ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ

ໃນໂອກາດທີ່ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ ເຂົ້າຮ່ວມ ກອງປະຊຸມສະຫຼຸບວຽກງານສື່ສານທົ່ວປະເທດ ປະຈໍາປີ 2019 ໃນວັນທີ 20 ກຸມພາ 2019, ທ່ານໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ກົມສື່ສານ ເອົາໃຈໃສ່ປັບປຸງແກ້ໄຂວຽກງານວິຊາສະເພາະ ເພື່ອເຮັດໃຫ້ວຽກງານສື່ສານຂອງ ກຳລັງປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ແລະ ກ້າວໜ້າທັນສະໄໝເທື່ອລະກ້າວ.

ພົຕ ສິນທະວົງ ໄຊຍະກອນ ກ່າວວ່າ:

ກອງປະຊຸມສະຫຼຸບວຽກງານສື່ສານທົ່ວປະເທດ ປະຈໍາປີ 2019 ໃນວັນທີ 20 ກຸມພາ 2019

ເພື່ອພັດທະນາວຽກງານສື່ສານຂອງ ກຳລັງ ປກສ ໃຫ້ກ້າວໜ້າ ແລະ ທັນສະໄໝ ກ່ອນອື່ນໝົດຕ້ອງສ້າງຈິດສໍານຶກ, ຄວາມຮັບຮູ້ໃຫມ່ກ່ຽວກັບ ວຽກງານຕິດຕໍ່ສື່ສານ, ຂໍ້ມູນຂ່າວສານໃນໄລຍະໃໝ່ໃຫ້ແກ່ ພະນັກງານນໍາພາບັນຊາ, ພະນັກງານ-ນັກຮົບທົ່ວກໍາລັງ ຢ່າງຈະແຈ້ງ ແລະ ທົ່ວເຖິງ ໂດຍສະເພາະ ການບໍລິໂພກສື່ ແລະ ການນໍາໃຊ້ອຸປະກອນສື່ສານຂອງກຳລັງ;

ຕ້ອງປັບປຸງ ແລະ ພັດທະນາວຽກງານສື່ສານຂອງ ກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີຄວາມຊໍານານງານ ແລະ ເກັ່ງດ້ານວິຊາສະເພາະ;

ຕ້ອງຮັບປະກັນຄວາມວ່ອງໄວ, ປິດລັບ ແລະ ກ້າວເປັນທັນສະໄໝເທື່ອລະກ້າວ.

ບັນດາຜູ້ເຂົ້າຮ່ວມຈາກ ກົມກອງອ້ອມຂ້າງ, ຄະນະພັກ-ຄະນະບັນຊາ ກົມສື່ສານ ແລະ ພາກສ່ວນທີ່ກ່ຽວຂ້ອງ

ນອກນັ້ນ, ທ່ານໄດ້ກ່າວວ່າ: ໃນໄລຍະຜ່ານມາ, ຍັງເຫັນໄດ້ວ່າ ການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ນັກຮົບ ເຖິງວ່າເຮັດໄດ້ເປັນປົກກະຕິ ແລະ ຕໍ່ເນື່ອງ ແຕ່ບໍ່ທັນເລິກເຊິ່ງ ຍັງເຮັດແບບລວມໆ ຈຶ່ງເຮັດໃຫ້ພະນັກງານຈໍານວນໜຶ່ງ ເກີດມີແນວຄິດປຽບທຽບຊັ່ງຊາ ປະລະໜ້າທີ່ຂາດປະຈໍາການວິຊາສະເພາະ; ການປະກອບອຸປະກອນຕິດຕໍ່ສື່ສານ ໃຫ້ແກ່ບັນດາກົມກອງທ້ອງຖິ່ນ ຖ້າທຽບໃສ່ເມື່ອກ່ອນແມ່ນ ໄດ້ປະກອບຫຼາຍ ໂດຍສະເພາະ ແມ່ນໂຄງການສື່ສານທັນສະໄໝ (ໂຟນີ).

ເນັ້ນ ກົມສື່ສານ ພັດທະນາວຽກງານວິຊາສະເພາະ

ຖືວ່າ ທຸກແຂວງ-ທຸກເມືອງແມ່ນ ໄດ້ປະກອບໃຫ້ໝົດ ແຕ່ການຄຸ້ມຄອງການປົກປັກຮັກສາການນໍາໃຊ້ ບໍ່ຖືກມາດຖານເຕັກນິກ ມີແລ້ວພັດບໍ່ຢາກນໍາໃຊ້; ພະນັກງງານທີ່ມີຄວາມຮູ້-ຄວາມສາມາດດ້ານເຕັກນິກທີ່ເກັ່ງແທ້ ຍັງບໍ່ຫຼາຍ, ຍັງບໍ່ທັນມີຄວາມສາມາດຄົ້ນຄິດເປັນຜະລິດຕະພັນເຕັກນິກວິຊາສະເພາະຂອງກຳລັງ, ສ່ວນໃຫຍ່ແມ່ນຍັງນໍາໃຊ້ ຫຼື ອາໄສພາກສ່ວນອື່ນເປັນຫຼັກ, ການນໍາໃຊ້ທ່າແຮງບົ່ມຊ້ອນດ້ານວິຊາສະເພາະ ຍັງບໍ່ທັນພົ້ນເດັ່ນທັງໆທີ່ມີເງື່ອນໄຂ ແລະ ມີທ່າແຮງທີ່ດີພໍສົມຄວນ.