ເຈົ້າໜ້າທີ່ ຢືນຢັນ ເຫດລົດໃຫຍ່ຕຳລົດຈັກ ລາກໄປໄກເກືອບ 2 ກິໂລແມັດ ຍ້ອນດື່ມສິ່ງມືນເມົາເກີນຂອບເຂດ

ອຸບັດຕິເຫດທາງລົດ ສາເຫດມາຈາກ ການດື່ມສິ່ງມືນເມົາ

0
597

ເຫດລົດກະບະລີໂວ້ ຕໍາລົດຈັກ ຢູ່ຕໍ່ໜ້າ ສູນການຄ້າວຽງຈັນເຊັນເຕີ ໃນເວລາ 15:30 ໂມງ ຂອງວັນທີ 20 ກຸມພາ 2019 ສົ່ງຜົນເຮັດເຮັດໃຫ້ຜູ້ຂັບຂີ່ລົດຈັກຟົ້ງອອກຂ້າງທາງ ບາດເຈັບສົມຄວນ ແລ້ວລາກລົດຈັກໄປໄກເກືອບ 2 ກິໂລແມັດ ແມ່ນຍ້ອນຜູ້ຂັບຂີ່ລົດໃຫຍ່ດື່ມສິ່ງມືນເມົາເກີນຂອບເຂດ ເຮັດໃຫ້ບໍ່ຮູ້ຈັກວ່າ ຕໍາເອົາລົດຈັກ.

ພັທ ຢຸດຕະພົງ ສຸວັນນະສິງ ຮອງຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນໍາວຽກງານພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ປກສ ໃນວັນທີ 21 ກຸມພາ 2019 ວ່າ:

ພັທ ຢຸດຕະພົງ ສຸວັນນະສິງ ຮອງຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນໍາວຽກງານພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ

ເຫດລົດກະລີໂວ້ ສີຂາວ ໝາຍເລກທະບຽນ ກກ 4668 ກໍາແພງນະຄອນ ຂັບຂີ່ໂດຍ ທ້າວ ວັນໄຊ ອາຍຸ 59 ປີ ພະນັກງານບໍານານ ຕໍາເອົາລົດຈັກຮອນດ້າ ສະກຸບປີໄອ ສີດໍາ ໝາຍເລກທະບຽນ ດຍ 0871 ກໍາແພງນະຄອນ ຂັບຂີ່ໂດຍ ທ້າວ ອົ້ນ ອາຍຸ 25 ປີ ບ້ານໂນນຫວາຍ ພ້ອມຜູ້ຊ້ອນທ້າຍຊື່ ນາງ ອາຕິຢາ ອາຍຸ 27 ປີ ບ້ານເມືອງນ້ອຍ ເມືອງໄຊເສດຖາ ຢູ່ຕໍ່ໜ້າສູນການຄ້າວຽງຈັນເຊັນເຕີ ຖະໜົນຄູວຽງ ເຮັດໃຫ້ຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍຟົ້ງອອກຂ້າງທາງ ແລ້ວລາກເອົາລົດຈັກໄປໄກເກືອບ 2 ກິໂລແມັດ ແມ່ນເກີດຈາກຜູ້ຂັບຂີ່ລົດໃຫຍ່ດື່ມສິ່ງມືນເມົາເກີນຂອບເຂດ ແລ້ວຂາດສະຕິ ໂດຍບໍ່ຮູ້ວ່າ ລົດທີ່ຂີ່ໄປຕໍາຫຍັງ ແລະ ຜູ້ກ່ຽວແມ່ນບໍ່ມີເຈດຕະນາເອົາຕົວລົບໜີແຕ່ຢ່າງໃດ; ປັດຈຸບັນ, ຄະດີດັ່ງກ່າວແມ່ນ ກໍາລັງຢູ່ໃນຂັ້ນຕອນການດໍາເນີນງານຂອງເຈົ້າໜ້າທີ່.

ຮອ ອານຸສິດ ພົງສະຫວັດ ຫົວໜ້າຈະລາຈອນປະຈໍາປ້ອມແພດສາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທີ່ເປັນຜູ້ເຫັນເຫດການ ແລະ ໄລ່ນໍາລົດໃຫຍ່ທີ່ເກີດອຸບັດຕິເຫດໃຫ້ຈອດ ກ່າວວ່າ:

ຮອ ອານຸສິດ ພົງສະຫວັດ ຫົວໜ້າຈະລາຈອນປະຈໍາປ້ອມແພດສາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຜູ້ເຫັນເຫດການ

ໃນເວລາປະມານ 15:30 ໂມງ, ຕົນກໍາລັງຈະກັບບ້ານ ພໍດີເຫັນລົດກະບະສີຂາວ ຕໍາເອົາລົດຈັກ ຢູ່ຕໍ່ໜ້າສູນການຄ້າວຽງຈັນເຊັນເຕີ ແຕ່ລົດຄັນດັ່ງກ່າວບໍ່ຢຸດ ພ້ອມທັງລາກເອົາລົດຈັກໄປໄດ້ໄລຍະໜຶ່ງ ກໍລ້ຽວລົງໄປທາງ 4 ແຍກເພຍວັດ ແລ້ວລ້ຽວຂວາໄປທາງໄຟແດງເພັດສະລາດ ຮອດລ້ຽວຂວາໄຟແດງຕະຫຼາດເຊົ້າ ຈົນໃກ້ຊິຮອດໄຟແດງກໍາມະບານ ບໍລິເວນໜ້າທະນາຄານ ລາວ-ຫວຽດ ລົດຄັນດັ່ງກ່າວຈຶ່ງຢຸດຈອດ.

ຕໍ່ກັບເຫດການດັ່ງກ່າວນີ້, ທ້າວ ວັນໄຊ ໄດ້ສະແດງຄວາມຂໍໂທດຕໍ່ຜູ້ປະສົບອຸບັດຕິເຫດໃນຄັ້ງນີ້ ແລະ ສະແດງຄວາມຂໍໂທດຕໍ່ສັງຄົມທີ່ເຮັດໃຫ້ເລື່ອງວຸ້ນວາຍ ພ້ອມທັງຈະເປັນຝ່າຍຮັບຜິດຊອບທຸກຢ່າງຕໍ່ເຫດການດັ່ງກ່າວ.

ທ້າວ ວັນໄຊ ໄດ້ສະແດງຄວາມຂໍໂທດຕໍ່ຜູ້ປະສົບອຸບັດຕິເຫດໃນຄັ້ງນີ້ ແລະ ສະແດງຄວາມຂໍໂທດຕໍ່ສັງຄົມທີ່ເຮັດໃຫ້ເລື່ອງວຸ້ນວາຍ

ເຫດການນີ້, ຕົນແມ່ນໄດ້ດື່ມສິ່ງມືນຢູ່ເຮືອນອ້າຍຈົນເມົາ ແລ້ວຈະຂັບລົດກັບບ້ານ ພໍມາຮູ້ໂຕອີກເທື່ອ ກໍເຫັນເຈົ້າໜ້າທີ່ມາບອກລົງລົດ ພໍລົງມາກໍຮູ້ວ່າ ລົດຂອງຕົນໄດ້ລາກລົດຈັກມານໍາ.