ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານວິຊາສະເພາະຢູ່ກອງບັນຊາການ ປກສ ແຂວງເຊກອງ ໃນວັນທີ 1 ສິງຫາ 2018; ໃຫ້ການຕ້ອນຮັບໂດຍ ພັທ ແຄນທອງ ປື້ມມະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມພະນັກງານຫຼັກແຫຼງອ້ອມຂ້າງກອງບັນຊາການ ປກສ ແຂວງ.

ພັທ ແຄນທອງ ປື້ມມະນີ ໄດ້ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນແຂວງໃນໄລຍະຜ່ານມາ ໂດຍຫຍໍ້ວ່າ: ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊີ້ນໍາ-ນໍາພາກໍາລັງປ້ອງກັນຄວາມສະຫງົບແຂວງ ໂດຍຖືເອົາການສຶກສາອົບຮົມທາງດ້ານການເມືອງແນວຄິດເປັນຫຼັກ, ປັບປຸງແບບແຜນການຊີ້ນໍາບັນຊາ ກໍຄືແບບແຜນວິທີເຮັດວຽກໃຫ້ທັນສະໄໝ, ເອົາໃຈໃສ່ໃນການປັບປຸງວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ມີຄຸນນະສູງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເປັນເຈົ້າການປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບຢ່າງຮອບດ້ານ.

ຢ່າງໃດກໍຕາມ, ກໍຍັງມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ເປັນຕົ້ນແມ່ນບັນຫາຄ້າ-ຂາຍຢາເສບຕິດ, ຂີ້ລັກງັດແງະ, ອຸບັດຕິເຫດຕາມທ້ອງຖະໜົນ, ຄ້າ-ຂາຍເຖື່ອນ ແລະອື່ນໆ. ໃນນີ້, ມີຄະດີເກີດຂຶ້ນທັງໝົດ 164 ເລື່ອງ, ກັກຕົວຕ້ອງຫາໄດ້ 150 ຄົນຍິງ 4 ຄົນ, ແກ້ໄຂຄະດີຢາເສບຕິດໄດ້ 51 ເລື່ອງ, ກັກຕ້ອງຫາໄດ້ 67 ຄົນ ຍິງ 4 ຄົນ, ຢຶດຂອງກາງຢາບ້າໄດ້ 15.090 ເມັດ, ຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 213 ຄົນ, ໄດ້ຮັບບາດເຈັບ 288 ຄົນ ຍິງ 53 ຄົນ, ເສຍຊີວິດ 27 ຄົນຍິງ 8 ຄົນ, ອັກຄີໄພເກີດຂຶ້ນ 12 ຄັ້ງ, ມູນຄ່າເສຍຫາຍ 921.391.000 ກີບ, ສ່ວນໃຫຍ່ສາເຫດແມ່ນເກີດມາຈາກໄຟໄໝ້ລາມປ່າ ແລະ ໄຟຟ້າລັດວົງຈອນ.

ໃນໂອກາດນີ້, ພົຕ ສິນທະວົງ ໄຊຍະກອນ ໄດ້ຊີ້ນຳໃຫ້ຄະນະພັກ-ຄະນະບັນຊາ ຈົ່ງເອົາໃຈໃສ່ຍົກສູງດ້ານວຽກງານສຶກສາອົບຮົມການເມືອງແນວຄິດ, ປຸກລະດົມເຮັດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບມີຄວາມຮັບຜິດຊອບໃນໜ້າທີ່ວຽກງານໃຫ້ສູງຂຶ້ນ ເປັນຕົ້ນແມ່ນຈັດຕັ້ງເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ມະຕິ, ຄຳສັ່ງ, ກົດໝາຍ, ລະບຽບການຕ່າງໆກ່ຽວກັບການກວດກາຄົນເຂົ້າ-ອອກເມືອງ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ກຳແໜ້ນສະພາບການ ແລະ ສຶກສາອົບຮົມປະຊາຊົນຮູ້ປຸກລະດົມຂົນຂວາຍປະຊາຊົນໃຫ້ມີຄວາມຕື່ນຕົວເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມ.