບອົງການຈັດຕັ້ງລັດ.

ຈາກນັ້ນ, ບັນດາຜູ້ແທນກໍພ້ອມກັນຄົ້ນຄວ້າປະກອບຄຳເຫັນເພື່ອຫາວິທີການ ແລະ ມາດຕະການໃນການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານການເງິນ ແລະ ງົບປະມານແຫ່ງລັດ ເພື່ອປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດມີຄວາມເຂັ້ມແຂງ, ໂປ່ງໃສ.

ໃນປີ 2018, ອົງການກວດສອບແຫ່ງລັດ ໄດ້ດຳເນີດການກວດສອບສະຫຼຸບຂາດຕົວການຈັດຕັ້ງແຜນງົບປະມານແຫ່ງລັດ ຂອງບັນດາກະຊວງ, ແຂວງ ແລະ ນະຄອນຫຼວງ, ເອກກະສານລາຍງານການເງິນຂອງທະນາຄານ, ວິສາຫະກິດລັດ, ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 99 ຫົວໜ່ວຍ.

ກອງປະຊຸມເປີດກວ້າງວຽກງານກວດສອບງົບປະມານແຫ່ງລັດ ປະຈໍາ 2018

ທ່ານປະທານກວດສອບແຫ່ງລັດ ໄດ້ເນັ້ນໃຫ້ເພີ່ມທະວີຄວາມເອົາໃຈໃສ່ຕື່ມ ເປັນຕົ້ນແມ່ນ ການກວດສອບບັນດາລາຍຮັບ-ລາຍຈ່າຍທີ່ເປັນລັກສະນະພົ້ນເດັ່ນຂອງລະບົບການເງິນງົບປະມານແຫ່ງລັດ, ບັນຫາທີ່ມີລັກສະນະຊຳເຮື້ອ, ສຸມໃສ່ການກວດສອບລາຍຈ່າຍການລົງທຶນຂອງລັດ, ລາຄາຫົວໜ່ວຍກໍ່ສ້າງພື້ນຖານໂຄງລ່າງ, ຂະບວນການປະເມີນປະມູນຈັດຊື້-ຈັດຈ້າງໂຄງການ, ລາຍຈ່າຍໂຄງການປະຕິບັດແຜນຍຸດທະສາດລຶບລ້າງຄວາມທຸກຍາກ, ລາຍຈ່າຍໂຄງການປະຕິຮູບລະບົບການສຶກສາ-ສາທາລະນະສຸກ, ລາຍຈ່າຍການຊຳລະໜີ້ສິນການລົງທຶນຂອງລັດ ແລະອື່ນໆ.