ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ( ກະຊວງ ຜທ ) ໄດ້ຊີ້ແນະໃຫ້ບັນດາ ນັກລົງທຶນ-ນັກທຸລະກິດ ກໍຄືບັນດາວິສາຫະກິດ ຫວຽດນາມ ທີ່ເຂົ້າມາລົງທຶນຢູ່ ສປປ ລາວ ແລະ ວິສາຫະກິດຂອງລາວ ມີຈຸດປະສົງເຂົ້າໄປລົງທຶນຢູ່ ສສ ຫວຽດນາມ ຕ້ອງໄດ້ຮັບຮູ້ ແລະ ເອົາໃຈໃສ່ປະຕິບັດ 3 ຂໍ້ຫຼັກ ເຊິ່ງລ້ວນແຕ່ແມ່ນແນວຄິດຊີ້ນໍາຂອງສອງພັກ-ສອງລັດ.

ທ່ານລັດຖະມົນຕີ ກະຊວງ ຜທ ທັງເປັນ ປະທານຄະນະກຳມະການຮ່ວມມື ລາວຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດານັກທຸລະກິດ ຫວຽດນາມ ທີ່ເຂົ້າມາລົງທຶນຢູ່ລາວ ວ່າ:

ຫຼາຍໂຄງການແມ່ນໄດ້ດຳເນີນເປັນຮູບປະທຳ, ປະຊາຊົນມີວຽກເຮັດງານທຳ, ມີອາຊີບຄົງທີ່, ມີລາຍຮັບ, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຕາມລຳດັບ ແລະ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ກໍຄືຂອງ ສປປ ລາວ ເປັນຢ່າງດີ.

ໂດຍສະເພາະ ດ້ານການລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ມາຮອດປັດຈຸບັນມີ 409 ໂຄງການ, ມູນຄ່າການລົງທຶນທັງໝົດ 4,1 ຕື້ໂດລາສະຫະລັດ ສ່ວນຫຼາຍແມ່ນການລົງທຶນໃນຂະແໜງບໍ່ແຮ່, ໄຟຟ້າ, ກະສິກຳ ເປັນຕົ້ນ.

ທ່ານລັດຖະມົນຕີ ກະຊວງ ຜທ ໃຫ້ສຳພາດຕໍ່ສື່ມວນຊົນອ້ອມຂ້າງສູນກາງ ແລະ ຕ່າງປະເທດ ຄັ້ງວັນທີ 20 ກຸມພາ 2019

ແຕ່ເຖິງຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດຕົວຈິງຂອງບາງວິສາຫະກິດ ຫວຽດນາມ ຍັງບໍ່ທັນສາມາດປະຕິບັດໄດ້ຕາມລະດັບຄາດໝາຍ ທີ່ໄດ້ເຊັນສັນຍາກັບ ລັດຖະບານລາວ, ຈຳນວນໜຶ່ງທີ່ໄດ້ຮັບອະນຸຍາດແລ້ວ ແຕ່ການຈັດຕັ້ງຜັນຂະຫຍາຍຍັງຊັກຊ້າ, ບໍ່ໄປຕາມຂັ້ນຕອນຂອງສັນຍາ ແລະ ລະບຽບກົດໝາຍຂອງ ສປປ ລາວ, ບາງໂຄງການ ກໍຂໍຕໍ່ອາຍຸເລື້ອຍໆ, ບາງວິສາຫະກິດ ກໍມີບັນຫາລະຫວ່າງຂາຮຸ້ນດ້ວຍກັນ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ພາກລັດ ເຂົ້າໄປແກ້ໄຂ.

ດ້ວຍເຫດນັ້ນ, ເພື່ອເປັນການສືບຕໍ່ຮັກສາ ແລະ ຮັດແໜ້ນສາຍພົວພັນ ອັນເປັນມູນເຊື້ອທີ່ດີງາມຂອງສອງປະເທດ ໃຫ້ສືບຕໍ່ໃສແຈ້ງ, ເຂົ້າສູ່ລວງເລິກ ແລະ ມີບາດກ້າວບຸກທະລຸ, ແນໃສ່ນໍາເອົາຜົນປະໂຫຍດໃນຂະແໜງການລົງທຶນ ມາສູ່ປະຊາຊົນສອງປະເທດ ຄຽງຄູ່ກັບການແກ້ໄຂຂໍ້ຫຍຸ້ງຍາກທີ່ກົດໜ່ວຍການລົງທຶນ, ທ່ານລັດຖະມົນຕີ ກະຊວງ ຜທ ຈຶ່ງຊີ້ແນະໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ເຂົ້າມາລົງທຶນຢູ່ ສປປ ລາວ ແລະ ວິສາຫະກິດຂອງລາວ ທີ່ມີຈຸດປະສົງເຂົ້າໄປລົງທຶນຢູ່ ສສ ຫວຽດນາມ ຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງເອົາໃຈໃສ່ປະຕິບັດຕາມແນວຄິດຊີ້ນໍາຂອງສອງພັກ, ສອງລັດ ເຊິ່ງໃນນີ້ມີ:

ບັນດານັກຂ່າວຈາກຄ້າຍຕ່າງໆທີ່ເຂົ້າສຳພາດ ໃນຄັ້ງນີ້
  1. ຮັບຮູ້-ເຂົ້າໃຈແນວທາງ, ນະໂຍບາຍ ແລະ ລະບຽບກົດໝາຍ ຂອງ ສປປ ລາວ ກໍຄືຂອງ ສສ ຫວຽດນາມ ຢ່າງເຂັ້ມງວດ;
  2. ການດຳເນີນທຸລະກິດລົງທຶນ ຢູ່ລາວ ກໍຄືຢູ່ຫວຽດນາມ ບໍ່ຄວນຄໍານຶງເຖິງແຕ່ຜົນປະໂຫຍດຂອງວິສາຫະກິດຕົນເທົ່ານັ້ນ, ຫາກຕ້ອງຕິດພັນ ແລະ ຄຳນຶງເຖິງຜົນປະໂຫຍດຂອງສອງຊາດ ກໍຄືປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ໂດຍສະເພາະ ແມ່ນປະຊາຊົນ ຢູ່ເຂດໂຄງການລົງທຶນ;
  3. ເຄົາລົບນັບຖືຮີດຄອງປະເພນີ, ວັດທະນະທຳຂອງແຕ່ລະປະເທດ ບົນພື້ນຖານຄວາມສາມັກຄີຮັກແພງ ຖານເພື່ອນມິດສະຫາຍອ້າຍນ້ອງ ທີ່ສອງປະເທດພວກເຮົາ ເຄີຍມີມູນເຊື້ອຮ່ວມກັນ.

ໃນໄລຍະຜ່ານມາ, ບັນດາວິສາຫະກິດ ຫວຽດນາມ ທີ່ມາລົງທຶນຢູ່ລາວ ໂດຍທົ່ວໄປ ກໍໄດ້ປະຕິບັດຕາມຈິດໃຈຊີ້ນໍາດັ່ງກ່າວມາຂ້າງເທິງນັ້ນ ໄດ້ເປັນຢ່າງດີ, ໄປພ້ອມໆກັບການເຄື່ອນໄຫວດຳເນີນທຸລະກິດທີ່ຖືກຕ້ອງຕາມນະໂຍບາຍ ແລະ ລະບຽບກົດໝາຍແລ້ວ, ວິສາຫະກິດເຫຼົ່ານັ້ນ ຍັງໄດ້ໃຫ້ການຊ່ວຍເຫຼືອທີ່ມີມູນຄ່າຫຼາຍສົມຄວນແກ່ວຽກງານສັງຄົມຢູ່ ສປປ ລາວ ຕາມເປົ້າໝາຍບູລິມະສິດ ທີ່ລັດຖະບານລາວ ວາງອອກ ເຊັ່ນ:

ທ່ານລັດຖະມົນຕີ ກະຊວງ ຜທ ທັງເປັນ ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດານັກທຸລະກິດ ຫວຽດນາມ ທີ່ເຂົ້າມາລົງທຶນຢູ່ລາວ

ຂົງເຂດການສຶກສາ, ກະສິກໍາ, ສາທາລະນະສຸກ, ຊ່ວຍເຫຼືອຜູ້ປະສົບໄພທໍາມະຊາດ, ການເຄື່ອນໄຫວດ້ານວັດທະນະທໍາ-ກິລາ ແລະອື່ນໆ.

ການຊີ້ແນະດັ່ງກ່າວ ມີຂຶ້ນໃນໂອກາດທີ່ທ່ານລັດຖະມົນຕີ ກະຊວງ ຜທ ໃຫ້ສຳພາດຕໍ່ສື່ມວນຊົນອ້ອມຂ້າງສູນກາງ ແລະ ຕ່າງປະເທດ ຄັ້ງວັນທີ 20 ກຸມພາ 2019 ໃນໂອກາດທີ່ກະກຽມຕ້ອນຮັບ ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສສ ຫວຽດນາມ ຈະເດີນທາງມາຢ້ຽມຢາມລາວ ຢ່າງເປັນທາງການ ລະຫວ່າງວັນທີ 2425 ກຸມພາ2019.